ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຈະເກັບກຳ ຫຼັກຖານ ການກໍ່ອາຊະຍາກຳ ສົງຄາມ ຂອງລັດອິສລາມ ຢູ່ອີຣັກ


ພວກຊົນກຸ່ມນ້ອຍ Yazidi ຫລົບໜີກຸ່ມລັດອິສລາມ ທີ່ພູຊິນຈາ.
ພວກຊົນກຸ່ມນ້ອຍ Yazidi ຫລົບໜີກຸ່ມລັດອິສລາມ ທີ່ພູຊິນຈາ.

ສະພາ​ຄວາມ​ໝັ້ນຄົງ​ ອົງການ​ສະຫະ​ປະຊາ​ຊາດ ​ໄດ້​ລົງ​ຄະ​ແນນ​ສຽງ​ຢ່າງ​ເປັນ​ເອກ​ກະ
ສັນໃຫ້​ຈັດ​ຕັ້ງຄະນະ​ສືບສວນ​ນຶ່ງ​ຂຶ້ນ ​ເພື່ອ​ຊ່ອຍ​ອີຣັກ​ໃນ​ກາ​ນ​ເກັບ​ກຳຫຼັກຖານ​ກ່ຽວ​ກັບ
​ການ​ກໍ່​ໂທດ​ກຳ​ຕ່າງໆໂດຍ​ພວກ​ຫົວ​ຮຸນ​ແຮງ​ລັດ​ອິສລາມທີ່ອາດຮ້າຍ​ແຮງ​ເທົ່າ​ກັບ​ການ
​ກໍ່​ອາ​ຊະ​ຍາ​ກຳ​ສົງຄາມ ການ​ກໍ່​ໂທດ​ກຳ ຕ້ານ​ມະນຸດຊາດ​ ແລະ​ ການ​ຂ້າ​ລ້າ​ງ​ເຊື້ອຊາດ
​ເຜົ່າ​ພັນ.

ອັງກິດ ຊຶ່ງ​ເປັນ​ຜູ້​ຮ່າງ​ຍັດຕິ​ສະບັບນີ້ກ່າວ​ວ່າ ຄະນະ​ສືບສວນດັ່ງກ່າວ​ຈະ​ນຳ​ເອົາ​ຄວາມ
ເປັນ​ທຳ ມາ​ໃຫ້ພວກທີ່​ໄດ້​ຮັບ​ເຄາະ​ຮ້າຍຈາກ​ການ​ກໍ່​ໂທດ​ກຳ ຂອງ​ກຸ່ມ​ລັດອິສລາມ ທີ່​ຮູ້​
ກັນ​ໃນ​ຊື່​ຫຍໍ້​ຫລາຍໆ​ຊື່​ເຊັ່ນ​ວ່າ ISIS, ISIL ຫຼື Daesh ​ເປັນຕົ້ນ.

​ເອກອັກຄະ​ລັດຖະທູດ​ສະຫະລັດ ​ປະ​ຈຳ​ອົງການ​ສະຫະ​ປະຊາ​ຊາດ ທ່ານ​ນາງ Nikky
Haley ​ເອີ້ນມະຕິ​ດັ່ງກ່າວນີ້ວ່າ “ມີ​ຄວາມ​ສຳຄັນເປັນ​ພິ​ເສດ” ທີ່​ຈະ​ສະໜອງປະຫວັດ
​ກ່ຽວ​ກັບ​ຂອບ​ເຂດ​ແລະ​ຂະໜາດ ​ໃນ​ການ​ກໍ່​ໂທດ​ກຳ ຂອງ​ກຸ່ມ​ລັດ​ອິສລາມ.

ນາງ Nadia Murad ອະດີດ​ນັກ​ໂທດ​ຂອງ​ກຸ່ມ​ລັດ​ອິສລາມ​ໃນ​ອີຣັກກ່າວ​ໃນການ​ອອກ​
Facebook Live ຫລັງ​ຈາກ​ໄປ​ຮ່ວມ​ການ​ລົງ​ຄະ​ແນນ​ສຽງ​ ຂອງ​ສະພາ​ຄວາມ​ໝັ້ນຄົງ
ຮ່ວມ​ກັບ​ທະນາຍຄວາມ ​ດ້ານ​ສິດທິ​ມະນຸດ​ທີ່​ມີ​ຊື່​ສຽງ Amal Clooney ​ໂດຍ​ເວົ້າວ່າ
“ນີ້​ແມ່ນໝາຍຄວາມ​ວ່າ ພວກ​ທີ່​ໄດ້​ຮັບເຄາະ​ ຈາ​ກກຸ່ມ​ລັດອິສລາມ ​ໄດ້​ຮັບ​ຄວາມ​ເປັນ
​ທຳ​ແລ້ວ.”

ທ່ານ Clooney ​ແມ່ນ​ຕາງໜ້າ ​ໃຫ້​ແກ່​ພວກ​ແມ່ຍິງ ຊົນ​ກຸ່ມ​ນ້ອຍ​ເຜົ່າ Yazidi ​ໃນ​ປະ
​ເທດ​ອີຣັກ ທີ່​ຖືກ​ລັກພາ​ໂຕ​ແລະ​ໃຊ້​ເປັນ​ຂ້າ​ທາດ​ທາງ​ເພດ ​ໂດຍ​ພວກ​ຫົວ​ຮຸນ​ແຮງ​ລັດ
​ອິສລາມ ຫລັງ​ຈາກ​ກຸ່ມ​ກໍ່​ການ​ຮ້າຍ​ດັ່ງກ່າວໄດ້​ເຂົ້າ​ຍຶດ​ເອົາພື້ນທີ່​ເປັນ​ບໍລິ​ເວນ ​ໃນ​ປະ
​ເທດ​ອີ​ຮັກ​ເມື່ອ​ກາງ​ປີ 2014.

ທ່ານ Clooney ກ່າວ​ໃນ​ລາຍ​ການ Facebook Live ວ່າ “ມັນເປັນ​ບາດກ້າວທີ່​ສຳ
ຄັນ​ສຳລັບ​ພວກ​ທີ່​ກຳລັງ​ຕໍ່ສູ້​ທັງ​ໝົດ ເພື່ອ​ຊອກ​ຫາ​ຄວາມ​ເປັນ​ທຳ​ໃຫ້​ແກ່​ພວກ​ເຄາະ
​ຮ້າຍ ​ຈາກ​ການ​ກໍ່​ໂທດ​ກຳ​ຂອງ​ກຸ່ມ​ລັດ​ອິສລາມ. ມັນ​ໄດ້​ແຈ້ງ​ໃຫ້​ພວກ​ເຄາະຮ້າຍ​ຮູ້​ວ່າ
ສຽງ​ຂອງ​ພວກ​ເຂົາ​ເຈົ້າຈະ​ໄດ້​ມີ​ການ​ຮັບ​ຟັງ​ແລະ​ໃນ​ທີ່​ສຸດ​ກໍ​ຈະຖືກ​ນຳ​ຂຶ້ນສານ.”

ນັບ​ແຕ່​ນັ້ນມາ ກຳລັງ​ອີຣັກທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ສະຫະລັດກໍ​ໄດ້​ຂັບ​ໄລ່​ກຸ່ມ​ລັດ​ອິສລາມອອກ​ຈາກ​ດິນ​ແດນ​ທີ່​ພວກ​ເຂົາ​ຍຶດ​ໄດ້​ໃນ​ປະ​ເທດ​ອີຣັກແລະ​ເຂົ້າຍຶດຄືນ​ເອົາ​
ເຂດ​ເທດສະບານ​ທີ່​ສຳຄັນໆ​ຕ່າງໆ​ເຖິງ​ແມ່ນ​ວ່າ​ກຸ່ມ​ດັ່ງກ່າວ​ຍັງ​ສືບ​ຕໍ່​ຄວບບາງ​ເຂດ​ຢູ່​
ໃນ​ອີຣັກ ດັ່ງ​ດຽວ​ກັນ​ກັບ​ດິນ​ແດນ​ບາງ​ສ່ວນ​ຢູ່​ໃນ​ຊີ​ເຣຍກໍ​ຕາມ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG