ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກຳລັງ ຮັກສາສັນຕິພາບ ສປຊ ຈະຢູ່ທີ່ ຊູດານໃຕ້ ຕື່ມອີກປີນຶ່ງ (ວີດີໂອ)


ແຜນທີ່ຊູດານແລະຊູດານໃຕ້
ແຜນທີ່ຊູດານແລະຊູດານໃຕ້

ສະພາ​ຄວາມໝັ້ນຄົງ​ຂອງ​ອົງການ​ສ​ະຫະປະຊາ​ຊາດກ່າວ​ວ່າ ກຳລັງ​ຮັກສາ​ສັນຕິພາບ ຍັງຈະ
​ຢູ່ທີ່ຊູ​ດານ​ໃຕ້ ຕື່ມ​ອີກນຶ່ງ​ປີ.

ສະມາຊິກ 15 ປະ​ເທດຂອງ​ສະພາ​ຄວາມ​ໝັ້ນຄົງ​ໄດ້​ໃຫ້ການ​ອະນຸມັດ​ຢ່າງ​ເປັນເອກ​ກະສັນ​ຕໍ່​
ມະຕິ​ດັ່ງກ່າວ ​ໃນ​ວັນ​ພະຫັດວານ​ນີ້ ​ເພື່ອ​ຕໍ່​ອາຍຸການ​ປະ​ຕິ​ບັດ​ງານ​ຂອງສະຫະ​ປະຊາ​ຊາດຢູ່​
ໃນ​ຊູ​ດານ​ໃຕ້ ສຳ​ຫຼັບປັບປຸງ​ການ​ຮັກສາ​ຄວາມ​ປອດ​ໄພຢູ່​ໃນ​ປະ​ເທດ​ດັ່ງກ່າວ. ມະຕິ​ສະບັບ​ນີ້
ຍັງ​ໄດ້ຮຽກຮ້ອງ​ໃຫ້ລັດຖະບານຊູ​ດານ​ໃຕ້ ຮັບ​ເອົາ​ຄວາມ​ຮັບຜິດຊອບ​ເພີ້​ມຂື້ນ ໃນ​ການ​ປົກ
​ປ້ອງ​ຄຸ້ມ​ຄອງປະຊາ​ຊົນ​ຂອງ​ຕົນ​ເອງ.

ສະພາຄວາມ​ໝັ້ນຄົງ​ຂອງ​ອົງການ​ສະຫະ​ປະຊາ​ຊາດໃນ​ຂັ້ນຕົ້ນໄດ້​ສົ່ງ​ກຳລັງຮັກສາ​ສັນຕິພາບ
ທີ່​ເປັນ​ທະຫານຫຼາຍ​ເຖິງ 7000 ຄົນ ຕໍາຫລວດອີກ 900 ​ຄົນ​ໄປຍັງຊູ​ດານ​ໃຕ້ ຫລັງ​ຈາກປະ
​ເທດ​ດັ່ງກ່າວ​ ໄດ້ແຍກໂຕ​ເປັນ​ເອກ​ກະລາດ ຈາກຊູ​ດານ ​ແລະກາຍ​ເປັນປະ​ເທດ​ໃໝ່​ທີ່ສຸດ​ຢູ່​ໃນ
​ໂລກເມື່ອນຶ່ງ​ປີ​ທີ່​ຜ່ານ​ມາ. ຂໍ້ຕົກລົງສັນຕິພາບ ປີ 2005 ​ເຮັດ​ໃຫ້​ສົງຄາມ​ກາງ​ເມືອງ​ໃນ​ຊູ​ດານ​
ທີ່​ດຳ​ເນີນ​ມາ​ເປັນ​ເວລາ 21 ປີ​ສິ້ນສຸດ​ລົງແລະເຮັດ​ໃຫ້ການ​ລົງ​ປະຊາ​ມະຕິ​ໃນ​ເດືອນ​ມັງກອນ​ປີ
​ກາຍນີ້​ເປັນ​ໄປ​ໄດ້ຊຶ່ງ​ປະຊາຊົນ​ຊາວ​ຊູ​ດານ​ໃຕ້​ໄດ້​ລົງ​ຄະ​ແນນ​ສຽງ​ຢ່າງ​ຖ້ວມ​ລົ້ນ​ແຍກໂຕ​ອອກ
​ຈາກພາກ​ເໜືອ​ຂອງ​ຊູ​ດານ.

ນັບ​ຕັ້ງ​ແຕ່​ໄດ້​ເປັນ​ປະ​ເທດເອກ​ກະລາດມາຊູ​ດານ​ໃຕ້ໄດ້​ເກີດບັນຫາຄວາມ​ຮຸນ​ແຮງກັບຊູ​ດານ
​ໃນ​ຂະນະ​ທີ່​ທັງ​ສອງ​ຝ່າຍຍັງ​ບໍ່ແກ້​ໄຂ​ບັນຫາຂັດ​ແຍ້​ງກ່ຽວ​ກັບ​ເລື່ອງຊາຍແດນແລະການ​ແບ່ງ
ປັນລາຍ​ໄດ້​ຈາກ​ການ​ຂາຍນໍ້າມັນ.

ປະຊາຊົນຊູດານໃຕ້ທໍາການອານາໄມເມືອງຫລວງຈູບາຢ່າງຕັ້ງໜ້າ ກຽມໃສ່
ສະຫລອງວັນເອກະລາດ ທີ 9 ກໍລະກົດ ວັນຈັນຈະມານີ້:

XS
SM
MD
LG