ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອົງການສະຫະປະຊາຊາດ ເພີ້ມການຊ່ວຍເຫຼືອ ໃຫ້ແກ່ຂົງເຂດ ທີ່ປະ​ສົບ​ກັບຄວາມຂັດແຍ້ງ 'ຮຸນແຮງ' ໃນ ຢູເຄຣນ


ແຟ້ມ-ປາຊາຊົນຢູ່ໃນທ້ອງຖິ່ນ ໄດ້ຮັບນໍ້າດື່ມ ທີ່ໄດ້ແຈກຢາຍຢູ່ທີ່ພາກກາງຂອງເມືອງ Toretsk, ທາງທິດຕາເວັນອອກຂອງປະເທດຢູເຄຣນ, ວັນທີ 25 ເມສາ 2022.
ແຟ້ມ-ປາຊາຊົນຢູ່ໃນທ້ອງຖິ່ນ ໄດ້ຮັບນໍ້າດື່ມ ທີ່ໄດ້ແຈກຢາຍຢູ່ທີ່ພາກກາງຂອງເມືອງ Toretsk, ທາງທິດຕາເວັນອອກຂອງປະເທດຢູເຄຣນ, ວັນທີ 25 ເມສາ 2022.

ກ່ອນ​ເຖິງວັນ​ຄົບ​ຮອບ​ນຶ່ງ​ປີ​ຂອງ​ການ​ບຸກ​ລຸກ ຢູ​ເຄ​ຣນ ໂດຍ​ຣັດ​ເຊຍ ໃນ​ວັນ​ທີ 24 ກຸມ​ພານີ້, ບັນ​ດາ​ອົງ​ການ​ຊ່ວຍ​ເຫຼືອ​ຂອງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຂະ​ຫຍາຍ​ການ​ຊ່ວຍເຫຼືອ​ກູ້​ຊີ​ວິດ​ຕໍ່​ປະ​ຊາ​ຊົນຫຼາຍ​ພັນ​ຄົນ​ທີ່​ອາ​ໄສ​ຢູ່​ໃນ “ຈຸດ​ສູນ​ກາງ​” ຂອງ​ຄວາ​ມ​ຂັດ​ແຍ້ງ.”

ສອງ​ຂະ​ບວນ​ລົດ​ຂອງອົງ​ການ​ດັ່ງ​ກ່າວ​ໄດ້​ໄປ​ຮອດ​ຊຸມ​ຊົນ​ຕ່າງໆ​ທີ່​ມີ​ຄວາມ​ຕ້ອງ​ການ​ໃນ​ແຖວ​ໜ້າຢ່າງ​ຮຸນ​ແຮງໃນ​ອາ​ທິດ​ທີ່​ຜ່ານ​ມາ. ຂະ​ບວນ​ລົດ​ບັນ​ທຸກ 6 ຄັນ​ໄດ້​ເດີນ​ທາງ​ຮອດ​ເມືອງ ຕໍ່​ເຣັດ​ສ໌ ທາງ​ພາກ​ເໜືອ​ຂອງ​ຢູ​ເຄ​ຣນ, ເຊິ່ງ​ຕັ້ງ​ຫ່າງ​ຈາກ​ເຂດ​ຕໍ່​ສູ້ 10 ກິ​ໂລ​ແມັດ​ໃນ​ພາກ​ພື້ນ ໂດ​ເນັດ​ສ໌, ເມື່ອ​ວັນ​ອັງ​ຄານ​ທີ່​ຜ່ານ​ມາ.

ທ່ານ ເຈັນ​ສ໌ ແລກ, ໂຄ​ສົກ​ຂອງ​ຫ້ອງ​ການ​ປະ​ສານ​ງານ​ດ້ານ​ມະ​ນຸດ​ສະ​ທຳ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ຫຼື OCHA ໄດ້​ກ່າວ​ວ່າ​ຂະ​ບວນ​ລົດ​ດັ່ງ​ກ່າວ​ໄດ້​ຂົນ​ວັດ​ຖຸ​ການ​ຊ່ວຍ​ເຫຼືອ​ທີ່​ຈຳ​ເປັນ ​ລວມ​ມີ, ນ້ຳ, ຢາ ແລະ ວັດ​ຖຸ​ສ້າງ​ທີ່​ພັກ​ສຸກ​ເສີນ.

ທ່ານ​ໄດ້​ກ່າວ​ວ່າ "ຂະ​ບວນ​ລົດ​ທີ່​ວ່າ​ນັ້ນ​ຍັງ​ໄດ້​ນຳ​ສົ່ງ​ວັດ​ຖຸ​ການປິ່ນ​ປົວ​ບາດ​ແຜ​ທີ່​ສາ​ຫັດ ແລະ ອຸ​ປະ​ກອນ​ການ​ຜ່າ​ຕັດ​ສຸກ​ເສີນ. ມີ​ປະ​ຊາ​ຊົນ 15,000 ຈາກ 75,000 ຄົນ​ຜູ້​ທີ່​ອາ​ໄສ​ຢູ່​ທີ່​ນັ້ນ​ກ່ອນ​ສົງ​ຄາມ​ ແມ່ນ​ຍັງ​ຢູ່​ໃນ​ເມືອງ​ດັ່ງ​ກ່າວ ແລະ ຊຸມ​ຊົນ​ທີ່​ຢູ່​ໃກ້​ຄຽງ.”

ໃນ​ວັນ​ພະ​ຫັດ​ແລ້ວນີ້, ຂະ​ບວນ​ລົດອົງ​ການ​ທັງ​ສອງ​ 5 ຄັນ​ ຊຸດ​ທີ​ສອງ ໄດ້​ໄປ​ຮອດ​ເມືອງ ຮູ​ລີ​ໄອ​ໂປ​ລ໌ ໃນ​ພາກ​ພື້ນ ຊາ​ໂປ​ຣິ​ສ​ເຊຍ, ບ່ອນ​ທີ່​ປະ​ມານ 3,000 ຄົນ​ຍັງ​ຢູ່​ໃກ້​ກັບ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ ແລະ ມີ​ຄວາມ​ສ່ຽງ​ຕໍ່​ການ​ຖືກ​ລະ​ດົມ​ຍິງ​ຢ່າງ​ເປັນ​ປະ​ຈຳ.

ທ່ານ ແລກ ໄດ້​ກ່າວ​ວ່າ​ການ​ເຂົ້າ​ຫາ​ການ​ບໍ​ລິ​ການ​ຂັ້ນ​ພື້ນ​ຖານ​ແມ່ນ​ໄດ້​ຖືກ​ລົບ​ກວນ, ກໍ່​ໃຫ້​ເກີດ​ຄວາມ​ຫຍຸ້ງ​ຍາກ​ຢ່າງ​ໃຫຍ່ຫຼວງ​ສຳ​ລັບ​ປະ​ຊາ​ຊົນ​ທີ່​ມີ​ຄວາມ​ສ່ຽງ, ໂດຍ​ສະ​ເພາະ​ຜູ້​ອະວຸ​ໂສ, ຄົນ​ພິ​ການ ແລະ ຄອບ​ຄົວ​ທີ່​ມີ​ລູກ​ນ້ອຍ.

ທ່ານ​ໄດ້​ກ່າວ​ວ່າ "ນັບ​ຕັ້ງ​ແຕ່​ເດືອນ​ມີ​ນາ​ປີ​ກາຍນີ້, ປະ​ຊາ​ຊົນ ​ແມ່ນບໍ່​ມີ​ໄຟ​ຟ້າ​ໃຊ້​ໃນ​ຂະ​ນະ​ທີ່​ສ​ະ​ຖານ​ທີ່ຫຼາຍ​ແຫ່ງ​ແມ່ນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຍ້ອນ​ການ​ຕໍ່​ສູ້ ແລະ ບໍ່​ສາ​ມາດ​ສ້ອມ​ແປງ​ໄດ້​ຍ້ອນ​ພາ​ວະ​ສົງ​ຄາມ​ທີ່​ກຳລັງ​ດຳ​ເນີນ​ຢູ່.”

ທ່ານ​ເວົ້າ​ວ່າ "ຍ້ອນ​ມັນ​ບໍ່​ມີ​ໄຟ​ຟ້າ​ໃຊ້, ແຫຼ່ງ​ນ້ຳ​ປະ​ປາ​ຕ່າງ​ໆ​ແມ່ນບໍ່​ສາ​ມາດ​ປະ​ຕິ​ບັດ​ການ​ໄດ້, ແລະ ນ້ຳ​ຕ້ອງ​ຖືກ​ນຳ​ສົ່ງ​ໃນ​ຕຸກ​ນ້ຳ ຫຼື ປ້ຳ​ອອກ​ຈາກ​ນ້ຳ​ສ້າງ.”​

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG