ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສປ​ຊ ຮຽກ​ຮ້ອງ​ໃຫ້​ພັກ​ຝ່າຍ ​ທີ່​ເປັນ​ປໍ​ລະ​ປັກ ​ໃນ​ຊູ​ດານ ສືບ​ຕໍ່​ພົວ​ພັນ​ ໃນ​ການ​ເຈ​ລະ​ຈາ ຂະ​ນະ​ທີ່​ການ​ຢຸດ​ຍິງ 7 ມື້ ເລີ້ມ​ຂ​ຶ້ນ


ແຟ້ມ - ຄວັນ​ກຸ້ມ​ຂຶ້ນ​ທີ່​ຕຶກ​ອາ​ຄານ ຫຼັງ​ຈາກ​ການ​ຖິ້ມ​ລະ​ເບີດ​ໂຈມ​ຕີ​ທາງ​ອາ​ກາດ ໃນ​ການ​ປະ​ທະ​ກັນ​ລະ​ວ່າງ​ກຳ​ລັງ RSF ແລະ​ກອງ​ທັບ​ຊູ​ດານ ທີ່​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ເມື່ອ​ວັນ​ທີ 1 ພຶ​ດ​ສະ​ພາ 2023.
ແຟ້ມ - ຄວັນ​ກຸ້ມ​ຂຶ້ນ​ທີ່​ຕຶກ​ອາ​ຄານ ຫຼັງ​ຈາກ​ການ​ຖິ້ມ​ລະ​ເບີດ​ໂຈມ​ຕີ​ທາງ​ອາ​ກາດ ໃນ​ການ​ປະ​ທະ​ກັນ​ລະ​ວ່າງ​ກຳ​ລັງ RSF ແລະ​ກອງ​ທັບ​ຊູ​ດານ ທີ່​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ເມື່ອ​ວັນ​ທີ 1 ພຶ​ດ​ສະ​ພາ 2023.

ການ​ຢຸດ​ຍິງ​ເປັນ​ເວ​ລາ​ນຶ່ງ​ອາ​ທິດ​ຢູ່​ຊູ​ດານ ​ເລີ້ມ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ຕອນ​ແລງ​ຂອງ ວັນ​ຈັນ​ວານນີ້ ດັ່ງ​ທີ່​ຜູ້​ເຫັນ​ເຫດ​ການ​ຄົນ​ນຶ່ງ​ຢູ່​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ​ລາຍ​ງານ​ວ່າ ຍັງ​ມີ​ການ​ປະ​ທະ​ກັນ​ຢູ່​ໃນ​ບາງ​ເຂດ.

ພັ​ຝ່າຍ​ທີ່​ເປັນ​ປໍ​ລະ​ປັກ ຄື​ກອງ​ທັບ​ຊູ​ດານຂອງ​ນາຍ​ພົນ​ອັບ​ແດ​ລ ຟັດ​ຕາ ອາ​ລ ເບີ​ຮານ ແລະ​ກຳ​ລັງ​ສະ​ໜັບ​ສະ​ໜຸນ​ເຄື່ອນ​ທີ່​ຢ່າງວ່ອງ​ໄວ RSF ພາຍ​ໃຕ້​ການ​ນຳ​ພາ​ຂອງນາຍ​ພົນ​ໂມ​ຮຳ​ເໝັດ ​ຮຳ​ດານ ດາ​ກາ​ໂລ ສາ​ມາດ​ຕໍ່​ອາ​ຍຸ​ການ​ຢຸດ​ຍິງ​ຊຶ່ງ​ໃນ​ຂັ້ນ​ຕົ້ນ​ມີ​ກຳ​ນົດ​ 7 ມື້ ອອກ​ໄປ​ໄດ້​ຕື່ມ​ອີກ.

ໃນ​ຂະ​ນະ​ທີ່​ການ​ສູ້​ລົບ​ກັນ​ຍັງ​ດຳ​ເນີນ​ຕໍ່​ໄປ​ໃນ​ການ​ຢຸດ​ຍິງ​ເທື່ອ​ກ່ອນນັ້ນ ແຕ່​ໃນ​ເທື່ອນີ້​ແມ່ນ​ໄດ້​ມີ​ການ​ຕົກ​ລົງ​ກັນ ໃນ​ການ​ເຈ​ລະ​ຈາ​ກັນ​ຢ່າງ​ເປັນ​ທາງ​ການ​ທີ່​ນະ​ຄອນ​ເຈັດ​ດາ ປະ​ເທດ​ຊາ​ອຸ​ດີ ອາ​ຣາ​ເບຍ ແລະ​ຮວມ​ຢູ່​ໃນ​ກົນ​ໄກ​ຂ​ຂອງ​ການ​ສັງ​ເກດ​ການ ແມ່ນ​ມີຜູ້​ຕາງ​ໜ້າ 3 ຄົນຈາກ​ແຕ່​ລະ​ຝ່າຍ ປະ​ກອ​ບຊາ​ອຸ​ດີ ອາ​ເມ​ຣິ​ກັນ ແລະ​ຈາກ​ສອງ​ກຳ​ລັງ​ຂອງ​ຊູ​ດານ.

ຫົວ​ໜ້າ​ນັກ​ການ​ທູດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ຊູ​ດານ ສະ​ແດງ​ຄວາມ​ຍິນດີ​ໃນ​ວັ​ນ​ຈັນ​ວານນີ້ ຕໍ່​ການ​ຢຸດ​ຍິງ​ທີ່​ໄກ່​ເກ່ຍ​ໂດຍ​ສະ​ຫະ​ລັດ ​ແລະ​ຊາ​ອຸ​ດີ ອາ​ຣາ​ເບຍ.

ທ່ານວອກ​ເກີ ແພັດ​ແທັ​ສ (Volker Perthes) ກ່າວ​ຕໍ່​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ວ່າ “ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ໜ້າ​ຍິນ​ດີ ເຖິງ​ແມ່ນ​ວ່າ​ການ​ສູ້​ລົບ​ກັນ ແລະ​ການ​ເຄື່ອນ​ຍ້າຍ​ກຳ​ລັງ ​ຍັງ​ດຳ​ເນີນ​ຕໍ່​ໄປ ແມ່ນ​ກະທັ້ງ​ໃນ​ມື້ນີ້ ທັງໆ​ທີ່ມີ​ການ​ໃຫ້​ຄວາມ​ໝັ້ນ​ໝາຍ​ຂອງ​ທັງ​ສອງ​ຝ່າຍ​ວ່າ ຈະ​ບໍ່​ມີ​ການ​ສ້າງ​ຄວາມ​ໄດ້​ປຽບ​ທາງ​ທະ​ຫານ ການ​ໜ້າ​ການ​ຢຸດ​ຍິງ​ເລີ້ມ​ມີ​ຜົນ​ບັງ​ຄັບ​ໃຊ້.”

ທ່ານ​ແພັດ​ແທັ​ສ​ໄດ້​ເດີນ​ທາງ​ມາ​ນະ​ຄອນ​ນິວຢອກ​ຈາກ​ເມືອງ​ທ່າ​ຊູ​ດານ. ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຍ້າຍ​ບັນ​ດາເຈົ້າ​ໜ້າ​ທີ່​ ແລະ​ການ​ປະ​ຕິ​ບັດ​ງານ​ຂອງ​ຕົນ​ຈຳ​ນວນ​ນຶ່ງ ​ໄປ​ຍັງ​ເມືອງ​ທ່າ​ໃນ​ທະ​ເລ​ແດງ​ດັ່ງ​ກ່າວເປັນ​ການ​ຊົ່ວ​ຄາວ​ ຫຼັງ​ຈາກ​ການສູ້​ລົບ​ກັນ​ຢ່າງ​ໜັກໄດ້​ລະ​ເບີດ​ຂຶ້ນ​ທີ່​ນະ​ຄອນ​ຫຼວງ​ຄາ​ຣ໌​ທູມ ເມື່ອ​ວັນ​ທີ 15 ເມ​ສາ​ທີ່​ຜ່ານ​ມາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກີດ

XS
SM
MD
LG