ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈະລົງຄະແນນສຽງ
ໃນວັນເສົາມື້ນີ້ ກ່ຽວກັບຮ່າງຍັດຕິຂອງສະຫະລັດ ທີ່ຮຽກ
ຮ້ອງໃຫ້ບັນດາປະເທດຕ່າງໆບໍ່ໃຫ້ຮັບຮູ້ຜົນການລົງປະຊາ
ມະຕິໃນເຂດ Crimea ທີ່ຈະມີຂື້ນນັ້ນ.ການລົງປະຊາມະຕິ
ໃນວັນອາທິດມື້ອຶ່ນນີ້ ຈະເຮັດໃຫ້ປະຊາຊົນໃນ Crimea ມີ
ສອງທາງເລືອກຄື ເຂົ້າຮ່ວມກັບຣັດເຊຍ ຫລືເສີມຂະຫຍາຍ
ຄວາມເຂັ້ມແຂງໃນ ການປົກຄອງຕົນເອງ ຂອງພວກເຂົາ
ເຈົ້າ ຢູ່ພາຍໃນຢູເຄຣນ. ການລົງຄະແນນ ສຽງເຫັນດີເພື່ອ
ເຂົ້າຮ່ວມກັບຣັດເຊຍນັ້ນ ແມ່ນເບິ່ງກັນຢ່າງກວ້າງຂວາງວ່າ
ເປັນການສະລຸບຜົນມານານແລ້ວ ຢູ່ໃນຂົງເຂດທີ່ ປາກພາ
ສາຣັດເຊຍ ເປັນສ່ວນໃຫຍ່ແຄມທະເລດໍາຳຊຶ່ງເປັນບ່ອນຕັ້ງຂອງກອງທັບເຮືອ ພະເຈົ້າ
czar ແລະຣັດເຊຍ ຕັ້ງແຕ່ສັດຕະວັດທີ 18 ເປັນຕົ້ນມາ.
ບັນດານັກການທູດກ່າວວ່າ ເຂົາເຈົ້າຄາດວ່າຣັດເຊຍ ຈະໃຊ້ສິດຢັບຢັ້ງຫລືວີໂຕ້ ຕໍ່ການ
ລົງຄະແນນສຽງ ຂອງສະຫະປະຊາຊາດ ໃນວັນເສົາມື້ນີ້ ໃນຂະນະທີ່ບັນ ດາຜູ້ສະໜັບ
ສະໜູນກ່າວວ່າ ສະມາຊິກ 13 ປະເທດ ຂອງຈຳນວນທັງໝົດ 15 ປະເທດ ຈະໃຫ້ການ
ອະນຸມັດ ຕໍ່ມະຕິດັ່ງກ່າວ. ໃນຂະນະດຽວກັນ ຈີນຍັງບໍ່ທັນກ່າວວ່າ ຕົນຈະລົງຄະແນນສຽງຢ່າງໃດ. ຖ້າຫາກພັນທະມິດທີ່ໃກ້ຊິດຂອງມົສກູ ຫາກບໍ່ຍອມອອກສຽງແລ້ວ ມັນຈະສະແດງໃຫ້ເຫັນວ່າ ຣັດເຊຍ ແມ່ນຖືກໂດດ ດ່ຽວ ໂດຍນາໆຊາດ ໃນຂອບເຂດທີ່
ກວ້າງຂວາງ.
ຮ່າງຍັດຕິ ຂອງສະຫະປະຊາຊາດສະບັບນີ້ ແມ່ນໄດ້ຢືນຢັນອີກຄັ້ງນຶ່ງ ກ່ຽວກັບ ເຂດນໍ້າ ແດນດິນອັນຄົບຖ້ວນຂອງຢູເຄຣນ ແລະການປະກາດວ່າ ການລົງປະ ຊາມະຕິ ໃນວັນອາທິດນີ້ “ບໍ່ມີຄວາມຖືກຕ້ອງສົມບູນ.”
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ John Kerry ກ່າວວ່າ ຣັດເຊຍຮັບ ເອົາການລົງປະຊາມະຕິ ຂອງເຂດ Crimea ເພື່ອແຍກໂຕ ອອກຈາກຢູເຄຣນ ແລະເຂົ້າຮ່ວມກັບຣັດເຊຍນັ້ນ ຈະເປັນການຜະໜວກທາງປະຕູຫລັງບ້ານ ແບບ ຜິດກົດໝາຍ.