ພະແນກການນຶ່ງຂອງອົງການສະຫະປະຊາຊາດທີ່ຮັບຜິດຊອບກ່ຽວກັບການເຄື່ອນໄຫວຂອງ
ອົບພະຍົບກ່າວວ່າມີຜູ້ຄົນຫຼາຍກວ່າ 76,000 ຄົນໄດ້ພາກັນຫຼົບໜີຈາກຊູດານນັບແຕ່ເດືອນ
ສິງຫາເປັນຕົ້ນມາ.
ອົງການຂ້າຫຼວງໃຫຍ່ຮັບຜິດຊອບເລື່ອງອົບພະຍົບຂອງສະຫະປະຊາຊາດຫຼື UNHCR ກ່າວ
ໃນມື້ວັນສຸກວານນີ້ວ່າການຫຼັ່ງໄຫຼໜີຂອງຜູ້ຄົນເຂົ້າໄປໃນປະເທດເອທິໂອເປຍແລະຊູດານໃຕ້
ທີ່ເປັນເພື່ອນບ້ານແມ່ນກ່ຽວຂ້ອງກັບບັນຫາຂັດແຍ້ງທີ່ລັດ Blue Nile ຂອງຊູດານທີ່ມີຊາຍ
ແດນຕິດກັບປະເທດຊູດານໃຕ້.
ອົງການ UNHCR ກ່າວວ່າ ການຈັດສົ່ງຄວາມຊ່ອຍເຫຼືອໄປໃຫ້ພວກອົບພະຍົບແມ່ນບັນຫາ
ທ້າທາຍທີ່ໃຫຍ່ທີ່ສຸດອັນນຶ່ງຍ້ອນວ່າປະຊາຊົນຈຳນວນຫຼວງຫຼາຍໄດ້ພາກັນຫຼົບໜີໄປຢູ່ໃນເຂດ
ທີ່ສອກຫຼີກຫ່າງໄກ.
ອົງການສະຫະປະຊາຊາດຊຸກຍູ້ໃຫ້ພວກອົບພະຍົບພາກັນຍ້າຍໄປຍູ້ໃນເຂດທີ່ສາມາດເຂົ້າເຖິງ
ໄດ້ຫຼາຍຂຶ້ນເຊັ່ນສູນຕ່າງໆທີ່ມີການຈັດຕັ້ງຢູ່ໃນຊູດານໃຕ້ຊຶ່ງຕັ້ງຫ່າງອອກໄປຈາກບໍລິເວນຊາຍ
ແດນທີ່ມີສະຖານະການເອົາແນ່ບໍ່ໄດ້ນັ້ນ.
ໃນຕົ້ນອາທິດນີ້ທູດພິເສດ 2 ຄົນຂອງສະຫະລັດຮັບຜິດຊອບກ່ຽວກັບຊູດານກ່າວວ່າ ການ
ໂຈມຕີຂ້າມຊາຍແດນຢູ່ທີ່ລັດ Kordofan ໃຕ້ ແລະ Blue Nile ໄດ້ຍັງຜົນໃຫ້ເກີດວິກິດ
ການທາງດ້ານມະນຸດສະທຳຂຶ້ນໃນບໍລິເວນຊາຍແດນ.