ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມຫົວຮຸນແຮງ ອິສລາມ ຂົ່ມຂູ່ ທີ່ຈະບຸກໂຈມຕີ Baghdad (ວີດີໂອ/ສະ​ໄລ​ດ໌)


ISIS Takeover in Mosul Displaces Thousands
please wait

No media source currently available

0:00 0:02:17 0:00
ກຸ່ມຫົວຮຸນແຮງອິສລາມ Sunni ພວມຂົ່ມຂູ່ ທີ່ຈະບຸກໂຈມຕີ
ນະຫຼວງຂອງອີຣັກ ຫຼັງຈາກໄດ້ເຂົ້າຍຶດເອົາຫົວເມືອງສຳຄັນໆ
ຫລາຍຫົວເມືອງ ຊຶ່ງເປັນການສ້າງຄວາມເສຍຫາຍຢ່າງ ຮ້າຍ
ແຮງໃຫ້ແກ່ລັດຖະບານ ທີ່​ນຳພາພວກ Shi’ite ຢູ່ໃນປະເທດ
ດັ່ງກ່າວ.

​ໂຄສົກ​ຂອງກຸ່ມອິສລາມໃນອີຣັກແລະ Levant ຫລື ISIL ​
ຊຶ່ງເປັນເຄືອຂ່າຍຂອງກຸ່ມ al-Qaida ​ໄດ້​ກ່າວ​ຢູ່ຂໍ້ຄວາມ​ທີ່​
ເຜີຍແຜ່​ທາງອິນເຕີແນັດໃນ​ວັນ​ພະຫັດ​ມື້​ນີ້ວ່າ ກຸ່ມຫົວ​ຮຸນ​ແຮງ
ຍັງຕ້ອງການຢາກຈະ​ເຂົ້າ​ຍຶດ​ເອົາ​ເມືອງ Karbala ຊຶ່ງເປັນນຶ່ງ
​ໃນ​ສະຖານ​ທີ່​ສັກສິດ​ສຳຫຼັບ ຊາວມຸສລິ​ມ Shi’ite ນັ້ນ.
ຫົວເມືອງສຳຄັນໆ ຂອງອີຣັກ: Mosul, Tikrit, Beiji, Kirkuk, Karbala, Fallujah, Baghdad
ຫົວເມືອງສຳຄັນໆ ຂອງອີຣັກ: Mosul, Tikrit, Beiji, Kirkuk, Karbala, Fallujah, Baghdad

ໃນອີກດ້ານນຶ່ງນັ້ນ ເຈົ້າໜ້າທີ່ໄດ້ກ່າວ​ວ່າ ກອງ​ກຳລັງ​ຂອງ​ຊາວ
Kurd ​ໄດ້ເຂົ້າ​ຄວບ​ຄຸມ​ Kirkuk ທີ່ເປັນບັນຫາໂຕ້ແຍ້ງ ໃນພາກ
ເໜືອຂອງປະເທດແລ້ວ ຊຶ່ງ​ເມືອງ​ດັ່ງກ່າວ​ນີ້​ແມ່ນ​ ​ເຂດ​ທີ່ຊາວ
Kurd ​ຕ້ອງການ​ຢາກ​ໃຫ້ເຂົ້າຮ່ວມ ຢູ່ໃນ​ເຂດ​ປົກຄອງ​ຕົນ​ເອງ
ຂອງພວກເຂົາເຈົ້າ ທີ່ຂັດຕໍ່ກັບຄວາມປະສົງ​ຂອງ​ລັດຖະບານ​ກາງ.

ສະພາ​ຄວາມ​ໝັ້ນຄົງອົງການສະຫະ​ປະຊາ​ຊາດ ​ມີກຳນົດ
ທີ່​ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ສະຖາ​ນະ​ການ​ໃນ​ອີຣັກ ​ໃນ​ກອງ
​ປະຊຸມວັນ​ພະ​ຫັດ​ມື້​ນີ້. ກ່ອນ​ໜ້າ​ກອງ​ປະຊຸມດັ່ງກ່າວທາງສະພາ​ຄວາມໝັ້ນຄົງໄດ້ ອອກຖະແຫຼງການສະບັບນຶ່ງຕຳ​ນິຕິ​ຕຽນກຸ່ມຫົວ​ຮຸນ​ແຮງ ISIL ທີ່​ໂຈມ​ຕີ​ເມືອງ Mosul ເມືອງໃຫຍ່ອັນດັບ 2 ຂອງປະເທດອີຣັກ ທີ່ພວກເຂົາເຂົ້າຍຶດເອົາໃນຕົ້ນ ສັບປະດານີ້.

ບັນດາສະມາຊິກ ໄດ້ກ່າວວ່າ “ບໍ່ມີການກະທຳທີ່ຮຸນແຮງຫຼືການກໍ່ການຮ້າຍໃດໆກໍ ຕາມ” ທີ່ຈະສາມາດຕ່າວປີ້ນເສັ້ນທາງຂອງອີຣັກໄປສູ່ສັນຕິພາບແລະປະຊາທິປະໄຕໄດ້.
XS
SM
MD
LG