ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ປະ​ຊາ​ຊາດ ຊອກ​ຫາ​ທາງ ໃຫ້​ມີ​ການ​ຢຸດ​ຍິງ ເພື່ອ​ມະ​ນຸດ​ສະ​ທຳ ໃນ​ປະ​ເທດ​ຢູ​ເຄ​ຣນ


ລົດ​ຍົກ​ຍ້າຍ​ຜູ້​ອົບ​ພະ​ຍົບ​ຫຼົບ​ໄພ​ສົງ​ຄາມ ໄປ​ຮອດ​ສູນ​ກາງ​ຜູ້​ປະ​ສົບ​ໄພ​ສົງ​ຄາມ ຫຼື IDP ທີ່​ເມືອງ​ຊາ​ໂປ​ຣິ​ສ​ເຊຍ (Zaporizhzhia) ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 25 ມີ​ນາ 2022.
ລົດ​ຍົກ​ຍ້າຍ​ຜູ້​ອົບ​ພະ​ຍົບ​ຫຼົບ​ໄພ​ສົງ​ຄາມ ໄປ​ຮອດ​ສູນ​ກາງ​ຜູ້​ປະ​ສົບ​ໄພ​ສົງ​ຄາມ ຫຼື IDP ທີ່​ເມືອງ​ຊາ​ໂປ​ຣິ​ສ​ເຊຍ (Zaporizhzhia) ປະ​ເທດ​ຢູ​ເຄ​ຣນ ເມື່ອ​ວັນ​ທີ 25 ມີ​ນາ 2022.

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ແອນ​ໂຕ​ນີ​ໂອ ​ກິວ​ເຕ​ເຣັ​ສ ກ່າ​ໃນ​ວັນ​ຈັນ​ວານນີ້​ວ່າ ຫົວ​ໜ້າ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຂອງ​ທ່ານ ຈະ​ເລີ້ມ​ທຳ​ການ​ສຳ​ຫຼວດ​ໃນ​ທັນ​ທີ ​ກັບ​ມົ​ສ​ກູແລະ​ກີ​ຢິບກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ ໃນ​ການ​ຈັດ​ແຈງ ​ເພື່ອ​ໃຫ້​ມີ​ການ​ຢຸດ​ຍິ ງ​ທາງ​ດ້ານ​ມະ​ນຸ​ດ​ສະ​ທຳ ໃນປະ​ເທດ​ຢູ​ເຄ​ຣນ.

ທ່ານ​ກິວ​ເຕ​ເ​ຣັ​ສ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ສຳ​ນັກ​ງານ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ວ່າ “ແຕ່​ໃຫ້​ເປັນ​ທີ່​ຈະ​ແຈ້ງວ່າ: ການ​ແກ້​ໄຂ​ຕໍ່​ໂສກ​ນາດ​ຕະ​ກຳ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ນີ້ ບໍ່​ແມ່ນ​ມະ​ນຸດ​ສະ​ທຳ ມັນ​ເປັນ​ເລື້ອງ​ການ​ເມືອງ. ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ຮ້ອງ​ຂໍ​ໃຫ້​ມີ​ການ​ຢຸດ​ຍິງ​ທາງ​ດ້ານ​ມະ​ນຸດ​ສະ​ທຳ​ໃນ​ທັນ​ທີ ເພື່ອ​ອຳ​ນວຍ​ໃຫ້​ເກີດ​ຄວາມ​ກ້າວ​ໜ້າ ໃນ​ການ​ເຈ​ລະ​ຈາ​ຢ່າງ​ຈິງ​ຈັງ​ທາງ​ດ້ານ​ການ​ເມືອງ ທີ່​ແນ​ໃສ່​ເພື່ອ​ໃຫ້​ບັນ​ລຸ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ ທີ່​ອີງ​ໃສ່​ຫຼັກ​ການ ຢູ່​ໃນ​ກົດ​ບັດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ.”

ທ່ານ​ກ່າວ​ວ່າ ການ​ຍຸ​ຕິ​ຄວາມ​ເປັນ​ປໍ​ລະ​ປັກ ຈະ​ອຳ​ນວຍ​ໃຫ້​ມີ​ການ​ຈັດ​ສົ່ງ​ການ​ຊ່ວຍ​ເຫຼືອທາງ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ສຳ​ຄັນໆ​ໄປ​ໃຫ້ ແລະ​ອະ​ນຸ​ຍາດ​ໃຫ້​ພົນ​ລະ​ເຮືອນ​ເຄື່ອນ​ໄຫວ​ໄປ​ມາ​ດ້ວຍ​ຄວາມ​ປອດ​ໄພ ທັງ​ສອງ​ຢ່າງນີ້​ບໍ່​ສາ​ມາດ​ເປັນ​ໄປ​ໄດ້​ຢູ່​ໃນ​ສ່ວນ​ໃຫຍ່​ຂອງ​ປະ​ເທດ​ຢູ​ເຄ​ຣນ ໃນ​ຫຼາຍ​ອາ​ທິດ​ທີ່​ຜ່ານ​ມານີ້.

ທ່ານ​ກິວ​ເຕ​ເຣັ​ສ ເວົ້າ​ວ່າ “ມັນ​ຈະ​ຊ່ວຍ​ຊີ​ວິດ​ ປ້ອງກັນ​ບໍ່​ໃຫ້​ເກີດ​ຄວາມ​ທຸກ​ທໍ​ລະ​ມານ ແລະ​ປົກ​ປ້ອງ​ພົນ​ລະ​ເຮືອນ.”

​ອາ​ສາ​ສະ​ໝັກ​ຖື​ຖົງ​ອາ​ຫານ ຈາກ​ຮ້ານ​ຂາຍ​ເຄື່ອງ ເພື່ອ​ນຳ​ໄປ​ແຈກ​ໃຫ້​ປະ​ຊາ​ຊົນ ​ທີ່​ມີ​ຄວາມ​ຕ້ອງ​ການ ໃນ​ຂະ​ນະ​ທີ່​ການ​ບຸກ​ໂຈມ​ຕີ​ຂອງ​ຣັດ​ເຊຍ ຕໍ່​ຢູ​ເຄ​ຣນ ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ ທີ່​ເມືອງ​ຄາ​ກີບ ເມື່ອ​ວັນ​ທີ 28 ມີ​ນາ 2022.
​ອາ​ສາ​ສະ​ໝັກ​ຖື​ຖົງ​ອາ​ຫານ ຈາກ​ຮ້ານ​ຂາຍ​ເຄື່ອງ ເພື່ອ​ນຳ​ໄປ​ແຈກ​ໃຫ້​ປະ​ຊາ​ຊົນ ​ທີ່​ມີ​ຄວາມ​ຕ້ອງ​ການ ໃນ​ຂະ​ນະ​ທີ່​ການ​ບຸກ​ໂຈມ​ຕີ​ຂອງ​ຣັດ​ເຊຍ ຕໍ່​ຢູ​ເຄ​ຣນ ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ ທີ່​ເມືອງ​ຄາ​ກີບ ເມື່ອ​ວັນ​ທີ 28 ມີ​ນາ 2022.

ຫົວ​ໜ້າ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ມາ​ຕິນ ກ​ຣີບ-​ຟ​ຣິດ​ສ໌ ໄດ້​ທຳ​ການ​ຕິດ​ຕໍ່​ໄປ​ແລ້ວ ແລະ​ທ່ານ​ກິວ​ເຕ​ເຣັ​ສກ່າວ​ວ່າ ທ່ານ​ຫວັງ​ວ່າ​ຈະ​ໄດ້​ເດີນ​ທາງ​ໄປ​ມົ​ສ​ກູ ແລະ​ກີ​ຢິບ ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ທ່ານ​ກ່າວ​ຕື່ມ​ວ່າ “ຂ້າ​ພະ​ເຈົ້າ​ມີ​ຄວາມ​ຫວັ​ງ​ຢ່າງ​ແຮງ​ກ້າ​ວ່າ ຈະ​ມີ​ການ​ສະ​ແດງ​ອອກ​ເຖິງຄວາມ​ເຕັມ​ໃຈ​ຂອງ​ທັງ​ສອງ​ຝ່າຍ ເພື່ອ​ໃຫ້​ມີ​ການ​ຢຸດ​ຍິງ​ນີ້​ເກີດ​ຂຶ້ນ​ຈາກ​ທຸກໆ​ຝ່າຍ.”

ໃນ​ໄລ​ຍະ​ທີ່​ເກີດ​ສົງ​ຄາມ​ນຶ່ງ​ເດືອນ​ມານີ້ ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ທີ່​ໜ້າ​ຢ້ານ​ກົວ​ແລະ​ຄວາມ​ທຸກ​ທໍ​ລະ​ມານ​ໃຫ້​ແກ່​ປະ​ຊ​າ​ຊົນ​ຊາວ​ຢູ​ເຄ​ຣນ. ໝົດ​ທັງ​ຄຸ້ມ​ໄດ້​ຖືກ​ໂຈມ​ຕີ​ດ້ວຍ​ລະ​ເບີດ ແລະ​ມີ​ພົນ​ລະ​ເຮືອນ​ເສຍ​ຊີ​ວິດ ໄດ້​ຮັບ​ບາດ​ເຈັບ ແລະ​ອົບ​ພະ​ຍົບ​ຫຼົບ​ໄພ. ການ​ປິດ​ລ້ອມ ແລະ​ອ້ອມ​ຫົວ​ເມືອງທີ່​ສຳ​ຄັນໆ ໄດ້​ພາ​ໃຫ້​ເກີດ​ການ​ຂາດ​ແຄນ​ອາ​ຫານ​ການ​ກິນ ນ້ຳ​ດື່ມ ​ຕະ​ຫຼອດ​ທັງ​ມີ​ການ​ຕັດ​ໄຟ​ຟ້າ ການ​ຂາດ​ແຄນ​ເຊື້ອ​ໄຟ ແລະ​ຄວາມ​ຫຍຸ້ງ​ຍາກ​ອື່ນໆ ສຳ​ລັບ​ຫຼາຍໆ​ລ້ານ​ຄົນ.

ຫົວ​ໜ້າ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວເຖິງ​ການ​ເສຍ​ຊີ​ວິດ​ແລະ​ການທຳ​ລາຍ​ ​ວ່າ “ສິ່ງ​ເຫຼົ່າ​ນີ້​ຕ້ອງ​ຢຸດ​ເຊົາ.”

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ສົ່ງ​ທີມ​ງານ​ໄປ​ມົ​ສ​ກູ​ມາ​ໄດ້​ຫຼາຍ​ອາ​ທິດ​ແລ້ວ​ເພື່ອ​ປະ​ສານ​ງານ​ກັບ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ເພື່ອ​ຈະ​ສາ​ມາດ​ຈັດ​ສົ່​ງ​ຂະ​ບວນ​ລົດ​ລຳ​ລຽງ​ເຄື່ອງຊ່ວຍ​ເຫຼືອ​ ເຂົ້າ​ໄປ​ໃນ​ເຂດ​ຕ່າງໆ​ຂອງ​ຢູ​ເຄ​ຣນ​ທີ່​ຖືກ​ປິດ​ລ້ອມ ແລະ​ຊ່ວຍ​ພົນ​ລະ​ເຮືອນ​ທີ່​ຕ້ອງ​ການ​ຫຼົບ​ໜີ ໃຫ້​ອອກ​ມາ​ໄດ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG