ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ລົງຄະແນນສຽງ ກ່ຽວກັບ ຍັດຕິ ສິດທິມະນຸດ ເກົາຫລີເໜືອ


ທ່ານ Kim Jung Un ຜູ້ນຳເກົາຫລີເໜືອ (ກາງ)
ທ່ານ Kim Jung Un ຜູ້ນຳເກົາຫລີເໜືອ (ກາງ)

ສະຫະປະຊາ​ຊາດ ກຳລັງ​ລົງ​ຄະ​ແນນ​ສຽງ​ຄັ້ງສຳຄັນ ​ໃນ​ວັນ​ອັງ
ຄານ​ມື​ນີ້ ກ່ຽວກັບ​ຍັດຕິທີ່​ສະ​ເໜີ​ໃຫ້ດຳເນີນຄະດີ​ເກົາຫລີ​ເໜືອ
ຢູ່​ສານ​ອາຍາ​ນາໆ​ຊາດ ຍ້ອນການ​ກ່າວ​ຫາວ່າປະເທດດັ່ງກ່າວ
ໄດ້ກໍ່ໂທດກຳຕ້ານ​ມະນຸດ​ຊາດ.

ຄາດວ່າ ຍັດຕິທີ່ບໍ່ມີຜົນບັງຄັບສະບັບນີ້ຈະ​ໄດ້​ຮັບໄຊຊະນະ​ຢ່າງ
​ງ່າຍ​ຂອງສຽງ​ສ່ວນ​ຫລາຍ​ທີ່​ຕ້ອງການເພື່ອ​ໃຫ້​ຜ່ານຄະນະກຳມະ
ການທີສາມ ຂອງກອງ​ປະ​ຊຸມ​ສະມັດຊາໃຫຍ່ສະຫະປຊາຊາດ ທີ່
ເນັ້ນ​ໜັກໃສ່​ບັນຫາ​ສິດທິ​ມະນຸດນັ້ນ.

ຍັດຕິ ທີ່ຮ່າງ​ໂດຍ ຍີ່ປຸ່ນ ​ແລະ​ສະຫະພາບ​ຢູ​ໂຣບ ສະບັບນີ້ ​ແມ່ນ
​ອີງ​ຕາມລາຍງານ ຂອງຄະນະ​ກຳມາທິການສືບສວນສະຫະ​ປະຊາ​ຊາດ ໃນເດືອນ​ກຸມພາ
ຜ່ານມາ ທີ່​ໃຫ້ລາຍ​ລະ​ອຽດ ກ່ຽວກັບ​ການ​ປະຫານ​ຊີວິດ​ ຢ່າງເປັນລະບົບ ການທໍລະ ມານ ການຂົ່ມຂືນ ​ແລະ​ການ​ຂາດ​ແຄນອາຫານການກິນຢ່າງຮ້າຍແຮງ​ຢູ່​ໃນເກົາ ຫລີ​ເໜືອ ທີ່ມີ
ມາເປັນເວລາຫລາຍໆທົດສະວັດ.

ລາຍງານ​ຂອງຄະນະ​ກຳມາທິການ ​ໄດ້​ຮຽກຮ້ອງ​ໃຫ້ສະພາ​ຄວາມ​ໝັ້ນຄົງສະ​ເໜີເລື່ອງຂອງ
ພຽງຢາງ ຕໍ່ສານ​ອາຍາ​ນາໆ​ຊາດ ຫລື ICC​. ຮ່າງຍັດຕິສະບັບປັດຈຸ​ຈຸບັນ ແມ່ນຍັງຮວມ​ຂໍ້
​ສະ​ເໜີ​ແນະດັ່ງກ່າວຢູ່.

ທ່ານ Greg Scarlatoiu ຜູ້​ອຳນວຍການບໍລິຫານ​ຄະນະກຳມະການປົກປ້ອງ ສິດທິ​ມະນຸດ
ເກົາຫລີ​ເໜືອ ທີ່​ມີ​ຫ້ອງ​ການ​ຢູ່ນະຄອນຫລວງວໍ​ຊິງ​ຕັນ ກ່າວ​ຕໍ່ ວີ​ໂອ​ເອ ວ່າ ທ່ານ​ຄາດ​ວ່າ
ຍັດຕິນີ້ຈະ​ຜ່ານດ້ວຍຄະແນນສຽງ ລະຫວ່າງ 100 ຫາ 120 ສຽງ ຂອງ​ຈຳນວນ​ທັງ​ໝົດ
193 ສຽງ.

ຮ່າງຍັດຕິນີ້​ຄາດ​ວ່າຈະ​ນຳ​ສະ​ເໜີ​ຕໍ່ກອງ​ປະຊຸມ​ສະມັດຊາ​ໃຫຍ່ສະຫະປະຊາຊາດ ຄົບ
ຄະນະ ​ໃນ​ເດືອນ​ໜ້າ​ນີ້ ຊຶ່ງ​ເປັນບ່ອນ ​ທີ່​ຄາດ​ກັນວ່າ​ ຈະມີການຮັບ​ຜ່ານເຊັ່ນ ດຽວກັນນັ້ນ.
​ແຕ່ຍັງບໍ່​ທັນເປັນ​ທີ່​ແຈ້ງ​ຂາວ​ວ່າ​ ມັນ​ຈະ​ລອດຊີວິດໄດ້ຫລືບໍ່ ຢູ່​ໃນ​ ສະພາ​ຄວາມໝັ້ນຄົງ
ບ່ອນ​ທີ່​ຈີນ ຊຶ່ງແຕ່ໃດໆມາ ເຄີຍປົກ​ປ້ອງ​ເກົາຫລີ​ເໜືອ ທີ່​ເປັນ​ພັນທະ​ມິດ​ຂອງ​ຕົນນັ້ນ.

​ເຖິງ​ແມ່ນວ່າ​ຈີນ ໃຊ້ສິດຢັບຢັ້ງ​ຮ່າງ​ຍັດຕິນີ້ ທ່ານ Scarlatoiu ກ່າວ​ວ່າ ຄວາມ​ພະຍາຍາມ
​ນີ້ແມ່ນຄຸ້ມຄ່າ.

XS
SM
MD
LG