ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະປະຊາຊາດ: ກຸ່ມຕາລິບານ ບໍ່​ໄດ້ຄໍ້າປະກັນທີ່ຈະຍົກເລີກ ການ​ລົງ​ໂທດຕໍ່ພວກແມ່ຍິງອັຟການິສຖານ


ແມ່ຍິງທີ່ນຸ່ງຜ້າປົກຫົວ burqa-clad ຍ່າງຜ່ານ ເຈົ້າໜ້າທີ່ຮັກສາຄວາມປອດໄພຕາລິບານ ຢູ່ຕາມຖະໜົນໃນເມືອງ ຈາລາລາລາບັດ ໃັນທີ 30 ເມສາ 2023.
ແມ່ຍິງທີ່ນຸ່ງຜ້າປົກຫົວ burqa-clad ຍ່າງຜ່ານ ເຈົ້າໜ້າທີ່ຮັກສາຄວາມປອດໄພຕາລິບານ ຢູ່ຕາມຖະໜົນໃນເມືອງ ຈາລາລາລາບັດ ໃັນທີ 30 ເມສາ 2023.

ເຈົ້າໜ້າທີ່ສູງສຸດຂອງອົງການສະຫະປະຊາຊາດ ໃນອັຟການິສຖານ ກ່າວໃນວັນພຸດວານນີ້ວ່າ ບໍ່ມີການຄໍ້າປະກັນຈາກ​ກຸ່ມຕາລິບານວ່າ ພວກ​ເຂົາ​ຈະຍົກເລີກ “ການ​ຈຳ​ກັດ​ທີ່​ເປັນການລົງໂທດ” ຕໍ່ພົນລະເມືອງແມ່ຍິງຂອງປະເທດ ​ຊຶ່ງ​ພາ​ໃຫ້ເກີດ “ຄຳຖາມ” ກ່ຽວກັບກິດຈະການສະຫະປະຊາຊາດຢູ່ໃນປະເທດດັ່ງ​ກ່າວ.

“ພວກເຮົາບໍ່ໄດ້ຮັບຄຳອະທິບາຍໃດໆ ໂດຍບັນດາເຈົ້າໜ້າທີ່ ທີ່ເປັນຜູ້ນຳແທ້ຈິງກ່ຽວ​ກັບການຫ້າມດັ່ງກ່າວ ແລະບໍ່ມີການຄໍ້າປະກັນວ່າ ຈະມີການຍົກເລີກ” ທ່ານນາງໂຣຊາ ໂອຕຸນບາເຢວາ ຫົວໜ້າປະຕິບັດງານການຊ່ວຍເຫລືອສະຫະປະຊາຊາດ ໃນອັຟການິສຖານ ກ່າວຕໍ່ກອງປະຊຸມສະພາຄວາມໝັ້ນຄົງສະຫະປະຊາຊາດ.

ໃນວັນທີ 5 ເມສາ ກຸ່ມຕາລິບານໄດ້​ແຈ້ງ​ໂດຍທາງປາກເປົ່າຕໍ່ສະຫະປະຊາຊາດ ວ່າ ການຫ້າມ​ຕໍ່ພວກແມ່ຍິງ​ບໍ່​ໃຫ້ເຮັດວຽກ​ກັບບັນດາອົງການມະນຸດສະທຳ ໄດ້ຕໍ່​ເວ​ລາອອກໄປຮວມທັງສະຫະປະຊາຊາດ. ມີພວກແມ່ຍິງອັຟການິສຖານປະມານ 400 ຄົນ ເຮັດວຽກໃຫ້ແກ່ສະຫະປະຊາຊາດຢູ່ໃນປະເທດດັ່ງ​ກ່າວ.

ນັບແຕ່ນັ້ນມາ ສະຫະປະຊາຊາດໄດ້ສັ່ງໃຫ້ພະນັກງານແມ່ຍິງ ເຮັດວຽກຢູ່ບ້ານ ແລະສຳລັບພວກພະນັກງານຜູ້ຊາຍກໍເຊັ່ນກັນ ທີ່ເຮັດວຽກບໍ່ສຳຄັນນັ້ນໃຫ້ເຮັດວຽກຢູ່ບ້ານ.

ອ່ານຂ່າວນີເປັນພາສາອັງກິດ

XS
SM
MD
LG