ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ໄທແລະກໍາປູເຈຍ ພົບປະກັບ ສະພາຄວາມໝັ້ນຄົງ


ກອງປະຊຸມສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ
ກອງປະຊຸມສະພາຄວາມໝັ້ນຄົງ ອົງການສະຫະປະຊາຊາດ

ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ຮຽກຮ້ອງໃຫ້ກຳປູເຈຍ ແລະໄທ ແກ້ໄຂບັນຫາຂັດແຍ້ງຊາຍແດນລະຫວ່າງປະເທດທັງສອງທີ່ພວມດຳເນີນຢູ່ໃນເວລານີ້ ແລະຈັດໃຫ້ມີການຢຸດຍິງຢ່າງເປັນການຖາວອນ. ການລະເບີດຂຶ້ນອີກ ເມື່ອໄວໆມານີ້ ຂອງການຂັດແຍ້ງ ທີ່ມີມາເປັນເວລາຫຼາຍໆທົດສະວັດນັ້ນ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ ຢ່າງນ້ອຍ 10 ຄົນ ໃນການປະທະກັນ ລະຫວ່າງທະຫານຂອງທັງສອງຝ່າຍ. ນາງ Magaret Besheer ຜູ້ສື່ຂ່າວຂອງ VOA ມີລາຍງານການເຄື່ອນໄຫວລ່າສຸດກ່ຽວກັບ ເລື່ອງນີ້ຈາກອົງການສະຫະປະຊາຊາດ.

ລັດຖະມົນຕີການຕ່າງປະເທດຂອງກຳປູເຈຍແລະໄທໄດ້
ພົບປະແບບປິດລັບ ໃນວັນຈັນວານນີ້ ກັບສະພາຄວາມ
ໝັ້ນຄົງ ທີ່ມີສະມາຊິກ 15 ປະເທດ ແລະລັດຖະມົນຕີ
ການຕ່າງປະເທດອິນໂດເນເຊຍໃນຖານະທີ່ເປັນປະທານ
ວຽນຂອງສະມາຄົມອາຊ່ຽນ ຊຶ່ງເປັນອົງການຈັດຕັ້ງພູມີ
ພາກ.

ລຸນຫຼັງການພົບປະກັນແລ້ວ ປະທານວຽນປະຈຳເດືອນ
ກຸມພາ ຂອງສະພາຄວາມໝັ້ນຄົງອົງການສະຫະປະຊາ
ຊາດຄືເອກອັກຄະລັດຖະທູດບຣາຊີລທ່ານນາງ Maria
Luiza Ribeiro Viotti ໄດ້ອ່ານຖະແຫຼງການສະບັບນຶ່ງ
ສະແດງຄວາມວິຕົກກັງວົນເປັນທີ່ສຸດ ຂອງສະພາຄວາມ
ໝັ້ນຄົງອົງການສະຫະປະຊາຊາດກ່ຽວກັບການສູ້ລົບກັນ
ເມື່ອໄວໆມານີ້ ໃນເຂດສອກຫຼີກຫ່າງໄກແຫ່ງນຶ່ງໃກ້ໆ
ກັບວັດຂະແມຮິນດູໂບຮານອາຍຸ 900 ປີ.

// ສຽງ //

ທ່ານນາງ Maria Luiza Ribeiro Viotti ກ່າວວ່າບັນດາສະມາຊິກສະພາຄວາມໝັ້ນຄົງ
ຮຽກຮ້ອງໃຫ້ທັງສອງຝ່າຍໃຊ້ຄວາມຢັບຢັ້ງຊັ່ງໃຈໃຫ້ຫຼາຍທີ່ສຸດ ແລະຫຼີກລ່ຽງຕໍ່ການດຳເນີນ
ການໃດໆກໍຕາມທີ່ອາດຈະເຮັດໃຫ້ສະຖານະການຮ້າຍແຮງຂຶ້ນຕື່ມ. ຍິ່ງໄປກວ່ານັ້ນບັນດາ ສະມາຊິກສະມາຊິກຂອງສະພາຄວາມໝັ້ນຄົງ ຍັງຮຽກຮ້ອງໃຫ້ພັກຝ່າຍກ່ຽວຂ້ອງ ຈັດໃຫ້ມີ
ການຢຸດຍິງຢ່າງຖາວອນ ແລະຈັດຕັ້ງປະຕິບັດການຢຸດຍິງດັ່ງກ່າວຢ່າງເຕັມທີ່ແລະໃຫ້ແກ້ໄຂ
ສະຖານະການ ດ້ວຍສັນຕິວິທີ ແລະໂດຍຜ່ານການເຈລະຈາຢ່າງມີປະສິດທິຜົນ. ບັນດາສະ ມາຊິກຂອງສະພາຄວາມໝັ້ນຄົງ ໄດ້ສະແດງຄວາມສະໜັບສະໜຸນຕໍ່ການດຳເນີນຄວາມພະ
ຍາຍາມຢ່າງຂຸ້ນຂ້ຽວຂອງສະມາຄົມອາຊ່ຽນກ່ຽວກັບເລື່ອງນີ້ແລະຊຸກຍູ້ໃຫ້ພັກຝ່າຍກ່ຽວຂ້ອງ
ສືບຕໍ່ໃຫ້ຄວາມຮ່ວມມືກັບສະມາຄົມອາຊ່ຽນໃນເລື່ອງນີ້.

ໃນການຖະແຫຼງ ໃນນາມຂອງສະມາຄົມອາຊ່ຽນນັ້ນ ລັດຖະມົນຕີການຕ່າງປະເທດອິນໂດ
ເນເຊຍທ່ານ Marty Natalagawa ກ່າວຕໍ່ພວກນັກຂ່າວວ່າ ທ່ານມີຄວາມຮູ້ສຶກໄປໃນແງ່
ດີຕື່ມຂຶ້ນກ່ຽວກັບສະຖານະການລຸນຫຼັງການພົບປະຂອງອົງການສະຫະປະຊາຊາດ.

// ສຽງ //

ທ່ານ Marty Natalagawa ກ່າວວ່າ ໃນລະຫວ່າງການສົນທະນາຫາລືຂອງສະພາຄວາມ
ໝັ້ນຄົງນັ້ນ ທ່ານໄດ້ຍິນຢ່າງດັງແລະຈະແຈ້ງກ່ຽວກັບຄວາມປະສົງຂອງບັນດາສະມາຊິກສະ
ພາຄວາມໝັ້ນຄົງ ຊຶ່ງແທ້ຈິງແລ້ວ ມັກຢາກຈະໃຫ້ແກ້ໄຂບັນຫາດັ່ງກ່າວ ດ້ວຍສັນຕິວິທີໂດຍ
ຜ່ານການສົນທະນາຫາລື ແລະການເຈລະຈາ ແລະນີ້ກໍແມ່ຈຸດທີ່ອິນໂດເນເຊຍໃນຖານະປະ ທານຂອງສະມາຄົມອາຊ່ຽນໄດ້ກ່າວເນັ້ນຢູ່ໃນຫຼາຍໆໂອກາດ. ແລະນອກນັ້ນ ຍັງມີການຮັບ
ຮູ້ວ່າ ການຢຸດຍິງຕ້ອງໄດ້ມີຂຶ້ນ ແລະຕ້ອງໄດ້ມີຈັດຕັ້ງການດຳເນີນການແນວໃດແນວນຶ່ງຫຼື ລະບົບການຕິດຕໍ່ສື່ສານກັນແບບໃດແບບນຶ່ງ ເພື່ອໃຫ້ເປັນທີ່ແນ່ໃຈວ່າ ມີການປະຕິບັດການ
ຢຸດຍິງຢູ່ຕໍ່ມາ.

ທ່ານ Natalagawa ກ່າວອີກວ່າ ບັນດາລັດຖະມົນຕີການຕ່າງປະເທດ ຂອງສະມາຄົມອາ
ຊ່ຽນຈະປຶກສາຫາລືກ່ຽວກັບບັນຫາດັ່ງກ່າວທີ່ນະຄອນຫຼວງຈາກາຕ້າ ໃນສັບປະດາໜ້າ.

ທັງກຳປູເຈຍແລະໄທຕ່າງກໍໄດ້ຖິ້ມໂທດໃສ່ອີກຝ່າຍນຶ່ງວ່າ ເປັນຜູ້ລິເລີ່ມຄວາມຮຸນແຮງນີ້
ກ່ອນ. ນອກນັ້ນກຳປູເຈຍຍັງໄດ້ກ່າວຫາໄທວ່າ ນຳໃຊ້ລະເບີດລູກຫວ່ານ ຊຶ່ງເປັນຂໍ້ຫາ
ທີ່ລັດຖະມົນຕີການຕ່າງປະເທດໄທທ່ານກະສິດ ພິຣົມໄດ້ປະຕິເສດຢ່າງໜັກແໜ້ນ. ທ່ານ
ກ່າວຕໍ່ພວກນັກຂ່າວວ່າ ບໍ່ມີເຫດຜົນໃດໆທີ່ບັນຫາຂັດແຍ້ງຊາຍແດນຈະຕ້ອງດຳເນີນຕໍ່
ໄປ ແຕ່ທ່ານກໍເວົ້າວ່າ ບັນຫາຂັດແຍ້ງໃນທຳນອງນີ້ ຈະຕ້ອງໃຊ້ເວລາ ແລະການຕັດສິນ
ໃຈທາງການເມືອງເພື່ອທຳການແກ້ໄຂ.

ສ່ວນຮອງນາຍົກລັດຖະມົນຕີແລະລັດຖະມົນຕີການຕ່າງປະເທດກຳປູເຈຍ ທ່ານ Hor
Namhong ກໍໄດ້ຊີ້ແຈງຕໍ່ພວກນັກຂ່າວກ່ຽວກັບການນຳໃຊ້ລະເບີດລູກຫວ່ານຂອງໄທ
ໂດຍເວົ້າວ່າ ພວກນັກຊ່ຽວຊານ 2 ທ່ານໄດ້ລົງຄວາມເຫັນວ່າຝ່າຍໄທ ໄດ້ນຳໃຊ້ລະເບີດ
ດັ່ງກ່າວແທ້. ນອກນັ້ນ ທ່ານຍັງໄດ້ສະແດງຄວາມຜິດຫວັງ ກ່ຽວກັບການທີ່ສະພາຄວາມ
ໝັ້ນຄົງສະຫະປະຊາຊາດ ບໍ່ມີແຜນການທີ່ຈະສົ່ງພວກນັກສັງເກດການຫຼືຄະນະຄົ້ນຄວ້າ
ຫາຄວາມຈິງໄປຍັງບໍລິເວນທີ່ເກີດການສູ້ລົບກັນ ເພື່ອຄໍ້າປະກັນກ່ຽວກັບການຈັດຕັ້ງປະຕິ ບັດການຢຸດຍິງນັ້ນ.

XS
SM
MD
LG