ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ອົງການອົບພະຍົບ ສ​ປ​ຊ ສົ່ງ​ເລື້ອງ ​ແມ່​ຍິງ​ ຊາ​ອຸ​ດີ ໃຫ້ອອ​ສ​ເຕ​ຣ​ເລຍ ເພື່ອ​ຕັ້ງ​ຖິ່ນ​ຖານ ທີ່​ນັ້ນ


ຜູ້​ບັນ​ຊາ​ການ​ຕຳ​ຫຼວດກວດ​ຄົນ​ເຂົ້າ​ເມືອງ​ປະ​ເທດ​ໄທ ​ທ່ານ​ຊູ​ຣະ​ເ​ຊດ ຮັກ​ພານ ກ່​າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ ໃນ​ບາງກອກ ວັນ​ທີ 7 ມັງ​ກອນ 2019.
ຜູ້​ບັນ​ຊາ​ການ​ຕຳ​ຫຼວດກວດ​ຄົນ​ເຂົ້າ​ເມືອງ​ປະ​ເທດ​ໄທ ​ທ່ານ​ຊູ​ຣະ​ເ​ຊດ ຮັກ​ພານ ກ່​າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ ໃນ​ບາງກອກ ວັນ​ທີ 7 ມັງ​ກອນ 2019.

ອົງການອົບພະຍົບຂອງສະຫະປະຊາຊາດ ໄດ້​ພິ​ຈາ​ລະ​ນາ​ວ່າ ແມ່ຍິງຊາອຸດີ ອາຣາ
ເບຍ ອາຍຸ 18 ປີ ຜູ້ທີ່ໄດ້ຫລົບໜີ ໄປຍັງປະເທດໄທນັ້ນ ​ແມ່ນ​ອົບ​ພະ​ຍົບ ແລະ​ໄດ້​
ຂໍ​ຮ້ອງ​ໃຫ້​ອອ​ສ​ເຕ​ຣ​ເລຍ​ ຮັບ​ເອົາ​ນາງເຂົ້າ​ໄປ​ຢູ່.

ກະ​ຊວງ​ຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ອອ​ສ​ເຕ​ຣ​ເລຍ ກ່າວ​ວ່າ​ ຕົນ​ຈະ​ພິ​ຈາ​ລະ​ນາ​ຄຳ​
ຮ້ອງ​ຂໍ ທີ່​ເຮັດ​ໂດຍ ອົງການຂ້າ​ຫຼວງ​ໃຫຍ່ອົບພະຍົບຂອງສະຫະປະຊາຊາດ ເພື່ອ​ໃຫ້
ນາງຣາຮັຟ ໂມຮາມເມັດ ອາລ-ກູນັນ ເຂົ້າ​ໄປ​ຕັ້ງ​ຖິ່ນ​ໃໝ່​ທີ່ນັ້ນ.

ນາງອາລ-ກູນັນ ໄດ້​ເດີນ​ທາງໄປເຖິງ​ບາງກອກ​ໃນ​ວັນ​ເສົາ​ແລ້ວ​ນີ້ ຢູ່​ໃນ​ສາຍ​ການ​ບິນ​
ຈາກ​ກຄູເວດ ຫຼັງ​ຈາກ​ໄດ້ຫລົບ​ໜີ​ຈາກ​ຄອບ​ຄົວ​ຂອງ​ນາງ ​ໂດຍອ້າງວ່າ​ເຂົາ​ເຈົ້າ​ຈະ​ຂ້າ​
ນາງ ຖ້າ​ຫາກ​ນາງຖືກສົ່ງ​ກັບ​ຄືນ.

ຫຼັງ​ຈາກ​ນາງ​ໄດ້​ຖືກ​ປະ​ຕິ​ເສດ​ໃນ​ຕອນ​ຕົ້ນໆ​ເວ​ລາ​ເຂົ້າ​ໄປປະ​ເທດ​ໄທ ນາງ​ໄດ້ ຂັງຕົນ
ເອງໄວ້ ຢູ່ໃນຫ້ອງພັກ ຂອງໂຮງແຮມທີ່ ສະໜາມບິນ ຢູ່ບາງກອກ ແລະ​ເຜີຍ​ແຜ່​ຮູບ​
ພາບ ພ້ອມ​ດ້ວຍ​ຂໍ້​ຄວາມ​ຂອງ​ນາງ​ຢູ່​ທາງ​ທວິດ​ເຕີ ທີ່​ດືງ​ດູດ​ຄວາມ​ສົນ​ໃຈ ໃຫ້​ແກ່ໂລກ
ໄດ້​ເຫັນ​ກາ​ນ​ຮ້ອງ​ຂໍ​ຂອງ​ນາງ. ຄວາມ​ສົນ​ໃຈ​ໄດ້​ເຮັດ​ໃຫ້​ພວກ​ເຈົ້າ​ໜ້າ​ທີ່ກວດ​ຄົນ​ເຂົ້າ
​ເມືອງ​ຂອງ​ໄທ ຕ່າວ​ປີ້ນ​ການ​ຕັດ​ສິນ​ໃຈ​ຂອງ​ເຂົາ​ເຈົ້າ​ໃນ​ຕອນ​ຕົ້ນ ທີ່​ຈະ​ສົ່ງ​ນາງ​ກັບ​ຄືນ​
ໄປ ​ຊາ​ອຸ​ດີ ​ອາ​ຣາ​ເບຍ.

ຜູ້​ບັນ​ຊາ​ການ​ຕຳ​ຫຼວດກວດ​ຄົນ​ເຂົ້າ​ເມືອງ​ປະ​ເທດ​ໄທ ​ທ່ານ​ຊູ​ຣະ​ເ​ຊດ ຮັກ​ພານ ກ່າວ
​ວ່າພໍ່ ແລະ​ອ້າຍ​ຂອງ ນາງອາລ-ກູນັນ ໄດ້​ເດີນ​ທາງໄປເຖິງບ​າງກອກ​ໃນ​ວັນ​ອັງ​ຄາ​ນ​
ວານ​ນີ້ ແຕ່​ນາງ​ໄດ້​ປະ​ຕິ​ເສດ​ທີ່​ຈະ​ພົບ​ກັບ​ເຂົາ​ເຈົ້າ.

ທ່ານ​ຊູຣະເ​ຊດ ໄດ້​ສົນ​ທະ​ນາ​ກ່ຽວ​ກັບ​ຄະ​ດີ​ນາງ ອາລ-ກູນັນ ໃນ​ວັນ​ອັງ​ຄານ​ວານ​ນີ້ ກັບ
​ອຸບ​ປະ​ທູດ​ຂອງ​ສະ​ຖານ​ທູ​ດ​ຊາ​ອຸ​ດີ​ ໃນ​ບາງກອກ ທ່ານ​ອັ​ຟ​ດີ​ລີ​ລາອາ​ລ​ຊ​າ​ບີ. ຮູບ​ພາບ​
ວີ​ດີ​ໂອ​ທີ່​ເຜີຍແຜ່​ໂດຍ​ຫ້ອງ​ການກວດ​ຄົນ​ເຂົ້າ​ເມືອງ​ປະ​ເທດ​ໄທ ສະ​ແດງ​ໃຫ້​ເຫັນວ່າ
​ທ່ານອາ​ລ​ຊ​າ​ບີ ໄດ້​ຕໍ່​ວ່າມັນ​ຈະ​ດີກວ່າ ຖ້າ​ຫາກ​ບາງ ກອກ​ໄດ້​ຍຶດ​ເອົາ​ໂທ​ລະ​ສັບ​ມື​ຖື​
ຂອງ​ນາງອາລ-ກູນັນ ແທນ​ທີ່​ຈະ​ແມ່ນ​ໜັງ​ສື​ເດີນ​ທາງ ​ອັນເປັນຄຳ​ເວົ້າ ທີ່​ພາ​ໃຫ້​ມີ​ການ​
ປະ​ທ້ວງ​ຢ່າງ​ໂກດ​ແຄ້ນ​ ຢູ່​ໃນ​ສື່ສັງ​ຄົມ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG