ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຂໍໃຫ້ສືບສວນ ການກໍ່ອາຊະຍາກຳ ສົງຄາມ ຢູ່ຊີເຣຍ (ວີດິໂອກ່ຽວຂ້ອງ)


ຂ້າຫຼວງໃຫຍ່ໃນດ້ານສິດທິມະນຸດຂອງອົງການສະຫະປະຊາຊາດ ທ່ານນາງ Navi Pillay.
ຂ້າຫຼວງໃຫຍ່ໃນດ້ານສິດທິມະນຸດຂອງອົງການສະຫະປະຊາຊາດ ທ່ານນາງ Navi Pillay.
ເຈົ້າໜ້າທີ່ອະວຸໂສຂອງອົງການສະຫະປະຊາຊາດທ່ານນຶ່ງກ່າວ
ວ່າ ທ່ານນາງເຊື່ອວ່າທັງສອງຝ່າຍໃນສົງຄາມກາງເມືອງຢູ່ໃນຊີ
ເຣຍ ໄດ້ກໍ່ອາຊະຍາກຳສົງຄາມແລະຮຽກຮ້ອງໃຫ້ສະພາຄວາມ
ໝັ້ນຄົງອົງການສະຫະປະຊາຊາດ ສັ່ງໃຫ້ສານອາຍານາໆຊາດ
ທີ່ນະຄອນ Hague ປະເທດເນເທີແລນ ທຳການສືບສວນຢ່າງ
ເປັນທາງການ.

ຂ້າຫຼວງໃຫຍ່ດ້ານສິດທິມະນຸດຂອງອົງການສະຫະປະຊາຊາດ
ທ່ານນາງ Navi Pillay ໃຫ້ຄວາມເຫັນດັ່ງກ່າວໃນວັນສຸກວານ
ນີ້ຫຼັງຈາກໄດ້ລາຍງານໃຫ້ສະພາຄວາມໝັ້ນຄົງຊາບ. ການຮຽກ
ຮ້ອງຄືນໃໝ່ ໃຫ້ທຳການສືບສວນຂອງທ່ານນາງ ແມ່ນໄດ້ເພີ້ມ
ນໍ້າໜັກໃຫ້ແກ່ໜັງສືຮ້ອງຮຽນຈາກ 58 ປະເທດ ທີ່ຮ້ອງຂໍໃຫ້ທຳ
ການສືບສວນ ກ່ຽວກັບການກໍ່ອາຊະຍາກຳສົງຄາມຢູ່ໃນບັນຫາ
ຂັດແຍ້ງທີ່ດຳເນີນມາເປັນເວລາ 22 ເດືອນແລ້ວນັ້ນ.

ຣັດເຊຍແລະຈີນໄດ້ໃຊ້ສິດຢັບຢັ້ງໃນການດຳເນີນຄວາມພະຍາຍາມຄັ້ງຜ່ານໆມາຂອງສະ ພາຄວາມໝັ້ນຄົງເພື່ອໃຫ້ເອົາມາດຕະການກ່ຽວກັບເລື່ອງນີ້ແລະໃນອາທິດນີ້ກະຊວງການ ຕ່າງປະເທດຣັດເຊຍກໍກ່າວວ່າ ການສືບສວນໂດຍສານອາຍານາໆຊາດ ທີ່ມີສຳນັກງານຢູ່ ນະຄອນ Hague ນັ້ນ ແມ່ນຈະມີຂຶ້ນ ໃນເວລາທີ່ບໍ່ເໝາະສົມ ແລະບໍ່ເປັນທີ່ສ້າງສັນຫຍັງ ເລີຍ.

ເອກອັກຄະລັດຖະທູດອັງກິດທ່ານ Mark Lyall Grant ຮັບຮູ້ວ່າຍັງມີຄວາມເຫັນຂັດແຍ້ງ ກັນຢູ່ໃນສະພາຄວາມໝັ້ນຄົງແລະຍອມຮັບໃນມື້ວັນສຸກວານນີ້ວ່າ ທາງສະພາຄວາມໝັ້ນ ຄົງອາດຈະບໍ່ຮັບເອົາມາດຕະການໃນທຳນອງນີ້ ໃນອະນາຄົດອັນໃກ້.

ອົງການສະຫະປະຊາຊາດກ່າວວ່າ ມີຢ່າງໜ້ອຍ 60,000 ຄົນໄດ້ເສຍຊີວິດໃນບັນຫາຂັດ ແຍ້ງຢູ່ໃນຊີເຣຍ ແລະທ່ານນາງ Pillay ກ່າວໃນວັນສຸກວານນີ້ວ່າ ປະຊາຊົນຊາວຊີເຣຍ ມອງເບິ່ງສະຖານະການດັ່ງກ່າວນີ້ຄືກັບວ່າ ອົງການສະຫະປະຊາຊາດບໍ່ໄດ້ປະຕິບັດໜ້າທີ່ ຂອງຕົນເພື່ອປົກປ້ອງພວກທີ່ໄດ້ຮັບເຄາະ.

ວີດິໂອ: ຄວາມຮຸນແຮງໃນຊີເຣຍ ອາດຮ້າຍແຮງໜັກຂຶ້ນ ຫລັງ ປ. ອັສຊາດ:

Syria Violence May Worsen Post-Assad
please wait

No media source currently available

0:00 0:02:42 0:00
ລິງໂດຍກົງ

ກ່ຽວຂ້ອງກັນ

XS
SM
MD
LG