ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການປະຊຸມ ສະຫະປະຊາຊາດ ກ່ຽວກັບການຄ້າອາວຸດ ລົ້ມແຫລວ


ການຄ້າຂາຍອາວຸດປະເພດທໍາມະດາຢູ່ໃນໂລກ
ການຄ້າຂາຍອາວຸດປະເພດທໍາມະດາຢູ່ໃນໂລກ

ກອງ​ປະຊຸມເຈລະຈາ​ຂອງອົງ​ການ​ສະຫະ​ປະຊາ​ຊາດ ​ເພື່ອ​ເຮັດ​ສົນທິ​ສັນຍາ​ສາກົນສະບັບ​ທໍາ​ອິດ​ຂຶ້ນ ​ເພື່ອ​ວາງ​ກົດ​ລະບຽບຄວບ​ຄຸມການ​ຄ້າ​ອາວຸດ ມູນ​ຄ່າ ຫລາຍ​ພັນ​ລ້ານ​ໂດ​ລາ ​ໃນ​ທົ່ວ​ໂລກນັ້ນ ປາກົດ​ວ່າ ບໍ່ບັນລຸຄວາມ​ເຫັນ​ເປັນ​ເອກ​ກະສັນ​ກັນ​ໄດ້.

​ນັກ​ການ​ທູດ​ແລະ​ຜູ້​ສະໜັບ​ສະ​ໜຸນບາງ​ຄົນ ​ໄດ້​ກ່າວ​ໂທດສະຫະລັດ ວ່າ​ເປັນ​ຜູ້​ເຮັດ​ໃຫ້ການເຈລະຈາ​ກັນມາ​ເປັນ​ເວລາ​ນຶ່ງເດືອນນັ້ນ​ລົ້ມ​ແຫລວ ຫລັງ​ຈາກທີ່ວໍ​ຊິງ​ຕັນໄດ້​ປະກາດ​ໃນ​ວັນ​ສຸກ​ວານ​ນີ້ວ່າ ຕົນ​ຕ້ອງການ​ເວລາ​ຕື່ມ​ອີກເພື່ອ​ພິຈາລະນາ ​ສົນ​ທິສັນຍາ ທີ່​ສະ​ເໜີ​ຂຶ້ນ​ມາ​ນັ້ນ ຊຶ່ງຫລັງ​ຈາກ​ນັ້ນ ຣັດ​ເຊ​ຍ ​ແລະ​ຈີນ ກໍໄດ້​ຮ້ອງ​ຂໍ​ເວລາຕື່ມ​ເຊ່ນ​ດຽວ​ກັນ.

ກະ​ຊວງ​ການ​ຕ່າງປະ​ເທດ ສະຫະລັດ ​ໄດ້​ອອກ​ຖະ​ແຫລ​ງການ ​ໃນມື້​ວັນ​ສຸກວ່າ ວໍ​ຊິງ​ຕັນ
ສະໜັບສະໜຸນ​ໃຫ້​ມີການ​ປະຊຸມ ​ຮອບ​ທີ​ສອງ ກ່ຽວ​ກັບ​ສົນທິ​ສັນຍາ​ນີ້ ​ ໃນປີໜ້າ.

XS
SM
MD
LG