ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທີມງານຂອງອົງການສະຫະປະຊາຊາດ ພວມມຸ້ງໜ້າໄປໂຮງ​ໄຟ​ຟ້ານິວເຄລຍ ຂອງຢູເຄຣນ ເພື່ອປະເມີນຜົນ


ທີມງານນັກຊ່ຽວຊານຂອງອົງການ IAEA ແລະ ບັນດານັກກວດກາ ໄດ້ເດີນທາງອອກຈາກ ນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 31 ສິງຫາ 2022.
ທີມງານນັກຊ່ຽວຊານຂອງອົງການ IAEA ແລະ ບັນດານັກກວດກາ ໄດ້ເດີນທາງອອກຈາກ ນະຄອນຫຼວງກີຢິບ ຂອງຢູເຄຣນ, ວັນທີ 31 ສິງຫາ 2022.

ທີມບັນດານັກກວດກາຈາກອົງການສິ້ງຊອມຂອງສະຫະປະຊາຊາດ ໃນວັນພຸດມື້ນີ້ ໄດ້ເດີນທາງມຸ້ງໜ້າ ໄປຍັງໂຮງໄຟ​ຟ້ານິວເຄລຍ ຊາໂປຣີສເຊຍ ຂອງຢູເຄຣນ ເພື່ອປະເມີນເບິ່ງຄວາມປອດໄພ ແລະເລື້ອງຄວາມໝັ້ນຄົງຢູ່ສະຖານທີ່ແຫ່ງນີ້ ຊຶ່ງໄດ້ຖືກຄວບຄຸມໂດຍຣັດເຊຍ.

ທ່ານຣາຟາແອລ ກຣອສຊີ ຜູ້ອຳນວຍການໃຫຍ່ຂອງອົງການພະລັງງານປະລະມະນູສາກົນຫຼື IAEA ໄດ້ກ່າວວ່າ ທີມງານ ທີ່ທ່ານນຳພາ ຈະໃຊ້ເວລາຫຼາຍມື້ຢູ່ທີ່ໂຮງໄຟ​ຟ້າດັ່ງກ່າວ ແລະໄດ້ກ່າວອີກວ່າ ພາລະກິດຂອງພວກເຂົາເຈົ້ານັ້ນ ເປັນ “ການປະຕິບັດງານທີ່ສັບຊ້ອນຫຼາຍ.”

ທ່ານກຣອສຊີ ໄດ້ກ່າວຕໍ່ບັນດານັກຂ່າວ ໃນນະຄອນຫຼວງກີຢິບ ວ່າ “ພວກເຮົາກຳລັງໄປໃນເຂດສົງຄາມ. ພວກເຮົາກຳລັງໄປໃນເຂດແດນທີ່ຖືກຢຶດຄອງ. ອັນນີ້ຕ້ອງໄດ້ຮັບການຄ້ຳປະກັນຢ່າງຄັກແນ່ ບໍ່ພຽງແຕ່ຈາກສະຫະພັນຂອງຣັດເຊຍເທົ່ານັ້ນ ແຕ່ຍັງຈາກ ສາທາລະນະລັດຂອງຢູເຄຣນດ້ວຍ. ແລະພວກເຮົາກໍໄດ້ຮັບ ການຮັບປະກັນນັ້ນ.”

ທ່ານຍັງໄດ້ກ່າວອີກວ່າ ບັນດານັກກວດກາ ຈະໂອ້ລົມກັບພວກພະນັກງານຢູ່ທີ່ໂຮງງານນິວເຄລຍນັ້ນ ເຖິງແມ່ນວ່າ ຣັດເຊຍໄດ້ຄວບຄຸມໂຮງໄຟ​ຟ້ານີ້ທີ່ດຳເນີນງານໂດຍພວກວິສະວະກອນຂອງຢູເຄຣນ ກໍຕາມ.

ທ່ານກຣອສຊີ ໄດ້ເວົ້າວ່າ “ແນ່ນອນ ອັນນັ້ນເປັນສິ່ງນຶ່ງທີ່ສຳຄັນທີ່ສຸດ ທີ່ຂ້າພະ ເຈົ້າຢາກຈະເຮັດ ແລະຂ້າພະເຈົ້າຈະເຮັດເຊັ່ນນັ້ນ.”

ທັງ ຣັດເຊຍ ແລະຢູເຄຣນ ຕ່າງກໍກ່າວຫາຊຶ່ງກັນແລະກັນ ຢ່າງຕໍ່ເນື່ອງວ່າ ໄດ້ຍິງປືນໃຫຍ່ໃສ່ເຂດແດນຢູ່ໃກ້ຄຽງໂຮງງານດັ່ງກ່າວ ໂດຍບັນດາຜູ້ນຳຂອງໂລກ ໄດ້ສະແດງຄວາມຢ້ານກົວວ່າ ອາດຈະເກີດໄພພິບັດທາງດ້ານນິວເຄລຍ ກໍເປັນໄດ້.

ອົງການ IAEA ໄດ້ພົບປະກັບປະທານາທິບໍດີ ຢູເຄຣນ ໂວໂລດີເມຍ ເຊເລັນສກີ ໃນວັນອັງຄານວານນີ້ ຜູ້ທີ່ໄດ້ຮຽກຮ້ອງໃຫ້ “ໂຮງໄຟ​ຟ້າ ເປັນເຂດປອດທະ ຫານໃນທັນທີ” ແລະໂອນ “ການຄວບຄຸມໃຫ້ຢູເຄຣນຢ່າງເຕັມສ່ວນ.”

ອີງຕາມລາຍງານຂອງໜັງສືພິມນິວຢອກໄທມສ໌ ໂຮງ​ໄຟ​ຟ້າດັ່ງກ່າວໄດ້ສະແດງ ໃຫ້ເຫັນຮ່ອງຮອຍຂອງການຖືກຍິງໂດຍປືນໃຫຍ່ ແລະປົກຄຸມໄປດ້ວຍຄວັນໄຟ ຈາກໄຟປ່າທີ່ຢູ່ໃກ້ຄຽງນັ້ນ.

ອົງການ IAEA ໄດ້ກ່າວວ່າ ທີມງານຂອງຕົນ ຈະເພັ່ງເລັງໃສ່ເລື້ອງການປະເມີນຄວາມເສຍຫາຍຕໍ່ຕຶກອາຄານຕົວຈິງຢູ່ທີ່ໂຮງ​ໄຟ​ຟ້າ ກຳນົດການທຳງານຂອງລະບົບຄວາມປອດໄພ ແລະຄວາມໝັ້ນຄົງ, ປະເມີນສະພາບການ ແລະການປະຕິບັດງານຂອງພວກພະນັກງານ ແລະ “ກິດຈະກຳຮີບດ່ວນທາງດ້ານການປ້ອງກັນຄວາມປອດໄພ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG