ອົງການອົບພະຍົບສະຫະປະຊາຊາດກ່າວວ່າ ຈໍານວນຊາວໂຊມາເລຍ ທີ່ໄດ້ຫຼົບໜີຈາກປະເທດຂອງພວກເຂົາເຈົ້າ ເພີ່ມຂຶ້ນເກີນນຶ່ງລ້ານຄົນແລ້ວ.
ອີງຕາມອົງການອົບພະຍົບສະຫະປະຊາຊາດແລ້ວ ຊາວອົບພະຍົບສ່ວນໃຫຍ່ໄດ້ຫຼົບໜີໄປເພິ່ງພິງປະເທດເພື່ອນບ້ານຄື ເຄນຢາ ແລະອີທິໂອເປຍ.
ຊາວອົບພະຍົບໂຊມາເລຍ ຈຸລ່າສຸດທີ່ມາເຖິງເມື່ອບໍ່ດົນນີ້ ດັ່ງດຽວກັບຊຸດກ່ອນ ພາກັນອ້າງວ່າຫຼົບໜີມາຍ້ອນຄວາມບໍ່ສະຫງົບ ແລະການຂາດແຄນເຂົ້າປາອາຫານທີ່ມີຢ່າງຕໍ່ເນຶ່ອງຢູ່ໃນໂຊມາເລຍ.
ແນວໃດກໍດີ, ການຫຼັ່ງໄຫຼຂອງຊາວອົບພະຍົບໄດ້ຊັກຊ້າລົງຢ່າງຫຼວງຫຼາຍ ໃນປີກາຍນີ້.
ໂຄສົກ Andy Needham ກ່າວວ່າ ສະພາບແຫ້ງແລ້ງ ແມ່ນດີຂຶ້ນຫຼາຍ ແລ້ວ ສົມທຽບກັບປີຜ່ານມາ ເຖິງແມ່ນການຕົກບໍ່ພຽງພໍຂອງຝົນ ຍັງສືບຕໍ່ ເປັນບັນຫາຕະຫລອດມາຢູ່ນັ້ນກໍຕາມ.
ນອກນີ້ ກຸ່ມຫົວຮຸນແຮງ al-Shabab ໄດ້ສູນເສຍເຂດຍຶດຄອງສ່ວນໃຫຍ່ ຂອງພວກເຂົາໄປແລ້ວ ຊຶ່ງຢ່າງໃດກໍດີ ອົງການອົບພະຍົບສະຫະປະ ຊາຊາດກໍຍັງເປັນຫ່ວງວ່າ ການສູ້ລົບຈະເພີ່ມຂຶ້ນອີກ ໃນຂະນະທີ່ໂຊມາເລຍ ພະຍາຍາມປ່ຽນລັດຖະບານໄລຍະຂ້າມຜ່ານຊຸດໃໝ່ ໃນເດືອນໜ້ານີ້.