ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົງການ ສປຊ ກ່າວວ່າ ມີການ​ກໍ່ຄວາມຮຸນແຮງທາງເພດ ແລະການຄ້າມະນຸດ ເພີ້ມຂຶ້ນໃນຊ່ວງສົງຄາມຢູ່ໃນ ຢູເຄຣນ


ແຟ້ມຮູບ- ເດັກນ້ອຍຍິງຄົນນຶ່ງ ກໍາລັງໜີອອກຈາກຄວາມຂັດແຍ້ງຢູ່ໃນ ຢູເຄຣນ ກໍາລັງແນມອອກມາຈາກລົດໂດຍສານ ທີ່ກໍາລັງເດີນທາງມຸ່ງໜ້ານະຄອນຫຼວງຊີຊີໂນ ຂອງໄປປະເທດ ໂມລໂດວາ, ຫຼັງຈາກຂ້າມຊາຍແດນໂມລໂດວາ ແລະ ຢູເຄຣນ ໃກ້ໆກັບເມືອງ ພາລານກາ (Palanca), ເມື່ອວັນທີ 2 ມີນາ 2022.
ແຟ້ມຮູບ- ເດັກນ້ອຍຍິງຄົນນຶ່ງ ກໍາລັງໜີອອກຈາກຄວາມຂັດແຍ້ງຢູ່ໃນ ຢູເຄຣນ ກໍາລັງແນມອອກມາຈາກລົດໂດຍສານ ທີ່ກໍາລັງເດີນທາງມຸ່ງໜ້ານະຄອນຫຼວງຊີຊີໂນ ຂອງໄປປະເທດ ໂມລໂດວາ, ຫຼັງຈາກຂ້າມຊາຍແດນໂມລໂດວາ ແລະ ຢູເຄຣນ ໃກ້ໆກັບເມືອງ ພາລານກາ (Palanca), ເມື່ອວັນທີ 2 ມີນາ 2022.

ອົງການສະຫະປະຊາຊາດ ກ່າວໃນມື້ວັນຈັນວານນີ້ວ່າ ພວກແມ່ຍິງ ແລະເດັກ ນ້ອຍຊາວຢູເຄຣນ ແມ່ນມີຄວາມສ່ຽງສູງຕໍ່ການ​ກໍ່ຄວາມຮຸນແຮງທາງ​ເພດ, ການຂົ່ມຂືນແລະການຄ້າມະນຸດ ເນື່ອງຈາກມີລາຍງານ​ກ່ຽວ​ກັບການລະເມີດດັ່ງກ່າວທີ່ເພີ້ມຂຶ້ນສູງ.

“ຂໍ້ກ່າວຫາຕ່າງໆເຫຼົ່ານີ້ ຕ້ອງໄດ້ຮັບການກວດສອບຢ່າງເປັນອິດສະຫຼະເພື່ອໃຫ້ໝັ້ນໃຈວ່າ ມີຄວາມຍຸຕິທໍາ ແລະມີຄວາມຮັບຜິດຊອບ,” ທ່ານນາງຊິມາ ບາຮູສ (Sima Bahous) ເຊິ່ງເປັນຜູ້ອໍານວຍການໃຫຍ່ທາງດ້ານແມ່ຍິງແຫ່ງອົງການສະຫະປະຊາຊາດ ກ່າວຕໍ່ສະພາຄວາມໝັ້ນຄົງ. “ການລວມໂຕກັນຂອງຜູ້ອົບພະຍົບຈໍານວນຫຼາຍ ພ້ອມດ້ວຍການປະຈໍາການຂອງທະຫານທີ່ຖືກເກນ, ທະ ຫານຮັບຈ້າງ, ແລະຄວາມໂຫດຮ້າຍທາລຸນຕໍ່ພົນລະເຮືອນຊາວຢູເຄຣນ ແມ່ນໄດ້ເຮັດໃຫ້ພື້ນທີ່ ກາຍເປັນຂົງເຂດທີ່ອັນຕະລາຍ.”

ທ່ານນາງ ບາຮູສ, ຜູ້ທີ່ຫາກໍ່ກັບມາຈາກພາລະກິດຢູ່ໃນໂມລໂດວາ ກ່າວວ່າ ຄວາມສ່ຽງຂອງການຄ້າມະນຸດນັ້ນກໍເພີ້ມຂຶ້ນເຊັ່ນກັນ ເນື່ອງຈາກຜູ້ຄົນເລີ້ມໝົດຫວັງທີ່ຈະໜີຈາກສົງຄາມຢູ່ໃນ ຢູເຄຣນ.

“ພວກແມ່ຍິງທີ່ຍັງນ້ອຍ ແລະໄວລຸ້ນທີ່ບໍ່ມີຜູ້ຕິດຕາມໄປນໍາ ແມ່ນມີຄວາມສ່ຽງເປັນພິເສດ,” ທ່ານນາງກ່າວ. “ຂ້າພະເຈົ້າຮຽກຮ້ອງໃຫ້ທຸກໆປະເທດ ເພີ້ມຄວາມພະຍາຍາມໃນການຕໍ່ຕ້ານການຄ້າມະນຸດ ແລະຍ້ອງຍໍຕໍ່ບັນດາປະເທດເຈົ້າພາບທັງໝົດ ສໍາລັບການຮ່ວມມືໃນການປ້ອງກັນຕໍ່ເຫດການດັ່ງກ່າວ.”

ທ່ານນາງ ຍັງໄດ້ຊຸກຍູ້ໃຫ້ຜູ້ບໍລິຈາກສະໜັບສະໜຸນຕໍ່ປະເທດຕ່າງໆ ລວມເຖິງ ໂມລໂດວາ, ທີ່ຮັບເອົາຊາວອົບພະຍົບເຖິງ 400,000 ຄົນ, ດັ່ງນັ້ນ ພວກເຂົາເຈົ້າຈຶ່ງສາມາດຕິດຕາມການຂ້າມຊາຍແດນ ແລະຊ່ວຍເຫຼືອຜູ້ເຄາຮ້າຍທັງຫຼາຍເຫຼົ່ານັ້ນ.

ສະພາ ໄດ້ຮັບການບັນຍາຍສະຫຼຸບທາງອອນລາຍໂດຍ ທ່ານນາງແຄັດເທີຣິນາ ເຊີເຣພັກຄາ (Kateryna Cherepakha), ປະທານອົງການປະຊາສັງຄົມຊາວຢູເຄຣນ La Strada-Ukraine. ທ່ານນາງກ່າວວ່າ ພວກທະຫານຂອງ ຣັດເຊຍ ກໍາລັງໃຊ້ຄວາມຮຸນແຮງ ແລະຂົ່ມຂືນ ເພື່ອເປັນອາວຸດຂອງສົງຄາມ.

ທ່ານນາງກ່າວວ່າ ອົງກອນຂອງທ່ານນາງມີພະຍານທີ່ໜ້າເຊື່ອຖືວ່າ ພວກແມ່ຍິງ ແລະເດັກນ້ອຍຍິງສິບກວ່າຄົນ ໄດ້ຖືກຂົ່ມຂືນຢູ່ໃນບໍລິເວນພື້ນທີ່ ທີ່ຢູ່ພາຍໃຕ້ການຢຶດຄອງຂອງ ຣັດເຊຍ.

ທ່ານນາງກ່າວວ່າ “ຖືກຂົ່ມຂືນໂດຍກຸ່ມຜູ້ທີ່ເຂົ້າຢຶດຄອງນັ້ນ, ຄຸກຄາມທາງຊີວິດຫຼາຍໆຄັ້ງຕໍ່ຜູ້ລອດຊີວິດ, ລູກໆຂອງພວກເຂົ້າເຈົ້າ, ຄອບຄົວຂອງພວກເຂົາເຈົ້າ ຢູ່ຕໍ່ໜ້າສະມາຊິກຄອບຄົວຂອງພວກເຂົາເຈົ້າ ແລະປະຊາຊົນຄົນອື່ນໆ.”

ທ່ານນາງກ່າວວ່າ ພວກທີ່ລອດຊີວິດ ແມ່ນມີຄວາມເຈັບຊໍ້າທີ່ສຸດ, ມີຄວາມຢ້ານກົວຕໍ່ຊີວິດຂອງພວກເຂົາເຈົ້າ ແລະຍາກທີ່ຈະກ່າວກ່ຽວກັບການຄຸກຄາມທາງເພດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG