ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ປ​ຊ ກ່າວ​ວ່າ ກຸ່ມ​ຕາ​ລີ​ບານ​ ຕ້ອງ​​ຮັບ​ເອົາ ແລະ ສະ​ໜັບ​ສະ​ໜຸນ​ພັນ​ທະ​ດ້ານ​ສິດ​ທິ​ມະ​ນຸດ ໃນ​ອັ​ຟ​ກາ​ນິ​ສ​ຖານ


ແຟ້ມ - ນັກ​ຮຽນ​ຍິງຢູ່​ໃນ​ຫ້ອງ​ຮຽນຂອງ​ເຂົາ​ເຈົ້າ ໃນ​ມື້​ທຳ​ອິດ​ຂອງ​ສົກ​ສຶກ​ສາ​ໃໝ່ ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 25 ມີ​ນາ 2023.
ແຟ້ມ - ນັກ​ຮຽນ​ຍິງຢູ່​ໃນ​ຫ້ອງ​ຮຽນຂອງ​ເຂົາ​ເຈົ້າ ໃນ​ມື້​ທຳ​ອິດ​ຂອງ​ສົກ​ສຶກ​ສາ​ໃໝ່ ທີ່​ນະ​ຄອນ​ຫຼວງ​ກາ​ບູ​ລ ເມື່ອ​ວັນ​ທີ 25 ມີ​ນາ 2023.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ກ່າວ​ວ່າ ກຸ່ມ​ຕາ​ລີ​ບານ​ຕ້ອງ​ຮັບ​ເອົາ ​ແລະ​ສະ​ໜັບ​ສະ​ໜຸນພັນ​ທະ​ດ້ານ​ສິດ​ທິ​ມະ​ນຸດ ​ໃນ​ອັ​ຟ​ກາ​ນິ​ສ​ຖານ ອີງ​ຕາມ​ລາຍ​ງານ​ຂອ​ງ​ອົງ​ການ​ຂ່າວ​ເອ​ພີ.

ນັບ​ຕັ້ງ​ແຕ່​ໄດ້​ເຂົ້າ​ຢຶດ​ອຳ​ນາດ ​ໃນ​ປີ 2021 ກຸ່ມ​ຕາ​ລີ​ບານ ​ໄດ້​ລຶບ​ລ້າງ​ສິດ​ທິ​ແລະ​ສິ​ດ​ເສ​ລາພາບ​ຂັ້ນ​ພື້ນ​ຖານ ໂດຍ​ສະ​ເພາະ​ແລ້ວ​ພວກ​ແມ່​ຍິງ​ແລະ​ເດັກ​ຍິງ​ແມ່ນ​ໄດ້​ຮັບ​ຜົນ​ກະ​ທົບ​ຢ່າງ​ເລິກ​ເຊິ່ງ. ພວກ​ເຂົາ​ເຈົ້າ​ໄດ້​ຮັບ​ການ​ຍົກ​ເວັ້ນ​ຈາກ​ພື້ນ​ທີ່​ສາ​ທາ​ລະ​ນະ​ແລະ​ຊີ​ວິດ​ການ​ເປັນ​ຢູ່​ປະ​ຈຳ​ວັນ.

ໃນ​ວັນ​ອາ​ທິດ​ວານນີ້ ຊຶ່ງ​ເປັນ​ວັນ​ສິດ​ທິ​ມະ​ນຸດ​ແລະ​ວັນ​ຄົບ​ຮອບ 75 ປີ​ໃນ​ຄຳ​ປະ​ກາດ​ສາ​ກົນ​ວ່າ​ດ້ວຍ​ສິດ​ທິ​ມະ​ນຸດນັ້ນ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ປະ​ຈຳ​ອັ​ຟ​ກາ​ນິ​ສ​ຖານ​ກ່າວ​ວ່າ ສິດ​ທິ​ມະ​ນຸດ​ຕ້ອງ​ໄດ້​ຮັບ​ການຈັດ​ຕັ້ງ​ປະ​ຕິ​ບັດ ເພື່ອ​ຄ້ຳ​ປະ​ກັນ​ຄວາມ​ວັ​ດ​ທະ​ນາ​ຖາ​ວອນ​ ຄວາມ​ປອງດອງ​ສາ​ມັກ​ຄີ ແລະ​ສະ​ຖຽນ​ລະ​ພາບ​ຂອງ​ປະ​ເທດ​ຊາດ ໃນ​ອະ​ນາ​ຄົດ.

ເມື່ອ​ໄວໆ​ມານີ້ ສະ​ຫະ​ລັດ​ໄດ້​ທຳ​ການ​ລົງ​ໂທດ​ຕໍ່​ເຈົ້າ​ໜ້າ​ທີ່​ຕາ​ລີ​ບານ 2 ຄົນ​ທີ່​ໄດ້​ລະ​ເມີດ​ສິດ​ທິ​ມະ​ນຸດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG