ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໐ ກໍລະກົດ ໒໐໒໕

ສປຊ ຂໍຮ້ອງໃຫ້ ການເລືອກຕັ້ງຢູ່ໄທ ເປັນທີ່ໜ້າເຊື່ອຖື


ພວກສະໜັບສະໜຸນ ພາກັນຊູຮູບໂປສເຕີ້ ນາຍົກລັດຖະມົນຕີໄທ ແລະຜູ້ນຳຂອງພັກປະຊາທິປັດ ທ່ານອະພິຊິດ ເວດຊາຊີວະ ໃນລະຫວ່າງການໂຄສະນາຫາສຽງທີ່ບາງກອກ (23 ມິຖຸນາ 2011)
ພວກສະໜັບສະໜຸນ ພາກັນຊູຮູບໂປສເຕີ້ ນາຍົກລັດຖະມົນຕີໄທ ແລະຜູ້ນຳຂອງພັກປະຊາທິປັດ ທ່ານອະພິຊິດ ເວດຊາຊີວະ ໃນລະຫວ່າງການໂຄສະນາຫາສຽງທີ່ບາງກອກ (23 ມິຖຸນາ 2011)

ເລຂາທິການໃຫຍ່ຂອງອົງການສະຫະປະຊາຊາດ ທ່ານ Ban Ki-moon ຮຽກຮ້ອງໃຫ້ທຸກ ພັກການເມືອງທີ່ເຂົ້າຮ່ວມການເລືອກຕັ້ງຢູ່ປະເທດໄທໃນມື້ວັນອາທິດຈະມານີ້ໃຫ້ທຳໂຕເປັນ ທີ່ໜ້າເຊື່ອຖືແລະມີຄວາມເປັນທຳ ແລະໃຫ້ຮັບເອົາແລະໃຫ້ເຄົາລົບຕໍ່ການຕັດສິນໃຈຂອງປະ
ຊາຊົນ ຕາມທີ່ໄດ້ສະແດງອອກໃນການປ່ອນບັດນັ້ນ.

ໃນຖະແຫຼງການສະບັບນຶ່ງທີ່ນຳອອກເຜີຍແຜ່ໃນມື້ວັນພຸດວານນີ້ທ່ານ Ban ເວົ້າວ່າ ທ່ານ
ພວມຕິດຕາມເບິ່ງການເລືອກຕັ້ງໃນໄທຢ່າງໃກ້ຊິດແລະກໍຫວັງວ່າຄົງຈະບໍ່ມີຄວາມຮຸນແຮງ
ເກີດຂຶ້ນໃນການເລືອກຕັ້ງຄັ້ງນີ້. ທ່ານກ່າວວ່າ ການເລືອກຕັ້ງທີ່ຍຸຕິທຳ ແລະໜ້າເຊື່ອຖືຈະ
ມີສ່ວນເຮັດໃຫ້ການປົກຄອງແບບປະຊາທິປະໄຕຢູ່ໃນປະເທດໄທມີຄວາມເຂັ້ມແຂງຕື່ມຂຶ້ນ.

ທ່ານ Ban ບໍ່ໄດ້ເວົ້າເຖິງຄວາມວິຕົກກັງວົນໃດນຶ່ງ ຢ່າງເປັນການສະເພາະ ກ່ຽວກັບການ
ເລືອກຕັ້ງ ໃນມື້ວັນອາທິດຈະມາ ຊຶ່ງເປັນການເລືອກຕັ້ງເທື່ອທຳອິດ ນັບແຕ່ຄວາມເຄັ່ງຕຶງ
ທາງດ້ານການເມືອງ ໄດ້ລະເບີດຂຶ້ນກາຍເປັນຄວາມຮຸນແຮງທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍ
ກວ່າ 90 ຄົນໃນປີກາຍ. ແຕ່ພວກນັກສັງເກດການກ່ຽວກັບການເລືອກຕັ້ງຂອງນາໆຊາດ
ແລະສື່ມວນຊົນຂອງໄທເອງຕ່າງກໍກ່າວວ່າ ການຊື້ຄະແນນສຽງ ແມ່ນຖືເປັນຂອງທຳມະດາ
ໃນການເລືອກຕັ້ງຂອງໄທ.

ຄະນະກຳມາທິການເລືອກຕັ້ງຂອງໄທ ພວມທຳການສືບສວນ ເບິ່ງການຮ້ອງຮຽນຫຼາຍສິບ
ກໍລະນີກ່ຽວກັບການຊື້ສຽງ ຂະນະທີ່ໜັງສືພິມ The Nation ຂອງໄທລາຍງານວ່າລາຄາ
ສຳລັບຊື້ຄະແນນສຽງໆນຶ່ງ ຢູ່ໃນເຂດບາງກອກເວລານີ້ ແມ່ນ ຢຸູ່ໃນລະຫວ່າງ 16 ຫາ 65
ໂດລາ.

XS
SM
MD
LG