ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ. ກ່າວວ່າ ປ. ຄອງໂກ ຄາບີລາ ຕ້ອງຮັກສາ ຄຳເວົ້າຂອງຕົນ ທີ່ຈະລົງຈາກຕຳແໜ່ງ


ປະທານາທິບໍດີສາທາລະນະລັດຄອງໂກ ທ່ານ ໂຈເຊັຟ
ຄາບີລາ (Joseph Kabila) ກ່າວຕໍ່ ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ, 23 ກັນຍາ 2017
ປະທານາທິບໍດີສາທາລະນະລັດຄອງໂກ ທ່ານ ໂຈເຊັຟ ຄາບີລາ (Joseph Kabila) ກ່າວຕໍ່ ກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ, 23 ກັນຍາ 2017

ອົງການສະຫະປະຊາຊາດ ຮຽກຮ້ອງໃຫ້ປະທານາທິບໍດີສາທາລະນະລັດ
ຄອງໂກທ່ານ ໂຈເຊັຟ ຄາບີລາ ໃຫ້ຮັກສາຄຳເວົ້າຂອງທ່ານ ທີ່ຈະລົງຈາກ
ຕຳແໜ່ງທ່າມກາງການປະທ້ວງທົ່ວປະເທດ ຕໍ່ການເລື່ອນເວລາການເລືອກ
ຕັ້ງນັ້ນ.

“ເລຂາທິການໃຫຍ່ຂອງອົງການດັ່ງກ່າວ ຮຽກຮ້ອງໃຫ້ ພວກທີ່ເປັນຫຸ່ນທາງ
ການເມືອງ ຍັງໃຫ້ຍຶດໜ່ຽວຕໍ່ຂໍ້ຕົກລົງທາງການເມືອງຂອງວັນທີ່ 31 ທັນວາ
ປີ 2016, ທີ່ຖືວ່າ ເປັນຮ່ອງຮອຍຂອງເສັ້ນທາງທີ່ຈະນຳໄປສູ່ການເລືອກຕັ້ງ,
ການໂອນອຳນາດ ຢ່າງສັນຕິ ແລະການມີສະຖຽນລະພາບຂອງລັດຖະທຳ
ມະນູນ ຂອງຄອງໂກ,”
ນັ້ນແມ່ນຂໍ້ຄວາມຂອງໂຄສົກ ຂອງອົງການສະຫະ
ປະຊາຊາດທ່ານ ສເຕັຟານ ດູຈາຣິກ ທີ່ໄດ້ລະບຸໄວ້ ໃນແລງວັນອາທິດ ຜ່ານມານີ້.

ຂໍ້ຕົກລົງທີ່ວ່ານີ້ ໄດ້ຮຽກຮ້ອງ ໃຫ້ທ່ານ ຄາບີລາ ລົງຈາກອຳນາດ ຫຼັງຈາກການ
ເລືອກຕັ້ງ.ແຕ່ວ່າ ການເລືອກຕັ້ງ, ນັບແຕ່ໄດ້ສັນຍາວ່າ ຈະຈັດໃຫ້ມີຂຶ້ນ ໃນປີ
2017ແມ່ນໄດ້ຖືກເລື່ອນອອກໄປເລື້ອຍໆ ພາໃຫ້ມີຄວາມບໍ່ສະຫງົບທີ່ວ່ານີ້
ແລະມີຄວາມຢ້ານກົວວ່າທ່ານຄາບີລາ ຈະຊອກຫາທາງເລື່ອນການເລືອກຕັ້ງ
ອອກໄປອີກ ເກີນອຳນາດຂອງທ່ານ.

ທ່ານຄາບີລາ ໄວ 46 ປີ ໄດ້ປົກຄອງປະເທດຄອງໂກ ມາໄດ້ 17 ປີແລ້ວ ແລະຍັງຢູ່
ໃນອຳນາດ ເຖິງແມ່ນວ່າ ສະໄໝທີ 2 ຂອງທ່ານ ຈະໄດ້ໝົດອາຍຸຢ່າງເປັນທາງການ
ນັບຕັ້ງແຕ່ ເດືອນທັນວາ ປີ 2016 ເປັນຕົ້ນມາກໍຕາມ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG