ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມ​ຮຸ​ນ​ແຮງ​ ທາງ​ເພດ ​ໃນ​ຊູ​ດານ​ໃຕ້​ ເພີ້ມຂຶ້ນ​​ ຢ່າງ​ຫຼວງຫຼາຍ


ພວກ​ແມ່​ຍິງພາ​ກັນ​ຍ່າງ​ກັບ​ບ້ານ ຫຼັງ​ຈາກ​ໄປ​ຮັບ​​ເອົາອ​າ​ຫານ​ທີ່​ເມືອງ​ເບັນ​ຕີ​ອູ 38 ກິ​ໂລແມັດ ໃຊ້​ທາງ​ຍ່າງຜ່ານ​ປ່າດ້ວຍ​ຄວາມ ຢ້ານ​ກົວ ຈ​າກ​ການ​ຖືກ​ຂົ່ມ​ຂືນ ວັນ​ທີ 7 ທັນ​ວາ 2018,.
ພວກ​ແມ່​ຍິງພາ​ກັນ​ຍ່າງ​ກັບ​ບ້ານ ຫຼັງ​ຈາກ​ໄປ​ຮັບ​​ເອົາອ​າ​ຫານ​ທີ່​ເມືອງ​ເບັນ​ຕີ​ອູ 38 ກິ​ໂລແມັດ ໃຊ້​ທາງ​ຍ່າງຜ່ານ​ປ່າດ້ວຍ​ຄວາມ ຢ້ານ​ກົວ ຈ​າກ​ການ​ຖືກ​ຂົ່ມ​ຂືນ ວັນ​ທີ 7 ທັນ​ວາ 2018,.

ເຈົ້າ​ໜ້າ​ທີ່​ສະ​ຫະ​ປະ​ຊາ​ຊາດ ຜູ້​ທີ່​ໄດ້​ຮັບ​ມືກັບ​ຄວາມ​ຮຸ​ນ​ແຮງ​ທາງ​ເພດ​ໃນ​ບັນ​ຫາ​ຂັດ​
ແຍ້ງ​ ກ່າວ​ໃນ​ວັນ​ອັງ​ຄານ​ວານ​ນີ້​ວ່າ ​ກໍ່​ຄວາມ​ຮຸນ​ແຮງ​ດັ່ງ​ກ່າວ​ໄດ້​ “ເພີ້ມຂຶ້ນຢ່າງ​ຫຼວງ”
ຢູ່​ຊູ​ດານໃຕ້​ໃນ​ປີ​ນີ້ ແລະ​ການ​ຮັບ​ເອົາ​ຄວາມ​ຮັບ​ຜິດ​ຊອບ​ ແມ່ນ​ມີ​ຄວາມ​ຈຳ​ເປັນ​ເພື່ອ​
ປ້ອງ​ກັນ​ບໍ່​ໃຫ້​ມີ​ການ​ຂົ່ມ​ຂືນ​ຕື່ມ​ອີກ.

ທ່ານ​ນາງ​ປ​ຣາ​ມິ​ລາ ແພັດ​ເຕີນ ກ່າວ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ ຜ່ານ​ທາງວີ​ດີ​ໂອ​ເຊື່ອມ
​ຕໍ່​ຈາກ​ນະ​ຄອນ​ລອນດອນ​ວ່າ “ໃນ​ປີ 2018 ແມ່ນ​ເປັນ​ທີ່​ຈະ​ແຈ້ງ ແລະ​ມີ​ຄວາມຕື່ນ​
ຕົກ​ໃຈ​ເພີ້ມ​ຂຶ້ນ ໃນ​ຈຳ​ນວນ​ຂອງ​ຄະ​ດີຕ່າງໆ ແລະ​ບັນ​ດາຜູ້​ເຄ​າ​ຮ້າຍ​ທີ່​ກ່ຽວ​ພັນ​ກັບ
ຄວາມ​ຮຸ​ນ​ແຮງ​ທາງ​ເພດໃນ​ບັນ​ຫາ​ຂັດ​ແຍ້ງ​ທີ່​ໄດ້​ມີ​ການ​ຈົດ​ບັນ​ທຶກໄວ້. ຈຳ​ນວນ​ບັນ​
ດາ​ຜູ້​ເຄາະ​ຮ້າຍ​ໃນ​ປີ 2018 ໄດ້​ເພີ້ມ​ຂຶ້ນ​ເຖິງ 1,157 ຄົນ ​ຊຶ່ງ ເປັນໂຕ​ເລກທີ່ສູງ​ສຸດ​
ທີ່​ສຸດເປັນ​ປະ​ຫວັດ​ການ ໃນຮອບ​ສາມ​ປີ​ທີ່​ຜ່ານ​ມາ.

ທ່ານ​ນາງ​ແພັດຕັນ ຜູ້​ທີ່​ເປັນຜູ້​ຕາງ​ໜ້າ​ພິ​ເສດ​ ຂອງເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ ​ປະ​ຊາ​ຊາດ ທີ່​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ຄວາມ​ຮຸນ​ແຮງ​ທາງ​ເພດ​ກ່ຽວ​ກັບ​ຊູ​ດານ​ໃຕ້.
ທ່ານ​ນາງ​ແພັດຕັນ ຜູ້​ທີ່​ເປັນຜູ້​ຕາງ​ໜ້າ​ພິ​ເສດ​ ຂອງເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ ​ປະ​ຊາ​ຊາດ ທີ່​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ຄວາມ​ຮຸນ​ແຮງ​ທາງ​ເພດ​ກ່ຽວ​ກັບ​ຊູ​ດານ​ໃຕ້.

ທ່ານ​ນາງ​ແພັດຕັນ ຜູ້​ທີ່​ເປັນຜູ້​ຕາງ​ໜ້າ​ພິ​ເສດ​ ຂອງເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ
​ປະ​ຊາ​ຊາດ ທີ່​ຮັບ​ຜິດ​ຊອບ​ກ່ຽວ​ກັບ​ຄວາມ​ຮຸນ​ແຮງ​ທາງ​ເພດ​ ​ຢູ່​ໃນ​ບັນ​ຫາ ​ຂັດ​ແຍ້ງ ກ່າວ​ວ່າ ຄວາມ​ຮຸນ​ແຮງທາງ​ເພດ​ແມ່ນ “ມີ​ຢ່າງ​ແຜ່ກວ້າງ” ຢູ່​ໃນ​ຊູ​ດານ​ໃຕ້ ແລະຖືກ​ນຳ​ໃຊ້ເປັນ​ຍຸດ​ທະ​ສາດ “​ເພື່ອ​ສ້າງ​ຄວາມ​ເຊື່ອມ​ເສຍ ອັບ​ອາຍ ຂາຍ​ໜ້າແລະ​ໝິ່ນ​ປະ​ໝາດ” ທັງບັນ​ດາຜູ້​ເຄາະ​ຮ້າຍ ແລະ​ສັງ​ຄົມ ຊຶ່ງ​ມັກ​ຈະ​ເກີດ​ຂຶ້ນ​ຢູ່​ຕາມ​ເສັ້ນ​ສາຍ​ຂອງ​ຊົນ​ເຜົ່າ ແລະ​ການ​ເມືອງ.

ບັນ​ດາຜູ້​ກໍ່​ການໄດ້​ພິ​ສູດ​ໃຫ້​ເຫັນ​ວ່າມາ​ຈາກກອງ
​ທັບ​ແຫ່ງ​ຊາດແລະ​ພວກ​ນັກ​ລົບ​ຕໍ່ຕ້ານ​ລັດ​ຖະ
​ບານຄວາມ​ຮຸນ​ແຮງ​ທາງ​ເພດ​ບໍ່ແມ່ນ​ເລຶ່ອງ​ທີ່​
ເກີດ​ຂຶ້ນໃໝ່ຢູ່​ໃນປະ​ເທດ​ທີ່​ຍັງ​ໜຸ່ມ​ນ້ອຍ ແຕ່​
ວ່າ​ໂລກ​ໄດ້​ເປັນ​ທີ່​ຕື່ນ​ຕົກ​ໃຈ​ເວ​ລາ​ອົງ​ການ
​ແພດ​ບໍ່​ມີ​ພົມ​ແດນກ່າວໃນ​ເດືອນ​ແລ້ວ​ນີ້​ວ່າ
​ເຂົາ​ເຈົ້​າ​ໄດ້​ປິ່ນ​ປົວພວກ​ແມ່​ຍິງ125 ຄົນ
ແລະ​ພ​ວກ​ເດັກ​ນ້ອຍ​ແມ່​ຍິງ ຢູ່ໃນ​ອາທິດດຽວ ທີ່​ໄດ້​ຮັບ​ບາດ​ເຈັບ​ທີ່​ຮ້າຍ​ແຮງ ອັນ​ເປັນ​
ຜົນ​ມາ​ຈາກການ​ຂົ່ມ​ຂືນ.ເຂົາ​ເຈົ້າໄດ້​ຖືກໂຈມ​ຕີ​ໃນ​ຂະ​ນະ​ທີ່ຢູ່​ຕາມ​ເສັ້ນ​ທາງ​ໄປ​ຫາ​ບ່ອນແຈກຢາຍ​ອາ​ຫານ​ໃນ​ເມືອງ​ເບັນ​ຕີ​ອູໃນ​ລັດ​ຢູ​ນີ​ຕີ.

ພວກ​ແມ່​ຍິງ​ກຳ​ລັງ​ໂອ້​ລ​ົມ​ກັບ​ພວກ​ເຈົ້າທີ່ ອົງ​ການ​ສະ​ຫະ​ປະ​ຊາ​ຊ​າດ ​ທີ່​ຊູ​ດານ​ໃຈ້ ວັນ​ທີ 7 ທັນ​ວາ 2018.
ພວກ​ແມ່​ຍິງ​ກຳ​ລັງ​ໂອ້​ລ​ົມ​ກັບ​ພວກ​ເຈົ້າທີ່ ອົງ​ການ​ສະ​ຫະ​ປະ​ຊາ​ຊ​າດ ​ທີ່​ຊູ​ດານ​ໃຈ້ ວັນ​ທີ 7 ທັນ​ວາ 2018.

ອົງ​ການ​ດັ່ງ​ກ່າວ ກ່າວ​ວ່າ​ ຈຳ​ນວນ​ນຶ່ງ​ຂອງ​ຜູ້​ເຄາະ​ຮ້າຍ​ ມີ​ອາ​ຍຸ​ຕ່ຳ​ກວ່າ 10 ປີ ແລະ​
ອີກ​ຈຳ​ນວນ​ນຶ່ງ​ອາ​ຍຸ​ແກ່​ກ​ວ່າ 65 ປີ. ພວກ​ແມ່​ຍິງ​ຖື​ພາ​ກໍ​ຮວມຢູ່​ໃນບັນ​ດາ​ຜູ້​ເຄາ​ະ​ຮ້າຍ
​ທີ່ຖືກ​ທຸບ​ຕີ ແລະ​ຂົ່ມ​ຂືນ.

ທ່ານ​ນາງ​ແພັດ​ຕັນ​ຈາກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່າວ​ວ່າ ການ​ໂຈ​ຕີ​ໃນ​ເດືອນ​ພະ​ຈິກ
ເປັນ​ສ່ວນ​ນຶ່ງ​ຂອງ​ແນວ​ໂນ້ມ ແລະ​ສອດ​ຄ່ອງ​ກັບ​ອັນ​ທີ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​
ພົບ​ເຫັນ ​ຢູ່​ໃນ​ລາຍ​ງານທີ່​ພິມ​ເຜິຍ​ແຜ່​ໃນ​ເດື​ອນກໍ​ລະ​ກົດ ​ທີ່​ຜ່ານ​ມາ.

ອ່ານ​ຂ່າວ​ນີ​້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG