ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສໍາຫຼວດ ຂອງອົງການສະຫະປະຊາຊາດ: ຄວາມສໍາຄັນຂອງສິດທິແມ່ຍິງ ສໍາລັບການຮັບຮູ້ຕໍ່ກຸ່ມຕາລິບານ

ແຟ້ມຮູບ-ແມ່ຍິງຊາວອັຟກນິສຖານ ໄດ້ຮັບການແບ່ງປັນແາຫານ ທີ່ແຈກຢາຍໃຫ້ໂດຍກຸ່ມຊ່ວຍເຫຼືອດ້ານມະນຸດສະທໍາ, ໃນນະຄອນຫຼວງກາບູລ, ອັຟການິສຖານ, ວັນທີ 28 ພຶດສະພາ 2023. ການສໍາຫຼວດຂອງອົງການສະຫະປະຊາຊາດພົບວ່າ 80 ເປີເຊັນຂອງແມ່ຍິງໃນ ອັຟການິສຖານ ລາຍງານວ່າ ຫຼຸດຄວາມສາມາດໃນການດໍາເນີນກິດຈະກໍາເພື່ອສ້າງລາຍຮັບ.

ແມ່ຍິງຫຼາຍຮ້ອຍຄົນ ຢູ່ໃນອັຟການິສຖານ ກ່າວວ່າ ອົງການສະຫະປະຊາຊາດ ບໍ່ຄວນຮັບ​ຮູ້ລັດຖະບານກຸ່ມຕາລິບານ ຈົນກວ່າການເຂົ້າ​ເຮັດວຽກງານ ແລະການສືກສາຂອງແມ່ຍິງໄດ້ຮັບການຟື້ນຟູ, ພ້ອມທັງມີການຈັດຕັ້ງລັດຖະບານແບບຮວມ​ເອົາ​ທຸກ​ພັກ​ຝ່າຍ​ເຂົ້າ​ຮ່ວມ, ອີງຕາມລາຍງານຂອງການສໍາຫຼວດໃໝ່.

ປະມານ 46 ເປີເຊັນ ຂອງແມ່ຍິງອັຟການິສຖານຈໍານວນ 592 ຄົນ ທີ່ໄດ້ກ່າວຕໍ່ຜູ້ສໍາຫຼວດຂອງອົງການສະຫະປະຊາຊາດໃນເດືອນກໍລະກົດ ວ່າ ບັນດາຜູ້ນໍາໂລກ ບໍ່ຄວນຮັບຮູ້ ກຸ່ມຕາລິບານ ໃນຖານະລັດຖະບານ ຂອງອັຟການິສຖານ “ພາຍໃຕ້ສະພາບການໃດໆ.”

ແຟ້ມຮູບ-ຫ້ອງຮຽນ ທີ່ເຄີຍໃຊ້ເປັນເປັນບ່ອນນັ່ງສໍາລັບເດັກນ້ອຍຍິງ, ບັດນີ້ ເປົ່າຫວ່າງໃນນະຄອນຫຼວງກາບູລ, ອັຟການິສຖານ, ວັນທີ 22 ທັນວາ 2022.
ແຟ້ມຮູບ-ຫ້ອງຮຽນ ທີ່ເຄີຍໃຊ້ເປັນເປັນບ່ອນນັ່ງສໍາລັບເດັກນ້ອຍຍິງ, ບັດນີ້ ເປົ່າຫວ່າງໃນນະຄອນຫຼວງກາບູລ, ອັຟການິສຖານ, ວັນທີ 22 ທັນວາ 2022.

ເຄິ່ງນຶ່ງຂອງຜູ້ຕອບຕໍ່ການສໍາຫຼວດກ່າວວ່າ ການຮັບຮູ້​ໃດໆ​ກໍ​ຕາມ ກ່ຽວກັບລັດຖະບານຂອງກຸ່ມຕາລິບານ ຂຶ້ນຢູ່ກັບການປັບປຸງທີ່ເປັນຮູບປະ​ທຳ ໃນສິດທິຂອງພວກແມ່ຍິງ, ເຊິ່ງລວມມີ ສິດທິໃນດ້ານການສຶກສາ ແລະສິດທິໃນດ້ານວຽກງານຂອງພວກເຂົາເຈົ້າ.

ນັບຕັ້ງແຕ່ເຂົ້າຢຶດອໍານາດໃນປີ 2021, ກຸ່ມຕາລິບານ ໄດ້ປິດໂຮງຮຽນມັດທະ ຍົມ ແລະມະຫາວິທະຍາໄລສໍາລັບເດັກນ້ອຍຍິງ, ປະໃຫ້ເດັກຍິງຈໍານວນຫຼາຍ ບໍ່ສາມາດເຂົ້າເຖິງລະບົບການສຶກສາ, ແລະວາງຂໍ້ຈໍາກັດດ້ານວຽກງານຕໍ່ແມ່ຍິງຢ່າງກວ້າງຂວາງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG