ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະປະຊາຊາດ ຍົກເລີກການລົງໂທດ ຕໍ່ອະດີດພວກທາລີບານ


ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ
ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ

ສະພາຄວາມໝັ້ນຄົງຂອງອົງການສະຫະປະຊາຊາດ ໄດ້ລຶບຊື່ອະດີດສະມາຊິກຂອງກຸ່ມທາ
ລີບານ 14 ຄົນ ອອກຈາກບັນຊີການລົງໂທດຂອງຕົນ.

ການລຶບຊື່ຂອງຂອງພວກທາລີບານທີ່ໄດ້ມີການປະກາດໃຫ້ຊາບໃນມື້ວັນສຸກວານນີ້ແມ່ນ
ຖືກເບິ່ງກັນວ່າເປັນກະແຈສຳຄັນເພື່ອຊັກຊວນໃຫ້ພວກກະບົດດັ່ງກ່າວປະກອບສ່ວນເຂົ້າ
ຮ່ວມໃນການເຈລະຈາສັນຕິພາບກັບລັດຖະບານອັຟການິສຖານ.

ອັຟການິສຖານຮຽກຮ້ອງໃຫ້ຄະນະກຳມະການລົງໂທດຂອງອົງການສະຫະປະຊາຊາດ
ລຶບຊື່ອະດີດສະມາຊິກຂອງກຸ່ມທາລີບານຈຳນວນນຶ່ງອອກຈາກບັນຊີທີ່ລັດຖະບານອັຟ
ການິສຖານເຊື່ອວ່າໄດ້ປະຖິ້ມການໃຊ້ຄວາມຮຸນແຮງແລ້ວນັ້ນ.

ຮວມຢູ່ໃນບັນດາພວກທີ່ຖືກລຶບຊື່ອອກໃນຄັ້ງນີ້ກໍແມ່ນສະມາຊິກ 4 ຄົນຂອງສະພາສັນ
ຕິພາບລະດັບສູງທີ່ສ້າງຕັ້ງຂຶ້ນໂດຍເຈົ້າໜ້າທີ່ອັຟການິສຖານໃນເດືອນກັນຍາປີກາຍເພື່ອ
ແຜ້ວທາງໄປສູ່ການເຈລະຈາ.

ການເຄື່ອນໄຫວທີ່ວ່ານີ້ໄດ້ມີຂຶ້ນຫຼັງຈາກການຕັດສິນໃຈຂອງສະພາຄວາມໝັ້ນຄົງເມື່ອ
ໄວໆມານີ້ ທີ່ຈະປະຕິບັດຕ່າງກັນຕໍ່ກຸ່ມກໍ່ການຮ້າຍອາລກາຍດາ ແລະພວກທາລີບານ ເວລາເວົ້າເຖິງການລົງໂທດຂອງສະຫະປະຊາຊາດ.

XS
SM
MD
LG