ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຊາວຊີເຣຍ ຈະ​ລ້ຳ​ໜ້າ ອັຟການິສຖານ ກາຍເປັນ ອົບພະຍົບ ​ຈຸ​ໃຫ​ຍ່ທີ່ສຸດ ຂອງໂລກ (ສະ​ໄລ​ດ໌/ວີ​ດີ​ໂອ)


ພວກອົບພະຍົບຊີເຣຍ ຫລົບໜີຈາກຄວາມຮຸນແຮງ ໃນປະເທດ ລໍຖ້າ​ຂ້າມຊາຍແດນເຂົ້າ​ໄປ​ໃນເທີກີ ທີ່ບ້ານ Shamm Alqrainເຂດຊົນນະບົດ ໃນພາກເໜືອ ຂອງເມືອງ Aleppo (5 ກຸມ​ພາ 2014)
ພວກອົບພະຍົບຊີເຣຍ ຫລົບໜີຈາກຄວາມຮຸນແຮງ ໃນປະເທດ ລໍຖ້າ​ຂ້າມຊາຍແດນເຂົ້າ​ໄປ​ໃນເທີກີ ທີ່ບ້ານ Shamm Alqrainເຂດຊົນນະບົດ ໃນພາກເໜືອ ຂອງເມືອງ Aleppo (5 ກຸມ​ພາ 2014)
ເຈົ້າ​ໜ້າ​ທີ່​ດ້ານ​ອົບ​ພະຍົບລະດັບ​ສູງ​ສຸດ ທ່ານ​ນຶ່ງ​ຂອງ​ສະຫະ
​ປະຊາ​ຊາດ ກ່າວ​ວ່າ ປະຊາ​ຊົນ​ຊີ​ເຣຍ ກຳລັງ​ຈະ​ກາຍ​ປະຊາ
ຊົນ​ອັຟກາ​ນິສຖານ ​ໃນ​ຖານະ​ເປັນ​ພວກ​ອົບ​ພະຍົບ ຈຳນວນ​
ຫຼາຍ​ທີ່​ສຸດ​ຂອງ​ໂລກ ​ແລະ​ວ່າ ພວກ​ປະຊາຊົນ ​ທີ່​ຫຼົບໜີ​ຈາກ​
ວິ​ກິດ​ການ​ໃນ​ປະ​ເທດນັ້ນ “ບໍ່​ໄດ້​ຫຼົບໜີ​ຈາກ​ຄວາມ​ຊອກ​ຊ້ຳ​ ​
ແລະຄວາມບາດ​ເຈັບ ທາງ​ດ້ານ​ຈິດ​ໃຈ​ຂອງ​ເຂົາ​ເຈົ້າ.”


​ໃນ​ການ​ກ່າວ​ປາ​ໄສ​ຕໍ່​ກອງ​ປະຊຸມ​ສະມັດຊາ​ໃຫຍ່​ສະຫະ​ປະ
ຊາ​ຊາດ ​ໃນ​ວັນ​ອັງຄານ​ວານ​ນີ້ ທ່ານ Antonio Guterres
ຂ້າ​ຫຼວງ​ໃຫຍ່​ວ່າ​ດ້ວຍ​ອົບ​ພະຍົບສະຫະ​ປະຊາ​ຊາດ ​ໄດ້​ຮຽກ
ຮ້ອງ​ຕໍ່ປະຊາ​ຄົມນາໆ​ຊາດຈົ່ງ​ໃຫ້ການ​ຊ່ອຍ​ເຫຼືອ​ແກ່​ພວກ​ປະ
​ເທດ​ເພື່ອນ​ບ້ານ​ຂອງ​ຊີ​ເຣຍທີ່​ໄດ້​ຮັບ​ເອົາ​ພວກ​ອົບ​ພະຍົບຈຳນວນ​ເກືອບ 2 ລ້ານ 5 ​ແສນ​
ຄົນ​ນັ້ນ.



ນອກ​ນັ້ນ​ທ່ານ Guterres ຍັງ​ກ່າວ​ເນັ້ນ​ເຖິງ​ຜົນ​ກະທົບ​ ຈາກການ​ສູ້​ລົບ​ກັນ ​ເປັນ​ເວລາ 3
ປີຜ່ານມາ​ນີ້ ຕໍ່ພວກ​ຄົນ​ໜຸ່ມ​ນ້ອຍທີ່​ສຸດ​ຂອງ​ຊີ​ເຣຍ​…

ທ່ານ Guterres ກ່າວ​ວ່າ “ພວກ​ເດັກ​ນ້ອຍ​ ທີ່ໄດ້​ເຫັນ​ສະຖານ​ທີ່​ເກີດ​ຂຶ້ນຕ່າງໆທີ່ພວກ​ເດັກນ້ອຍ​ບໍ່​ຄວນ​ຈະ​ເຫັນ​ນັ້ນ ​ໄດ້​ຮັບ​ຄວາມ​ບາດ​ເຈັບ​ທາງ​ດ້ານ​ຮ່າງກາຍຫຼື​ທາງ​ແຕ່ລະ ​
ມື້ ພວກ​ເດັກນ້ອຍ​ເຫຼົ່າ​ນີ້ ຢູ່ໃນ​ຄວາມ​ສ່ຽງ ຕໍ່ການສູນ​ເສຍ​ ອະນາຄົດ​ຂອງ​ເຂົາ​ເຈົ້າ​ຕະ
ຫຼອດ​ໄປ.”


ທ່ານ​ບັນ ກີ​ມູນ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດກ່າວ​ວ່າ ພວກ​ປະຊາຊົນ​ພົນລະເຮືອນ ​ຈຳນວນ​ຫຼວງ​ຫຼາຍ ຍັງ​ຖືກ​ປິດ​ລ້ອມ​ຢູ່ ​ໂດຍ​ພວກ​ກຳລັງ​ຂອງຝ່າຍລັດຖະບານ​ຈຳນວນ​ຫຼາຍ​ກວ່າ 2 ​ແສນ​ຄົນ ​ແລະ 45 ພັນ​ຄົນ​ຈາກ​ພວກ​ນັກ​ລົບຝ່າຍຕໍ່ຕ້ານ. ທ່ານກ່າວ​ຕໍ່​ໄປ​ວ່າທັງ​ 2 ​ຝ່າຍ​ ຈະ​ຕ້ອງ​ອະນຸຍາດ​ໃຫ້ ສົ່ງການ​ຊ່ອຍ​ເຫຼືອ ​ດ້ານ​ມະນຸດສະທຳ ເຂົ້າ​ໄປ​ໃຫ້​ພວກປະຊາ
ຊົນ ​ທີ່​ຕ້ອງການ ການ​ຊ່ອຍ​ເຫຼືອ​ເປັນ​ທີ່​ສຸດ​ນັ້ນ.​

ນອກຈາກ​ປະຊາຊົນ ​ທີ່​ພາກັນ​ຫຼົບໜີ​ ຈາກ​ປະ​ເທດ​ແລ້ວ ສະຫະ​ປະຊາ​ຊາດ​ກ່າວ​ວ່າ ຢ່າງ
ໜ້ອຍ​ມີ​ປະຊາຊົນ​ຕື່ມ​ອີກ 6 ລ້ານ 5 ​ແສນ​ຄົນເປັນ​ອົບ​ພະຍົບພາຍ​ໃນ​ປະ​ເທດ​ຊີ​ເຣຍ​ເອງ.
ວິ​ກິດ​ການ​ທີ່​ໄດ້​ເລີ້ມ​ມາ​ໃນ​ເດືອນ​ມີນາ ປີ 2011 ​ໄດ້​ສັງຫານ​ປະຊາຊົນ​ໄປ​ແລ້ວຫຼາຍ​ກວ່າ
1 ​ແສນ​ຄົນ ​ແລະ​ໄດ້​ຮັບ​ບາດ​ເຈັບ​ຕື່ມ​ອີກ ​ເກືອບ 7 ​ແສນ​ຄົນ.

Jordan Struggles With Syrian Refugee Crisis
please wait

No media source currently available

0:00 0:03:02 0:00
ລິງໂດຍກົງ
XS
SM
MD
LG