ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສານສູງຂອງສະ​ຫະ​ປະ​ຊາ​ຊາດ ຈະພີຈາລະນາຄໍາຮ້ອງ ກ່ຽວກັບ ຄະ​ດີຂ້າລ້າງເຜົ່າພັນ ຕໍ່ ອິສຣາແອລ ໃນອາທິດໜ້າ


ແຟ້ມຮູບ-ຕຶກອາຄານສານອາຍາສາກົນ ໃນນະຄອນເຮກ, ປະເທດເນເທີແລນ, ວັນທີ 7 ທັນວາ 2019.
ແຟ້ມຮູບ-ຕຶກອາຄານສານອາຍາສາກົນ ໃນນະຄອນເຮກ, ປະເທດເນເທີແລນ, ວັນທີ 7 ທັນວາ 2019.

ສານ​ສູງ​ສຸດ ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ ຈະ​ພິ​ຈາ​ລະ​ນາ​ຄໍາ​ຮ້ອງຈາກ​ອາ​ຟຣິ​ກາ​ໃຕ້​ແລະ​ອິ​ສ​ຣາແອລ ໃນອາທິດໜ້າ ລຸນ​ຫຼັງ​ປຣີໂຕເຣຍ ໄດ້ຄະ​ດີ​ໃນ​ອັນ​ທີ່​ຕົນ​ຮ້ອງ​ວ່າ ເປັນ​ການ​ຂ້າ​ລ້າງ​ເຜົ່າ​ພັນ​ຂອງ ອິສຣາແອລ ໃນຂົງເຂດ ກາຊາ​, ອີງຕາມລາຍງານຂອງອົງການຂ່າວ AFP.

ອາ​ຟຣິ​ກາ​ໃຕ້ ຕ້ອງການ​ໃຫ້​ສານອາຍາ​ສາກົນ ​ອອກຄໍາສັ່ງ​ໃຫ້ ອິສຣາ​ແອລ ຍຸຕິ​ການ​ເຄື່ອນ​ໄຫວ​ທາງ​ທະຫານ​ຢູ່​ຂົງເຂດດັ່ງກ່າວຢ່າງ​ຮີບ​ດ່ວນ ​ໃນ​ກໍລະນີ​ທີ່ ອິສ ຣາ​ແອລ ປະຕິ​ເສດ “ດ້ວຍ​ຄວາມ​ລັງ​ກຽດ.”

ສະຫະລັດ, ໃນວັນພຸດວານນີ້ ໄດ້ປະນາມຕໍ່ອາຟຣິກກາໃຕ້ທີ່ໄດ້ຍົກເອົາຄະດີຂ້າລ້າງເຜົ່າພັນຂຶ້ນມາອ້າງ ໂດຍປະຕິເສດ ໃນກ່າວຫາຕໍ່ອິສຣາແອລ ກ່ຽວກັບສົງ ຄາມຢູ່ໃນຂົງເຂດກາຊາ.

ໂຄສົກສະພາຄວາມໝັ້ນຄົງແຫ່ງຊາດຂອງທຳນຽບຂາວ ທ່ານຈອນ ເຄີບີ ກ່າວໃນ​ການ​ຖະ​ແຫຼງ​ຂ່າວວ່າ "ຄໍາຮ້ອງດັ່ງກ່າວນັ້ນບໍ່ມີປະໂຫຍດຫຍັງ, ມັນເປັນການຕໍ່ຕ້ານ ແລະບໍ່ມີພື້ນຖານໃນ​ຄວາມເປັນຈິງອັນໃດເລີຍ.

ໂຄສົກກະຊວງການຕ່າງປະເທດ ທ່ານແມັດທິວ ມີລເລີ ກ່າວຕ່າງຫາກ ໂດຍການປະເມີນຂອງສະຫະລັດວ່າ "ພວກເຮົາຍັງ​ບໍ່ເຫັນການກະທໍາໃດໃນຈຸດນີ້ທີ່​ປະ​ກອບ​ເປັນການຂ້າລ້າງເຜົ່າພັນ."

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG