ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີ ການຕ່າງປະເທດຝຣັ່ງ ເຕືອນ ຊີເຣຍ


ລັດຖະມົນຕີການຕ່າງປະເທດ ຝຣັ່ງ ທ່ານ Laurent Fabius
ລັດຖະມົນຕີການຕ່າງປະເທດ ຝຣັ່ງ ທ່ານ Laurent Fabius
ລັດຖະມົນຕີການຕ່າງປະເທດ ຝຣັ່ງ ທ່ານ Laurent Fabius
ກ່າວວ່າ ບັນດາ ອໍານາດຕາເວັນຕົກ ແມ່ນມີການຕອບໂຕ້ຢ່າງ
ຂະໜານໃຫຍ່ ຕໍ່ການນໍາໃຊ້ອາວຸດ ເຄມີ ຫຼື ອາວຸດເຊື້ອໂຣກໃດໆ
ກໍຕາມ ຂອງກອງກໍາລັງຂອງປະທານາທິບໍດີ ຊີເຣຍ ທ່ານ Bashar
al-Assad ນັ້ນ.

ທ່ານ Fabius ໄດ້ກ່າວໃນການສໍາພາດອອກອາກາດ ໃນວັນ
ຈັນມື້ນີ້ວ່າ ໄດ້ມີ ການຕົກລົງເຫັນພ້ອມນໍາກັນຢ່າງກ້ວາງຂວາງ ກ່ຽວກັບການຕອບໂຕ້ດັ່ງກ່າວ ຊຶ່ງທ່ານໄດ້ເອີ້ນອາວຸດເຄມີວ່າ
ເປັນອັນຕະລາຍອັນໃຫຍ່ຫລວງ.

ທ່ານໄດ້ໃຫ້ຄວາມເຫັນດັ່ງກ່າວນີ້ ໃນຂະນະທີ່ຫົວໜ້າສະພາ
ກາແດງສາກົນ ກໍາລັງເດີນທາງໄປຢ້ຽມຢາມຊີເຣຍ ເປັນເວລາ
3 ມື້ ຊຶ່ງຈະຮວມທັງການພົບປະ ກັບທ່ານ Assad ແລະບັນດາເຈົ້າໜ້າທີ່ອື່ນໆອີກ. ສະພາກາແດງສາກົນ ກ່າວວ່າ ການໂອ້ລົມສົນທະນານັ້ນແມ່ນຈະສຸມໃສ່ ສະຖານນະ ການດ້ານມະນຸດສະທໍາ ທີ່ກໍາລັງຊຸດໂຊມລົງໄປຢ່າງໄວໃນຊີເຣຍ ແລະການທ້າທາຍ ໃນການເຂົ້າຫາພວກທີ່ໄດ້ຮັບເຄາະຈາກການສູ້ລົບກັນນັ້ນ.

ໃນຂະນະດຽວກັນນີ້ ທູດພິເສດຄົນໃໝ່ຂອງສະຫະປະຊາຊາດແລະສັນນິບາດອາຣັບ
ທີ່ໄດ້ຮັບມອບໝາຍໜ້າທີ່ໃຫ້ຊອກຫາທາງອອກແບບສັນຕິວິທີ ຕໍ່ບັນຫາຊີເຣຍນັ້ນ
ກ່າວວ່າ ທ່ານບໍ່ມີຄວາມເຂົ້າໃຈຜິດໃດໆເລີຍວ່າ ວຽກງານອັນນີ້ຂອງທ່ານ ຈະເປັນວຽກ
ທີ່ງ່າຍໆ.
XS
SM
MD
LG