ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ສປຊ ຮຽກຮ້ອງ ລາວ ຄໍ້າປະກັນ ໃຫ້ທ່ານສົມບັດ ກັບຄືນ ໄປຫາຄອບຄົວ ຢ່າງປອດໄພ


ທ່ານ Rupert Colville ໂຄສົກຂອງອົງການຂ້າຫຼວງໃຫຍ່ ດ້ານສິດທິມະນຸດສະຫະປະຊາຊາດ (ຮູບຈາກ UN)
ທ່ານ Rupert Colville ໂຄສົກຂອງອົງການຂ້າຫຼວງໃຫຍ່ ດ້ານສິດທິມະນຸດສະຫະປະຊາຊາດ (ຮູບຈາກ UN)
ອົງການຂ້າຫຼວງໃຫຍ່ດ້ານສິດທິມະນຸດຂອງສະຫະປະຊາຊາດ
ໄດ້ອອກຖະແຫຼງ ການສະບັບນຶ່ງ ຮຽກຮ້ອງໃຫ້ລັດຖະບານລາວ
ຄໍ້າປະກັນວ່າ ທ່ານສົມບັດ ສົມພອນ ນັກເຄື່ອນໄຫວເພື່ອສິດທິ
ມະນຸດທີ່ຫາຍສາບສູນໄປເມື່ອນຶ່ງອາທິດຜ່ານມານັ້ນກັບຄືນໄປ
ຫາຄອບຄົວດ້ວຍຄວາມປອດໄພ.

ທ່ານ Rupert Colville ໂຄສົກຂອງອົງການຂ້າຫຼວງໃຫຍ່ດ້ານ
ສິດທິມະນຸດສະຫະປະຊາຊາດກ່າວຕໍ່ພວກນັກຂ່າວ ທີ່ນະຄອນ
ເຈນີວາໃນມື້ວັນສຸກວານນີ້ວ່າ ພວກເຮົາມີຄວາມວິຕົກກັງວົນເປັນ
ທີ່ສຸດກ່ຽວກັບຄວາມປອດໄພຂອງທ່ານສົມບັດ ແລະການລັກພາ
ຕົວທ່ານອາດພົວພັນກັບວຽກງານດ້ານສິດທິມະນຸດຂອງທ່ານ.

ທ່ານສົມບັດ ອາຍຸ 60 ປີ ແມ່ນອະດີດຜູ້ອຳນວຍການສູນອົບຮົມ
ຮ່ວມພັດທະນາ ທີ່ເອີ້ນຫຍໍ້ເປັນພາສາອັງກິດວ່າ PADETC ຊຶ່ງເປັນອົງການຈັດຕັ້ງທີ່ບໍ່ ຂຶ້ນກັບລັດຖະບານ ທີ່ທ່ານໄດ້ກໍ່ຕັ້ງຂຶ້ນ ໃນປີ 1996 ເພື່ອຊຸກຍູ້ການສຶກສາ ການອົບຮົມ ແລະການພັດທະນາແບບຍືນຍົງ.

ມີຄົນເຫັນທ່ານສົມບັດເປັນເທື່ອສຸດທ້າຍໃນແລງວັນທີ 15 ທັນວາ ເວລາທີ່ທ່ານ ພວມ
ຂັບລົດເມືອເຮືອນ. ຮູບພາບຈາກກ້ອງວົງຈອນປິດສະແດງໃຫ້ເຫັນວ່າທ່ານ ໄດ້ຖືກຢຸດ
ໂດຍຕຳຫຼວດທີ່ປ້ອມຫຼັກສາມທາງໄປທ່າເດື່ອແລະຫຼັງຈາກນັ້ນກໍຖືກພາ ຂຶ້ນລົດໄປໂດຍ
ຜູ້ຊາຍທີ່ແຕ່ງຕົວແບບພົນລະເຮືອນ. ໃນວັນພະຫັດຜ່ານມານີ້ລັດ ຖະບານລາວໄດ້ປະຕິ
ເສດວ່າ ຕົນບໍ່ມີຄວາມຮັບຜິດຊອບໃດໆຕໍ່ການຫາຍສາບສູນ ຂອງທ່ານສົມບັດ ໂດຍສະ
ເໜີແນະວ່າ ທ່ານອາດຖືກລັກພາຕົວໄປຍ້ອນບັນຫາຂັດ ແຍ້ງສ່ວນຕົວ.

ທ່ານສົມບັດ ໄດ້ຮັບລາງວັນແມັກໄຊໄຊ ໃນປີ 2005 ຊຶ່ງເປັນລາງວັນອັນມີກຽດທຽບເທົ່າ
ກັບລາງວັນໂນແບລສຳລັບເຂດເອເຊຍ ໃນຖານະຜູ້ນຳປະຊາຄົມ.

ທ່ານ Colville ກ່າວສະຫຼຸບວ່າ ພວກເຮົາຂໍສະແດງຄວາມຍິນດີນຳຖະແຫຼງຂ່າວ ສະບັບ
ນຶ່ງຂອງລັດຖະບານລາວທີ່ອອກເມື່ອໄວໆມານີ້ ທີ່ວ່າກຳລັງມີການສືບສວນ ຢ່າງຈິງຈັງ
ກ່ຽວກັບເລື່ອງນີ້ ແລະຂໍຮຽກຮ້ອງໃຫ້ເຈົ້າໜ້າທີ່ລາວດຳເນີນການທຸກສິ່ງ ຢ່າງເພື່ອຄໍ້າ
ປະກັນວ່າ ຈະ​ໄດ້​ພົບທ່ານສົມບັດດ້ວຍຄວາມປອດໄພ ແລະບໍ່ໄດ້ຮັບ ອັນຕະລາຍໃດໆ.
XS
SM
MD
LG