ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີມ​ງານ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກຳ​ລັງ​ເດີນ​ທາງ​ເພື່ອ​ໄປ​ປະ​ເມີນ​ໂຮງ​ໄຟ​ຟ້າ ນິວ​ເຄ​ລຍ ຢ​ູ​ເຄ​ຣນ


ພາບ​ຂອງ​ໂຮ​ງ​ໄຟ​ຟ້ານິວ​ເຄ​ລຍ ຊາ​ໂປ​ຣິ​ສ​ເຊຍ ຕັ້ງ​ຢູ່​ນອກເມືອງ ເອ​ເນີ​ໂຮ​ດາ ທີ່​ຖືກ​ຄວບ​ຄຸມ​ໂດຍ ຣັດ​ເຊຍ ໃນ​ພາກ​ພື້ນ ຊາ​ໂປ​ຣິ​ສ​ເຊຍ, ຢູ​ເຄ​ຣນ, 22 ສິງ​ຫາ, 2022.
ພາບ​ຂອງ​ໂຮ​ງ​ໄຟ​ຟ້ານິວ​ເຄ​ລຍ ຊາ​ໂປ​ຣິ​ສ​ເຊຍ ຕັ້ງ​ຢູ່​ນອກເມືອງ ເອ​ເນີ​ໂຮ​ດາ ທີ່​ຖືກ​ຄວບ​ຄຸມ​ໂດຍ ຣັດ​ເຊຍ ໃນ​ພາກ​ພື້ນ ຊາ​ໂປ​ຣິ​ສ​ເຊຍ, ຢູ​ເຄ​ຣນ, 22 ສິງ​ຫາ, 2022.

ຫົວ​ໜ້າ​ອົງ​ການ​ປະ​ລະ​ມະ​ນູ​ສາ​ກົນ​ຂອງ ສະ​ຫະ​ປະ​ຊາ​ຊາດ ກ່າ​ວວ່າ ເຂົາ​ເຈົ້າ​ກຳ​ລັງ​ສົ່ງ​ທີມ​ງານ​ນຶ່ງ​ໄປ​ຢ້ຽມ​ຢາມ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ ຊາ​ໂປ​ຣິ​ສ​ເຊຍ ຂອງ​ຢູ​ເຄ​ຣນ, ທີ່​ຕັ້ງ​ຢູ່​ໃກ້​ກັບ​ເຂດ​ແນວ​ໜ້າ​ການ​ບຸກ​ລຸກ​ຢູ​ເຄ​ຣນ​ຂອງ ຣັດ​ເຊຍ.

ຜູ້​ອຳ​ນວຍ​ການ​ອົງ​ການ​ປະ​ລະ​ມະ​ນູ​ສາ​ກົນ ທ່ານ​ ມາ​ຣີ​ອາ​ໂນ ກ​ຣອ​ສ​ຊີ ໄດ້​ຂຽນ​ຂໍ້ຄວາມລົງ​ໃນ​ທວິດ​ເຕີ​ວ່າ ທ່ານ​ຈະ​ນຳ​ພາ​ທີມ​ດັ່ງ​ກ່າວ ​ທີ່​ຈະ​ໄປ​ໂຮງ​ໄຟ​ຟ້ານັ້ນ “ໃນ​ທ້າຍ​ອາ​ທິດນີ້.”

ທ່ານ ກ​ຣອ​ສ​ຊີ ໄດ້​ກ່າວ​ວ່າ “ພວກ​ເຮົາ​ຕ້ອງ​ປົກ​ປ້ອງ​ຄວາມ​ປອດ​ໄພ ແລະ ຄວາມ​ໝັ້ນ​ຄົງ​ຂອງ​ສະ​ຖານ​ທີ່​ນິວ​ເຄ​ລຍ​ທີ່​ໃຫຍ່​ທີ່​ສຸດ​ຂອງ ຢູ​ເຄ​ຣນ ແລະ ຢູ​ໂຣບ.

ອົງ​ການ​ປະ​ລະ​ມະ​ນູ​ສາ​ກົນ​ໄດ້​ກ່າວ​ວ່າພາ​ລະ​ກິດ​ທີ່​ວ່າ​ນັ້ນ​ຈະ​ເພັ່ງ​ເລັງ​ໃສ່​ການ​ປະ​ເມີນ​ຄວາມ​ເສຍ​ຫາຍ​ຕົວ​ຈິງ ​ຢູ່​ໂຮງ​ໄຟ​ຟ້າ​ນັ້ນ, ພິ​ຈາ​ລະ​ນາ​ຄຸນ​ນະ​ພາບ​ຂອງ​ລະ​ບົບ​ຄວາມ​ປອດ​ໄພ ແລະ ການ​ຮັກ​ສາ​ຄວາມ​ປອດ​ໄພ, ປະ​ເມີນ​ສະ​ພາບ​ຂອງ​ພະ​ນັກ​ງານ ແລະ ປະ​ຕິ​ບັດ “ກິດ​ຈະ​ກຳ​ການ​ປ້ອງ​ກັນ​ສຸກ​ເສີນ.”

ຣັດ​ເຊຍ ໄດ້​ຄວບ​ຄຸມ​ໂຮງ​ໄຟ​ຟ້າ​ດັ່ງ​ກ່າວ​ນັບ​ຕັ້ງ​ແຕ່​ຕອນ​ຕົ້ນໆ​ໃນ​ການ​ບຸກ​ລຸກ 6 ເດືອນ​ຂອງ​ພວກ​ເຂົາ, ແຕ່​ໂຮງ​ໄຟ​ຟ້າ​ດັ່ງ​ກ່າວ​ແມ່ນ​ຖືກ​ປະ​ຕິ​ບັດ​ການ​ໂດຍ​ບັນ​ດາ​ນັກ​ວິ​ສະ​ວະ​ກອນ ຢູ​ເຄ​ຣນ.

ເຖິງ​ແມ່ນ​ຈະ​ມີ​ການ​ໂຈມ​ຕີຫຼາຍ​ຄັ້ງ​ໃນ​ບໍ​ລິ​ເວນ​ທີ່ ຣັດ​ເຊຍ ແລະ ຢູ​ເຄ​ຣນ ໄດ້​ຖິ້ມ​ໂທດ​ໃສ​ກັນ​ແລະ​ກັນ​ກໍ່​ຕາມ, ທ່ານ ກ​ຣອ​ສ​ຊີ ໄດ້​ກ່າວ​ວ່າ ຢູ​ເຄ​ຣນ ໄດ້​ບອກ​ອົງ​ການ​ວ່າ “ລະ​ບົບ​ຄວາມ​ປອດ​ໄພ​ທຸກ​ຢ່າງ​ຍັງ​ຄົງ​ປະ​ຕິ​ບັດ​ການ​ໄດ້​ຢູ່ ແລະ ມັນ​ບໍ່​ມີ​ລະ​ດັບກຳ​ມັນ​ຕະ​ພາບ​ລັງ​ສີ​ເພີ່ມ​ຂຶ້ນ.”

ຣັດ​ເຊຍ ໄດ້​ເປີດ​ການ​ໂຈມ​ຕີ​ດ້ວຍ​ຈະ​ຫຼວດ ແລະ ປືນໃຫຍ່​ຄັ້ງ​ໃໝ່​ຢູ່​ໃກ້​ກັບ​ໂຮງ​ໄຟ​ຟ້າ​ດັ່ງ​ກ່າວ​ໃນ​ຕອນ​ເຊົ້າ​ວັນ​ອາ​ທິດ​ວານນີ້, ດ້ວຍ​ບັນ​ດາ​ເຈົ້າໜ້າ​ທີ່ ຢູ​ເຄ​ຣນ ລາຍ​ງານ​ຄວາມ​ເສຍ​ຫາຍ​ຢ່າງຫຼວງຫຼາຍ.

ຜູ້​ປົກ​ຄອງ​ພາກ​ພື້ນ ຍິບ​ໂປ​ຣ​ເປ​ຕ​ຣອ​ຟ (Dnipropetrovsk) ຂອງ​ຢູ​ເຄ​ຣນ ທ່ານ ວາ​ເລັນ​ຕິນ ເຣ​ສ​ນິ​ເຊັນ​ໂກ (Valentyn Reznichenko) ໄດ້​ກ່າວ​ວ່າ​ການ​ລະ​ດົມ​ຍິງ​ຢ່າງ​ໜັກ​ໃນ​ລະ​ຫວ່າງ​ຕອນ​ກາງ​ຄືນ​ໄດ້​ເຮັດ​ໃຫ້ຫຼາຍ​ພາກ​ສ່ວນ​ຂອງ​ເມືອງ ນິ​ໂກ​ໂປ​ລ, ປະ​ມານ 10 ກິ​ໂລ​ແມັດ​ຈາກ​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍ, ບໍ່​ມີ​ໄຟ​ຟ້າ​ໃຊ້. ການ​ໂຈມ​ຕີ​ດ້ວຍ​ຈະຫຼວດ​ໄດ້​ເຮັດ​ໃຫ້​ເຮືອນ​ສິບກວ່າຫຼັງ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ໃນ​ເມືອງ ມາ​ຮາ​ເນັດ​ສ໌ ທີ່​ຕັ້ງ​ຢູ່​ໃກ້​ຄຽງ.

ເມືອງ ຊາ​ໂປ​ຣິ​ສ​ເຊຍ, ປະ​ມານ 40 ກິ​ໂລ​ແມັດ​ຢູ່​ທາງ​ເໜືອ​ຂຶ້ນ​ໄປ​ຂອງແມ່​ນ້ຳ​ຈາກ​ໂຮ​ງ​ໄຟ​ຟ້າ​ນັ້ນ, ກໍ​ຖືກ​ໂຈມ​ຕີ​ເຊັ່ນ​ກັນ, ດ້ວຍ​ສະ​ມາ​ຊິກ​ສະ​ພາ​ເມືອງ ​ທ່ານ ອາ​ນາ​ໂຕ​ລີ ເຄີເຕັ​ຟ ເວົ້າ​ວ່າ​ ສອງ​ຄົນ​ໄດ້​ຮັບ​ບາດ​ເຈັບ.

ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ທ່ານ ອີ​ກໍ ໂຄ​ນາ​ເຊັນ​ກອ​ຟ ໄດ້​ກ່າວ​ອ້າງ ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ການ​ລະ​ດົມ​ຍິງ​ໂດຍກອງ​ກຳ​ລັງ ຢູ​ເຄ​ຣນ ໄດ້​ຕົກ​ຖືກ​ຕຶກ​ຕ່າງໆ​ທີ່​ເກັບເຊື້ອ​ໄຟສຳ​ລັບເຕົ​າ​ປະ​ຕິ​ກອນ ແລະ ຂອງ​ເສຍ​ທີ່​ມີ​ກຳ​ມັນ​ຕະ​ພາບ​ລັງ​ສີ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG