ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສປຊ ແລະຝ່າຍຄ້ານ ຊີເຣຍ ຂໍການຊ່ວຍເຫລືອ ຈາກ ນາໆຊາດ (ສະໄລດ໌)


ເດັກຊາຍຄົນນຶ່ງຂາຍເຂົ້າຈີ່ ຢູ່ຕາມຖະໜົນ ໃນເມືອງ Aleppo ຂອງຊີເຣຍ, ວັນທີ 5 ມັງກອນ 2013.
ເດັກຊາຍຄົນນຶ່ງຂາຍເຂົ້າຈີ່ ຢູ່ຕາມຖະໜົນ ໃນເມືອງ Aleppo ຂອງຊີເຣຍ, ວັນທີ 5 ມັງກອນ 2013.
ເຈົ້າໜ້າທີ່ດ້ານມະນຸດສະທໍາສະຫະປະຊາຊາດ ແລະພວກຜູ້ນໍາ
ຝ່າຍຄ້ານຂອງຊີເຣຍຕ່າງກໍໄດ້ທຳການຮ້ອງຂໍການຊ່ວຍເຫລືອ
ຈາກນາໆ ຊາດ ໃນຂະນະທີ່ພວກໄດ້ຮັບຜົນກະທົບຈາກການສູ້
ລົບກັນທີ່ດໍາເນີນ ມາເປັນເວລາເກືອບສອງປີແລ້ວນັ້ນ ພາກັນປະ
ສົບຄວາມລໍາບາກໃນການຮັບເອົາການບໍລິການພື້ນຖານ ແລະ ພວກກະບົດໄດ້ເລັ່ງການຕໍ່ ສູ້ຂອງພວກຕົນ ເພື່ອໂຄ່ນລົ້ມປະທາ
ນາທິບໍດີ Bashar al-Assad ຢູ່ນັ້ນ.

ທ່ານ John Ging ຜູ້ອໍານວຍການປະຕິບັດງານຂອງອົງການມະ
ນຸດສະທໍາສະຫະປະຊາດກ່າວຕໍ່ພວກນັກຂ່າວໃນນະຄອນນີວ
ຢອກໃນວັນຈັນ ວານນີ້ວ່າ ປະມານ 4 ລ້ານຄົນມີຄວາມຕ້ອງການ
ການຊ່ວຍເຫລືອ ໂດຍສະເພາະແລ້ວ ແມ່ນອຸປະກອນການແພດ ແລະ ການຊ່ວຍເຫລືອ ດ້ານອາຫານ. ທ່ານກ່າວດັ່ງນີ້:

“ສະພາບການໃນຊີເຣຍ ກໍຄືດັ່ງທີ່ພວກເຮົາທັງໝົດຮູ້ນໍາກັນ ແມ່ນສືບຕໍ່ ຊຸດ ໂຊມລົງໄປນັບມື້ ແລະນັ້ນກໍໝາຍຄວາມວ່າ ມີຄວາມຕ້ອງການ ການຊ່ວຍ ເຫລືອຫລາຍຂຶ້ນກວ່າເກົ່າ. ມີຫລາຍຄົນເພີ້ມຂຶ້ນ ທີ່ຕ້ອງການ ການຊ່ວຍເຫລືອ ແລະຄວາມຕ້ອງການນັ້ນ ກໍຍິ່ງຖີບຕົວສູງ ຂຶ້ນຍ້ອນວ່າລະບົບກົນໄກຮັບມື ກັບ ບັນຫາ ສືບຕໍ່ຊຸດໂຊມລົງ.”

ທ່ານໄດ້ນຳພາຄະນະປະຕິບັດງານຂອງສະຫະປະຊາຊາດ ເດີນທາງ ໄປຍັງຊີເຣຍແລະ ເລບານອນ ໃນອາທິດຜ່ານມານີ້ ແລະເວົ້າວ່າ ສະພາບຊີວິດການເປັນຢູ່ຂອງປະຊາຊົນ ຢູ່ທົ່ວຊີເຣຍແມ່ນ “ເປັນໜ້າຕົກໃຈຫລາຍ”. ທ່ານຍັງໄດ້ພັນລະນາເຖິງ “ການລ້າງຜານ ທໍາລາຍ” ຕໍ່ໂຄງລ່າງພື້ນຖານຂອງປະເທດດັ່ງກ່າວ ແມ່ນ “ຢູ່ໃນລະດັບທີ່ໜ້າຕື່ນຕົກໃຈ.”

ສະໄລດ໌ສະພາບຫລ້າສຸດ ກ່ຽວກັບສະພາບການໃນຊີເຣຍ:
XS
SM
MD
LG