ນາງເອເຊຍ ມີອາຍຸ 12 ປີ ເວລາພວກຫົວຮຸນແຮງ ກຸ່ມລັດອິສລາມ ໄດ້ແຍກນາງຈາກແມ່ຂອງນາງແລະຈັບໂຕນາງໄວ້ເປັນເວລາ 2 ມື້. ພວກເຂົາໄດ້ບອກໃຫ້ນາງແລະເດັກຍິງຊາວຢາຊີດີອື່ນໆ ຂຶ້ນໄປເທິງລົດເມ.
ນາງກ່າວວ່າ “ພວກເຂົາເວົ້າວ່າ ພວກເຮົາຈະຂຶ້ນໄປພູ ແລະຈະຖືກປ່ອຍຢູ່ທີ່ຫັ້ນ ແຕ່ແທນທີ່ຈະເປັນຈັ່ງຊັ້ນ ພວກເຂົາກັບຈັບພວກເຮົາໄວ້ແລະທຳລາຍຊີວິດຂອງພວກເຮົາ.” ໃນຂະນະທີ່ “ເປັນເມຍ” ຂອງພວກຫົວຮຸນແຮງ 2 ຄົນໃນໄລຍະ 5 ປີຕໍ່ມາ ນາງເອເຊຍຖືກບັງຄັບໃຊ້ແຮງງານຢ່າງທໍລະມານແບບຂ້າທາດ ຖືກທຸບຕີ ແລະຂົ່ມຂືນສຳເລົາ.
ບໍ່ຕ່າງຫຍັງກັບຄອບຄົວອື່ນໆ ທີ່ໄດ້ພົບພໍ້ຢູ່ເມືອງໂກໂຈໃນວັນສຸກວານນີ້ ນາງເອເຊຍໄດ້ພັກອາໄສຢູ່ທີ່ສູນອົບພະຍົບແຫ່ງນຶ່ງ ແຕ່ນາງໄດ້ກັບຄືນໄປບ້ານເກີດຂອງນາງ ເພື່ອເປັນສັກຂີພິຍານ ໃນການຂຸດຂຸມຝັງສົບຂະໜາດໃຫຍ່ ໃນການກໍ່ໂທດກຳຂອງພວກລັດອິສລາມທີ່ໄດ້ສັງຫານແລະຈັບເອົາຊາວຢາຊີດີຫຼາຍພັນຄົນໄປເປັນຂ້າທາດ ຊຶ່ງເລີ້ມຂຶ້ນໃນເດືອນສິງຫາປີ 2014. ເວລານີ້ ຍັງມີຫຼາຍພັນຄົນຫາຍສາບສູນຢູ່.
ຄວາມຝັນຮ້າຍຂອງນາງເອເຊຍໄດ້ສິ້ນສຸດລົງເມື່ອສອງ-ສາມມື້ຜ່ານມານີ້ ເວລາຜູ້ທີ່ຈັບເອົານາງໄປ ໄດ້ເຂົ້າມອບຕົວຕໍ່ກຳລັງຊີເຣຍທີ່ບ້ານບາກຸສ ຊຶ່ງເປັນທີ່ໝັ້ນແຫ່ງສຸດທ້າຍ ຂອງອັນທີ່ຖືກປະກາດວ່າ ເປັນລັດອິສລາມ ຫຼືຄາລີເຟດນັ້ນ.
ແຕ່ນາງເວົ້າວ່າ ໃນຂະນະທີ່ນາງຖືກຈັບເປັນຂ້າທາດນັ້ນ ນ້ອງສາວຂອງນາງຊຶ່ງມີອາຍຸ 3 ປີ ແລະນ້ອງຊາຍທີ່ຍັງນ້ອຍຢູ່ຂອງນາງ 2 ຄົນແມ່ນໄດ້ຖືກຂ້າຕາຍ.
ສ່ວນໃຫຍ່ຂອງຊາວຢາຊີດີ ຈຳນວນ 400,000 ຄົນໃນອີຣັກແມ່ນຍັງສືບຕໍ່ເປັນຜູ້ອົບພະຍົບ ອາໄສຢູ່ຕາມສູນຕ່າງໆຢູ່ໃນທົ່ວໂລກ. ພວກເຈົ້າໜ້າທີ່ຫວັງວ່າຈະລະບຸໂຕ ຂອງພວກທີ່ຖືກພົບເຫັນຢູ່ໃນຂຸມຝັງສົບຂະໜາດໃຫຍ່ ຫຼາຍສິບຂຸມ ຢູ່ໃນອີຣັກ ເພື່ອວ່າທາງຄອບຄົວຈະໄດ້ນຳເອົາສົບຂອງພວກເຂົາເຈົ້າໄປຝັງ.
ໃນຂະນະທີ່ນາງເອເຊຍ ເລົ່າເລື້ອງກ່ຽວກັບປະສົບພະການຂອງນາງນັ້ນ ແມ່ຍິງໃນທ້ອງຖິ່ນອີກ 2 ຄົນ ກໍໄດ້ເຂົ້າຮ່ວມ ການໂອ້ລົມກັນຕື່ມ.