ການຄ້າມະນຸດ ແມ່ນມີການ ປະຕິບັດກັນ ຢ່າງແຜ່ກວ້າງ ແລະສ່ວນໃຫຍ່ແລ້ວ ບໍ່ຄ່ອຍມີການລາຍງານກັນ. ບໍ່ມີຜູ້ໃດຮູ້ຈັກ ຢ່າງເປັນການຄັກແນ່ວ່າ ມີຜູ້ຄົນ ໃນຈຳນວນຫຼາຍປານໃດ ໄດ້ຕົກເປັນເຫຍື່ອ ຍ້ອນລັກສະນະ ທີ່ເປັນຄວາມລັບ ຂອງການຄ້າ ທີ່ຕໍ່າຊ້າດັ່ງກ່າວ. ແຕ່ອົງການແຮງງານສາກົນ ກະປະມານວ່າ ມີໃນລະຫວ່າງ 700 ພັນ ຫາ 4 ລ້ານຄົນ ໄດ້ຖືກຄ້າ ຂ້າມຊາຍແດນ ໃນແຕ່ລະປີ.
ການຄ້າມະນຸດ ເປັນການກະທຳ ທີ່ຂ້ອນຂ້າງ ບໍ່ມີຄວາມສ່ຽງເລີຍ ທັງນີ້ກໍຍ້ອນວ່າ ຕາມປົກ ກະຕິແລ້ວ ແມ່ນຜູ້ເຄາະຮ້າຍ ບໍ່ແມ່ນຜູ້ສວຍໃຊ້ ເອົາຜົນປະໂຫຍດ ທີ່ຖືກຖືວ່າ ເປັນຜູ້ກະທຳຜິດ ແລະຖືກລົງໂທດ. ເພື່ອແກ້ໄຂຄວາມຜິດ ພາດດັ່ງກ່າວນີ້ ສະພາສິດທິມະນຸດ ຂອງອົງການ ສະຫະປະຊາຊາດ ທີ່ນະຄອນເຈນີວາ ຈຶ່ງໄດ້ເຊື້ອເຊີນ ພວກທີ່ລອດຊີວິດມາໄດ້ ຈາກການຄ້າມະນຸດ ຫຼາຍໆຄົນ ໄປໃຫ້ການ ກ່ຽວກັບ ປະສົບພະການໂຕຈິງ ທີ່ພວກເຂົາເຈົ້າ ໄດ້ປະສົບພົບພໍ້ມາ ແລະເພື່ອເປັນ ປາກກະບອກສຽງ ໃຫ້ແກ່ພວກເຄາະຮ້າຍ ທີ່ບໍ່ມີສິດມີສຽງນັ້ນ.
ປະສົບພະການ ຂອງພວກເຄາະຮ້າຍ ແມ່ນມີຄວາມເຈັບປວດ ແລະແຕກຕ່າງກັນໄປ ແຕ່ໃນທຸກໆກໍລະນີ ແມ່ນມີລັກສະນະ ຄ້າຍຄືກັນຢ່າງນຶ່ງ ນັ້ນກໍຄື ບັນດາຜູ້ເຄາະຮ້າຍ ໄດ້ຕົກເປັນເຫຍື່ອ ຂອງພວກຄ້າມະນຸດ ທີ່ອາດເປັນ ຄົນທີ່ພວກເຂົາເຈົ້າ ໄວ້ເນື້ອເຊື່ອໃຈ ເຊັ່ນພໍ່ແມ່ ເພື່ອນບ້ານ ໝູ່ເພື່ອນ ຫລື ພວກຍາດທີ່ນ້ອງ. ທັງໝົດ ພາກັນຕັດສິນໃຈ ໄປຕ່າງປະເທດ ກໍຍ້ອນມີຄວາມຫວັງວ່າ ຈະໄດ້ພົບພໍ້ ກັບຊີວິດ ທີ່ດີຂຶ້ນ.
// ສຽງນາງ KIKKA //
ນາງ KIKKA CERPA ຈາກນະຄອນນິວຢອກ ເປັນຜູ້ນື່ງ ທີ່ໄປໃຫ້ການ ຕໍ່ສະພາສິດທິມະນຸດ ຂອງອົງການ ສປຊ ທີ່ນະຄອນເຈນີວາ. ນາງເວົ້າວ່າ ນາງໄດ້ເດີນທາງ ມາຍັງສະຫະ ລັດ ເພາະຄິດວ່າ ຈະໄດ້ເຮັດວຽກ ເປັນຜູ້ເບິ່ງເດັກນ້ອຍ ແຕ່ໃນທີ່ສຸດ ໄດ້ກາຍເປັນໂສເພນີ ຊຶ່ງບໍ່ແມ່ນ ໂດຍຄວາມສະມັກໃຈຂອງນາງ ແຕ່ມີຄົນ ບັງຄັບໃຫ້ນາງ ຕ້ອງເປັນຈັ່ງຊັ້ນ.
ແມ່ນຜູ້ບ່າວ ຂອງນາງ KIKKA CERPA ເອງ ທີ່ໄດ້ຊັກຊວນນາງ ໃຫ້ເດີນທາງ ຈາກ ປະເທດ ເວເນຊູເອລາ ມາຍັງນະຄອນນິວຢອກ ໃນປີ 1992. ຫຼັງຈາກມາເຖິງແລ້ວ ນາງໄດ້ໄປພັກ ຢູ່ກັບຍາດພີ່ນ້ອງ ຂອງຜູ້ບ່າວນາງ ແລະໝູ່ຄົນນຶ່ງ. ນາງເວົ້າວ່າ ພວກເຂົາໄດ້ທຸບຕີ ແລະຂົ່ມຂືນນາ ແລະບັງຄັບໃຫ້ນາງ ເຮັດວຽກເປັນໂສເພນີ ເພື່ອໃຊ້ໜີ້ ໃຫ້ຜູ້ບ່າວຂອງນາງ.
ນາງເວົ້າວ່າ ນາງໄດ້ເຮັດວຽກ ເປັນໂສເພນີ ເປັນເວລາ 3 ປີ ກ່ອນຈະຫລົບໜີ ອອກມາໄດ້ ໂດຍການຊ່ວຍເຫລືອ ຂອງລູກຄ້າຄົນນຶ່ງ ຊຶ່ງໃນເວລາຕໍ່ມາ ໄດ້ບັງຄັບໃຫ້ນາງ ກາຍເປັນຂ້າທາດ ສ່ວນໂຕຂອງເຂົາ. ນາງເວົ້າວ່າ ນາງຢູ່ກັບຜູ້ ຊາຍຄົນນີ້ 10 ປີ ແລະມີລູກສາວ 2 ຄົນ.
// ສຽງນາງ KIKKA //
ນາງ KIKKA ເວົ້າວ່າ ນາງບໍ່ສາມາດ ທີ່ຈະຫຼົບໜີໄປ ຈາກຜູ້ຊາຍຄົນນີ້ໄດ້ ຍ້ອນວ່າ ໃນແຕ່ລະເທື່ອ ທີ່ນາງພະຍາຍາມ ຈະຫຼົບໜີນັ້ນ ຜູ້ຊາຍຄົນນີ້ ກໍເວົ້າວ່າ ເຂົາຈະໄປແຈ້ງ ເຈົ້າໜ້າທີ່ ກ່ຽວກັບ ຄວາມຜິດຂອງນາງ ແລະຈະໃຫ້ ເຈົ້າໜ້າທີ່ ເນລະເທດນາງ ອອກ ໄປຈາກ ສະຫະລັດ ແລະນາງ ກໍຈະບໍ່ໄດ້ພົບພໍ້ ກັບລູກສາວອີກ.
ໃນທີ່ສຸດ ນາງ KIKKA ກໍສາມາດ ຫຼົບໜີໄປໄດ້. ນາງໄດ້ຮ້ອງຂໍໃຫ້ສານ ອອກຄຳສັ່ງ ປົກປ້ອງຄຸ້ມຄອງນາງ ແຕ່ແທນທີ່ ຈະເປັນຈັ່ງຊັ້ນ ສານກັບສັ່ງໃຫ້ ພາກລູກສາວຂອງນາງ ໄປຈາກນາງ ແລະນາງ ໄດ້ຖືກກ່າວຫາວ່າ ເປັນອາຊະຍາກອນ.
ນາງເວົ້າວ່າ ແຕ່ຍ້ອນການຊ່ອຍເຫຼືອ ຂອງອົງການ SANCTUARY FOR FAMILIES ນາງຈຶ່ງສາມາດ ປົດປ່ອຍນາງເອງ ໃຫ້ເປັນອິສະລະ ຈາກພວກແມງດາ ແລະແມ່ເລົ້າ ທີ່ຄວບຄຸມ ຊີວິດຂອງນາງນັ້ນໄດ້.
ສ່ວນເລື່ອງ ຂອງນາງ CHARLOTTE AWINO ນັ້ນ ແມ່ນແຕກຕ່າງໄປ ແຕ່ກໍເປັນທີ່ໜ້າສົງສານ ເທົ່າໆກັນ . ນາງມີອາຍຸ 14 ປີ ເວລາກຸ່ມກະບົດ LORD’S RESISTANCE ARMY ໃນອູການດາ ລັກພາໂຕນາງໄປ ຈາກໂຮງຮຽນກິນນອນ ໃນປີ 1996. ນາງກ່າວຊີ້ ແຈງເພີ້ມຕື່ມວ່າ:
"ພວກເຮົາໄດ້ຖືກພາໂຕ ອອກຈາກຮົ້ວໂຮງຮຽນ ແລະໄປໃສກະບໍ່ຮູ້ ແລະກໍຍ່າງ ຕະຫຼອດເວລາ ຍ່າງໄປເລື້ອຍໆ ແລະກໍແບກສຳພາລະນຳ. ພວກເຮົາ ແມ່ນຖືກນຳໂຕໄປ ພາກໃຕ້ຂອງຊູດານ ແລະໄດ້ມີການ ຂົ່ມຂືນສຳເລົາ ເກີດຂຶ້ນຕະຫຼອດເວລາ ທັງຍັງໄດ້ ອອກແຮງງານ ເຮັດສວນ ຂຸດຫັ້ນເຮັດໜີ້ ແບກເຄື່ອງຂອງ ແບບເປັນຂ້າທາດ ແລະການທຸບຕີ ແມ່ນເປັນຄຳສັ່ງ ປະຈຳວັນ ທັງມີການ ນາບຂູ່ຕ່າງໆນາໆນຳດ້ວຍ ຖ້າຫາກຢາກໂຕນໜີ ແນ່ນອນ ເຈົ້າກໍຈະຖືກຂ້າຕາຍລູກດຽວ."
ນາງ CHARLOTTE ເວົ້າວ່າ ນາງໄດ້ຕົກເປັນ ຂ້າທາດທາງເພດ ເປັນເວລາ 8 ປີ. ນາງມີອາຍຸ 22 ປີ ແລະມີລູກ 2 ຄົນ ເວລານາງ ສາມາດຫຼົບໜີ ໄປໄດ້ໃນທີ່ສຸດ. ນາງເວົ້າວ່າ ຄວາມຊົງຈຳ ກ່ຽວກັບຊຸມປີ ທີ່ນາງໄດ້ສູນເສຍໄປ ແລະເຕັມໄປດ້ວຍ ຄວາມເຈັບປວດນັ້ນ ຍັງສືບຕໍ່ ມາຫລອກຫລອນນາງ ຢູ່ທຸກມື້.
"ເຈົ້າກໍຮູ້ຕວ໊າວ່າ ຂ້ອນມາເຈນີວານີ້ ບໍ່ແມ່ນຂ້ອຍຢາກມາເຫັນ ຫຼືມາຖ້ຽວຢ້ຽມຢາມດອກ ຂ້ອຍມານີ້ ກໍແມ່ນເພື່ອ ເປັນຕົວແທນຕາງໜ້າ ໃຫ້ພວກເຄາະຮ້າຍ ທີ່ບໍ່ມີປາກມີສຽງເຫຼົ່ານັ້ນ ຊຶ່ງບໍ່ມີຜູ້ໃດ ເປັນຕົວແທນ ໃຫ້ພວກເຂົາເຈົ້າເລີຍ ແມ່ນແຕ່ຄົນດຽວ ແລະກໍບໍ່ມີການ ດຳເນີນການ ຢ່າງໃດເລີຍ ແມ່ນແຕ່ພວກເຂົາເຈົ້າ ໜີກັບຄືນໄປບ້ານ ກໍຕາມເທາະ ຍ້ອນສາຍເຫດນີ້ ທີ່ວ່າ ບໍ່ມີຜູ້ໃດ ເປັນຫ່ວງເປັນໃຍ ເລີຍນີ້ລະ ຂ້ອຍກໍເລີຍ ຕ້ອງມາທີ່ນີ້ ເພື່ອເປັນປາກເປັນສຽງ ໃຫ້ພວກທີ່ບໍ່ມີສຽງພວກນີ້ ເພື່ອໃຫ້ຊາວໂລກ ໄດ້ຮັບຮູ້ ແລະຍື່ນມືເຂົ້າຊ່ອຍ ພວກເຄາະຮ້າຍ ນີ້ດ້ວຍ."
ບໍ່ຄືກັນກັບ ຜູ້ເຄາະຮ້າຍ ສອງຄົນກ່ອນນັ້ນ ທ້າວ KUMAR RAMJALI ໄດ້ເວົ້າເຖິງ ກ່ຽວກັບການທີ່ລາວຖືກຄ້າ ເພື່ອສວຍໃຊ້ແຮງງານ. ລາວເວົ້າວ່າ ບໍລິສັດຂອງຈໍແດັນ ບໍລິສັດນຶ່ງ ໄດ້ໄປເກນເອົາລາວ ຢູ່ທີ່ເນປານ ບ້ານເກີດເມືອງນອນຂອງລາວ ໃນປີ 2004 ເພື່ອມາເຮັດວຽກ ຢູ່ສະຫະລັດ.
// ສຽງ ທ້າວ KUMAR //
ທ້າວ KUMAR ເວົ້າວ່າ ບໍ່ເປັນຈັ່ງໂຊກ ບໍ່ດົນຕໍ່ມາ ລາວຈຶ່ງຮູ້ວ່າ ລາວໄດ້ຖືກຫຼອກລວງ ໂດຍຄຳໝັ້ນສັນຍາວ່າ ຈະມີວຽກການດີໆ ໃຫ້ເຮັດ ແລະຈະໄດ້ ເງິນເດືອນສູງ. ແຕ່ແທນທີ່ ຈະຖືກສົ່ງມາ ສະຫະລັດ ລາວຊໍ້າພັດ ຖືກສົ່ງໄປຍັງ ປະເທດອີຣັກ ຊຶ່ງຢູ່ທີ່ນັ້ນ ລາວໄດ້ໄປເຮັດວຽກ ຢູ່ທີ່ຄ້າຍທະຫານ ອະເມຣິກັນແຫ່ງນຶ່ງ ໂດຍທີ່ລາວ ບໍ່ໄດ້ສະມັກໃຈເລີຍ. ລາວເວົ້າວ່າ ໜັງສືເດີນທາງ ຂອງລາວ ໄດ້ຖືກຢຶດ ແລະລາວບໍ່ໄດ້ຮັບ ອະນຸຍາດ ໃຫ້ອອກຈາກອີຣັກ ເປັນເວລາ 4 ປີ.
ສ່ວນນາງ JANA KOHUT ຊຶ່ງເກີດຢູ່ທີ່ ບອສເນຍນັ້ນ ເວລານີ້ ເປັນນັກເຄື່ອນໄຫວ ເພື່ອສິດທິມະນຸດ ຕໍ່ຕ້ານການຄ້າມະນຸດ. ນາງໄດ້ເວົ້າເຖິງ ຄວາມທຸກທໍລະມານ ຂອງພວກເຄາະຮ້າຍ ຈາກປະສົບພະການ ທີ່ນາງໄດ້ພົບພໍ້ ມາດ້ວຍຕົວເອງ.
ໃນປີ 2004 ຂະນະທີ່ ຢູ່ປະເທດ ໂຄຣເອເຊຍນັ້ນ ນາງເວົ້າວ່າ ນາງໄດ້ຖືກຄ້າ ເພື່ອສວຍໃຊ້ ເປັນໂສເພນີ ໃນປະເທດ ສະໂລເວເນຍ ທີ່ຕັ້ງຢູ່ໃກ້ຄຽງ. ນາງກ່າວວ່າ ນາງໄດ້ຖືກຫຼອກໄປ ໂດຍໝູ່ ແມ່ຍິງຄົນນຶ່ງ ແລະໃນເວລາຕໍ່ມາ ໄດ້ຖືກລັກພາໂຕໄປ ຖືກຂົ່ມຂືນຊຳເລົາ ແລະຖືກບັງຄັບ ໃຫ້ເຮັດວຽກ ເປັນໂສເພນີ ຈົນເທົ່ານາງ ສາມາດຫຼົບໜີໄປໄດ້ ໃນປີ 2005.
ນາງກ່າວວ່າ ເວລານີ້ ນາງໄດ້ອຸທິດ ຊີວິດຂອງນາງ ເພື່ອຕໍ່ສູ້ ບໍ່ຢາກໃຫ້ແມ່ ຍິງຄົນອື່ນ ຕ້ອງໄດ້ປະສົບ ຊະຕາກຳ ແບບດຽວກັນ ກັບນາງ