ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງປະຊຸມ ສປຊ ກ່ຽວກັບຊູດານ


ປະທານາທິບໍດີສະຫະລັດທ່ານ ບາຣັກ ໂອບາມາໄປຮ່ວມກອງ ປະຊຸມລະດັບສູງ ຂອງອົງການ ສະຫະປະຊາຊາດກ່ຽວກັບເລື່ອງ ຊູດານ ໃນວັນສຸກມື້ນີ້ ບ່ອນທີ່ ຄາດກັນວ່າ ທ່ານຈະຊຸກຍູ້ໃຫ້ມີ ການລົງປະຊາມະຕິ ຕາມໝາຍ ກຳນົດເວລາ ເພື່ອຊີ້ຂາດວ່າ ພາກໃຕ້ຂອງຊູດານ ຈະແຍກໂຕອອກຈາກ ພາກເໜືອຂອງຊູ ດານຫຼືບໍ່.

ຜູ້ຊ່ອຍທີ່ປຶກສາອະວຸໂສ ດ້ານຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດ ທ່ານນາງ Samantha Power ກ່າວວ່າ ປະທານາທິບໍດີໂອບາມາ ຈະໃຫ້ຄວາມເຫັນ ທີ່ເປັນແກ່ນ ສານກ່ຽວກັບວ່າ ຊູດານຄວນດຳເນີນການແບບໃດ.

ທ່ານນາງເວົ້າວ່າ ປະທານາທິບໍດີໂອບາມາ ໄດ້ຕັດສິນໃຈໄປຮ່ວມ ໃນອັນທີ່ຕົ້ນຕໍແລ້ວເອີ້ນ ວ່າ ເປັນກອງປະຊຸມ ລະດັບລັດຖະມົນຕີ ເພື່ອເນັ້ນຢໍ້າວ່າຊູດານ ພວມຈະກ້າວເຂົ້າໄປໃກ້ ໃນອັນທີ່ທ່ານນາງເອີ້ນວ່າ ວັນເວລາທີ່ຫຼໍ່ແຫຼມສຳຄັນ.

ກອງປະຊຸມດັ່ງກ່າວ ຈະມີເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki Moon ປະທານາທິບໍດີ ຂອງເຂດພາກໃຕ້ຊູດານ ທ່ານ Salva Kiir ແລະຮອງປະທາ ນາທິບໍດີຊູດານ ທ່ານ Ali Osman Taha ເຂົ້າຮ່ວມ.

ການລົງປະຊາມະຕິ ໃນວັນທີ 9 ມັງກອນປີໜ້າ ຈະອະນຸຍາດໃຫ້ ປະຊາຊົນໃນເຂດເຄິ່ງ ປົກຄອງຕົນເອງ ໃນພາກໃຕ້ຂອງປະເທດຊູດານ ເລືອກເອົາວ່າ ຈະແຍກໂຕອອກເປັນ ເອກກະລາດຫຼືບໍ່. ພວກນັກວິເຄາະສ່ວນໃຫຍ່ ທຳນາຍວ່າ ເຂດພາກໃຕ້ຂອງຊູດານ ຈະ ເລືອກເອົາ ຄວາມເປັນເອກກະລາດ.

XS
SM
MD
LG