ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງການຮັກສາຄວາມປອດໄພຂອງສະຫະປະຊາຊາດ ຖືກໂຈມຕີ


ພວກຜູ້ຄົນ ທີ່ພາກັນຢູ່ໜ້າຕຶກທີ່ຫັກພັງ ໃນເມືອງດູມາ, ສະຖານທີ່ ທີ່ມີການໂຈມຕີດ້ວຍສານເຄມີ, ໃກ້ກັບນະຄອນດາມັສກັສ, ຊີເຣຍ, 16 ເມສາ 2018.
ພວກຜູ້ຄົນ ທີ່ພາກັນຢູ່ໜ້າຕຶກທີ່ຫັກພັງ ໃນເມືອງດູມາ, ສະຖານທີ່ ທີ່ມີການໂຈມຕີດ້ວຍສານເຄມີ, ໃກ້ກັບນະຄອນດາມັສກັສ, ຊີເຣຍ, 16 ເມສາ 2018.

ຄະນະຮັກສາຄວາມປອດໄພຂອງ ສະຫະປະຊາຊາດ ໄດ້ຖືກຍິງແລະໄດ້ມີລູກລະເບີດ
ແຕກໃສ່ ເວລາພວກເຂົາເຈົ້າ ພວມປະຕິບັດງານຢູ່ ໃນເມືອງນຶ່ງຂອງຊີເຣຍ ທີ່ກຳລັງ
ລໍຖ້າພວກຜູ້ກວດກາອາວຸດເຄມີຢູ່.

ທ່ານອາເມັດ ຢູຊຸມກູ ຊຶ່ງເປັນຫົວໜ້າອົງການຫ້າມໃຊ້ອາວຸດເຄມີ OPCW ໄດ້ກ່າວ ໃນວັນພຸດວານນີ້ວ່າ “ເວລາໄດ້ໄປເຖິງບ່ອນກວດກາແຫ່ງທີ 1 ນັ້ນ ໄດ້ມີຝູງຊົນໜາ
ແໜ້ນອັ່ງອໍກັນຢູ່ ແລະຄຳແນະນຳທີ່ໄດ້ໃຫ້ໄປ ຈາກ ອົງການ UNDSS ພະແນກ
ຮັກສາຄວາມປອດໄພແລະຄວາມໝັ້ນຄົງກໍຄືວ່າ ຄະນະຊອກຄົ້ນຫາຄວາມຈິງ ຄວນຖອນອອກ ແລະຢູ່ ແຫ່ງທີ 2 ທີ່ຈະກວດກາ ແມ່ນໄດ້ຖືກຍິງໃສ່ໜ້ອຍນຶ່ງ ແລະລະເບີດກໍໄດ້ແຕກໃສ່.”

ເດັກນ້ອຍຊາຍຜູ້ນຶ່ງ ຢືນຢູ່ໃກ້ໆກັບລູກສອນໄຟ, ໃນເມືອງດູມາ, ໃກ້ໆກັບນະຄອນດາມັສກັສ, ຊີເຣຍ, 16 ເມສາ 2018.
ເດັກນ້ອຍຊາຍຜູ້ນຶ່ງ ຢືນຢູ່ໃກ້ໆກັບລູກສອນໄຟ, ໃນເມືອງດູມາ, ໃກ້ໆກັບນະຄອນດາມັສກັສ, ຊີເຣຍ, 16 ເມສາ 2018.

ທ່ານເວົ້າວ່າ ເຫດການດ່ັງກ່າວ ໄດ້ເກີດຂຶ້ນ ໃນວັນອັງຄານຜ່ານມາແລະທີມ
ຊອກຫາຄວາມຈິງ ກໍແມ່ນໄດ້ກັບຄືນໄປນະຄອນ ດາມາສກັສ.

ແຫຼ່ງຂ່າວຂອງ ສະຫະປະຊາຊາດໄດ້ບອກ ວີເອເອ ວ່າ ບໍ່ມີຜູ້ໃດ ໃນຄະນະຮັກສາ
ຄວາມປອດໄພ ຂອງສະຫະປະຊາຊາດ ໄດ້ຮັບບາດເຈັບໃນເຫດການດັ່ງກ່າວ.

ຫົວໜ້າ OPCW ກ່າວຕື່ມ ໂດຍອ້າງອີງໃສ່ ອົງການຊອກຄົ້ນຫາຄວາມຈິງຂອງທ່ານ
ວ່າ “ປັດຈຸບັນນີ້ພວກເຮົາຍັງບໍ່ທັນຮູ້ເທື່ອວ່າ ເມື່ອໃດຄະນະ FFM ຈະໄປປະຈຳ
ການຢູ່ເມືອງ ດູມາ ໄດ້.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG