ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ປ​ຊ ກ່າວ​ວ່າ ມີ​ພວກ​ແມ່​ຍິງ ແລະ​ເດັກ​ນ້ອຍ​ແມ່​ຍິງ ຫຼາຍກວ່າ 150 ຄົນ ໃນ​ຊູ​ດານ​ໃຕ້ ​ຖືກ​ຂົ່ມ​ຂືນ


ພວກ​ທະ​ຫານ​ຊູ​ດານ ໃຕ້ ຖືກ​ກ່າວ​ຫາ​ວ່າ ທຳ​ການ​ໂຈມ​ຕີ ​ພວກ​ພະ​ນັກ​ງານ​ຊ່ອຍ​ເຫຼືອນາໆ​ຊາດ ​ຮວມ​ທັງ ການ​​ຂົ່ມ​ຂືນ ທີ່​ເມືອງ​ຂູ​ບາ, ຊູ​ດານ ໃຕ້.
ພວກ​ທະ​ຫານ​ຊູ​ດານ ໃຕ້ ຖືກ​ກ່າວ​ຫາ​ວ່າ ທຳ​ການ​ໂຈມ​ຕີ ​ພວກ​ພະ​ນັກ​ງານ​ຊ່ອຍ​ເຫຼືອນາໆ​ຊາດ ​ຮວມ​ທັງ ການ​​ຂົ່ມ​ຂືນ ທີ່​ເມືອງ​ຂູ​ບາ, ຊູ​ດານ ໃຕ້.

ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ ມີ​ພວກ​ແມ່​ຍິງ ແລະ​ເດັກ​ນ້ອຍ​ແມ່​ຍິງ ຫຼາຍກວ່າ
150 ຄົນ ໃນ​ຊູ​ດານ​ໃຕ້ ​ຖືກ​ຂົ່ມ​ຂືນ ຫຼືບໍ່ ກໍເປັນ​ການລະ​ເມີດ​ທາງ​ເພດ​ແບບ​ໃດ ກໍ​ແບບ​ນຶ່ງ
ໃນ​ຫວ່າງ​ມໍ່ໆ​ມາ​ນີ້.

ການ​ໂຈມ​ຕີ ແມ່ນ​ໄດ້​ກະ​ທຳ​ໂດຍ “ພວກ​ຕິດ​ອາ​ວຸດ ຊຶ່ງ​ສ່ວນ​ໃຫຍ່​ແມ່​ນພວກ​ທະ​ຫານ,”
ໃກ້​ໆ​ກັບ​ເມືອງ Bentiu ທາງ​ພາກ​ເໜືອ ຂອງ​ປະ​ເທດ​ອີງ​ຕາມ​ລາຍ​ງານ​ຮ່ວມ​ທີ່​ໄດ້​ລົງ​ນາມ
ໃນ​ວັນ​ຈັນ​ວານ​ນີ້ ຂອງປະ​ທານ​ຂອງອົງ​ການ UNICEF ທ່ານນາງ Henrietta Force
ທ່ານ Mark Lowcock ຮອງ​ເລ​ຂາ​ທິ​ການ​ໃຫຍ່​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ພົວ​ພັນ​
ເລື້ອງ​ມະ​ນຸດ​ສະ​ທຳ ແລະ ​ຜູ້​ອຳ​ນວຍ​ການ​ຂອງອົງ​ການກອງ​ທຶນ​ປະ​ຊາ​ກອນສະ​ຫະ​ປະ​ຊາ
​ຊາດ ທ່ານ​ນາງ Natalia Kanem. ທັງ​ສາມ​ທ່ານ ໄດ້​ຮຽກ​ຮ້ອງ​ໃຫ້​ທຸກ​ພັກ​ຝ່າຍ “ເຈົ້າ​ໜ້າ​
ທີ່ ທີ່​ກ່ຽວ​ຂ້ອງ ໃຫ້​ປະ​ກາດຕໍ່​ສາ​ທາ​ລະ​ນະ ​ປະ​ນາມ​ການ​ໂຈມ​ຕີດັ່ງ​ກ່າວ ແລະ​ຮັບ​ປະ
​ກັນ​ວ່າພວກ​ທີ່​ກະ​ທຳຜິດນີ້ ຈະ​ຕ້ອງໄດ້​ປະ​ເຊີນ​ໜ້າ​ກັບໂທດທັນ​ຢ່າງ​ສາ​ສົມ​ຕໍ່​ການ
ກະທຳຂອງ​ພວກ​ກ່ຽວ.”

​ກຸ່ມອົງການ​ຊ່ອຍ​ເຫຼືອ ທ່ານ​ໝໍ​ໄຮ້​ພົມ​ແດນ ໄດ້​ກ່າວ​ໃນ​ສັບ​ປະ​ດາ​ແລ້ວ​ນີ້​ວ່າພວກ​ແມ່​ຍິງ
ແລະ​ເດັກ​ນ້ອຍ​ແມ່​ຍິງ ຈຳ​ນວນ 125 ຄົນ ໄດ້​ຖືກ​ລະ​ເມີດ​ທາງ​ເພດ ໃນ​ຂະ​ນະ​ທີ່​ຍ່າງ​ໄປ​ຫາ
​ສະ​ຖານ​ທີ່​ແຈກ​ຈ່າຍ​ອາ​ຫານ​ການ​ກິນ ໃນ​ເມືອງ Bentiu. ກຸ່ມ​ດັ່ງ​ກ່າວ ໄດ້​ກ່າວ​ວ່າ ພວກ​ທີ່
​ໂຈມ​ຕີ​ນີ້ ແມ່ນ​ປຸ້ນ​ສະ​ດົ​ມ ເສື້ອ​ຜ້າ ເກີບ ເງິນ​ຄຳ ແລະ​ແມ່ນ​ແຕ່​ບັດ​ຮັບ​ອາ​ຫານ​ຕ່າງໆ
ຂອງພວກ​ແມ່​ຍິງ ແລະ​ເດັກ​ນ້ອຍ​ແມ່​ຍິງ​ນີ້.

ໃນ​ລາຍ​ງານ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້ມີການລະ​ບຸ​ວ່າ ມີ 2,300 ກໍ​ລະ​ນີ ທີ່​ໄດ້
​ຖືກ​ລາຍ​ງານ ໃນ​ຊູ​ດານ​ໃຕ້ ໃນ​ເຄິ່ງຕົ້ນ​ປີ 2018 ແລະ​ສ່ວນ​ໃຫຍ່ ແມ່ນ​ພວກ​ເຄາະ​ຮ້າຍ
ທີ່​ແມ່ນພວກ​ແມ່​ຍິງ ແລະ​ເດັກ​ນ້ອຍ​ແມ່​ຍິງ. ປະ​ມານ 20 ເປີ​ເຊັນ​ຂອງ​ພວກ​ເຄາະ​ຮ້າຍ​ນີ້
​ແມ່ນ​ພວກ​ເດັກ​ນ້ອຍ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG