ທູດພິເສດສະຫະປະຊາຊາດ ທ່ານ Staffan de Misture ກຳ
ລັງພົບ ປະໃນວັນອັງຄານມື້ນີ້ ທີ່ນະຄອນ Geneva ກັບບັນດາ
ຜູ່ຕາງໜ້າລັດຖະບານຊີເຣຍ ຫລັງຈາກໄດ້ປະກາດການເລີ້ມ
ເຈລະຈາສັນຕິພາບໂດຍທາງອ້ອມແລະຮຽກຮ້ອງໃຫ້ບັນດາ
ປະເທດມະຫາອຳນາດ ຈົ່ງປະຕິບັດ ຕາມຄຳໝັ້ນສັນຍາຂອງ
ເຂົາເຈົ້າ ເພື່ອຄ້ຳປະກັນ ໃຫ້ມີການຢຸດຍິງໄປພ້ອມ.
ຂັ້ນຕອນດັ່ງກ່າວເປັນພາກສ່ວນນຶ່ງໃນການດຳເນີນການຢ່າງ
ຊ້າ ແຕ່ແຕ່ບັນລຸການແລກປ່ຽນໂດຍທາງອ້ອມລະຫວ່າງທັງ
ສອງຝ່າຍ ຄືການ ຢຸດຍິງທີ່ຖາວອນ ແລະເປົ້າໝາຍ ໃນ
ຫລາຍໆເດືອນຕໍ່ໜ້າ ເພື່ອໃຫ້ມີການໂອນອຳນາດທາງການ
ເມືອງ ດ້ວຍການເລືອກຕັ້ງໃໝ່.
ສຳລັບປັດຈຸບັນນີ້ ທ່ານ De Mistura ຈະພົບປະກັບລັດຖະບານ ກ່ອນຈະກັບຄືນໄປ
ສົນທະນາກັບບັນດາຜູ້ຕາງໜ້າຂອງພວກຕໍ່ຕ້ານ.
ທ່ານໄດ້ອອກຖະແຫລງການທ້າທາຍໃນວັນຈັນຍວານນີ້ຕໍ່ກຸ່ມສາກົນທີ່ ສະໜັບສະໜູນຊີ
ເຣຍ ທີ່ຮວມທັງສະຫະລັດ ຣັດເຊຍ ອີຣ່ານ ຊາອຸດີ ອາຣາເບຍ ເທິກີ ແລະອຶ່ນໆ ໂດຍ
ເຕືອນເຂົາເຈົ້າ ກ່ຽວກັບຄວາມພະຍາຍາມຂອງເຂົາເຈົ້າ ທີ່ຈະໃຫ້ການຄໍ້າປະກັນ ເພື່ອໃຫ້
ມີການຢຸດຍິງທີ່ ອາດມີຂື້ນພ້ອມກັນກັບການເລີ້ມເຈລະຈາ.
ບັນດາສະມາຊິກຂອງກຸ່ມສະໜັບສະໜູນ ແມ່ນມີອິດທິພົນ ຕໍ່ທັງສອງຝ່າຍທີ່ເປັນປໍລະປັກ
ກັນ ໂດຍຈຳນວນນຶ່ງແມ່ນເປັນພັນທະມິດກັບປະ ທານາທິບໍດີຊີເຣຍ ທ່ານ Bashar
al-Assad ແລະພວກອື່ນໆທີ່ໃຫ້ ການສະໜັບສະໜູນແກ່ພວກຕໍ່ຕ້ານ ທີ່ໄດ້ໃຊ້ເວລາ
ເກືອບຫ້າປີ ສູ້ລົບເພື່ອຫາທາງໂຄ່ນລົ້ມທ່ານລົງຈາກອຳນາດ.