ເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານແອນໂຕນີໂອ ກູເຕເຣັສໄດ້ຮຽກຮ້ອງອີກເທື່ອນຶ່ງ ໃຫ້ກຸ່ມຕາລີບານໃນອັຟການິສຖານຍົກເລີກຂໍ້ຫ້າມຈຳກັດສິດທິຂອງພວກແມ່ຍິງ ບໍ່ໃຫ້ເຮັດວຽກແລະຮັບການສຶກສາ ໃນຂະນະທີ່ທ່ານກະກຽມເປີດກອງປະຊຸມບັນດາທູດຂອງຫຼາຍໆປະເທດໃນວັນຈັນມື້ນີ້ເພື່ອປຶກສາຫາລືກ່ຽວກັບສະຖານະການຢູ່ໃນອັຟກາກນິສຖານ.
ການປະຊຸມແບບປີດລັບເປັນເວລາ 2 ມື້ທີ່ນະຄອນໂດຮາ ເມືອງຫຼວງຂອງປະເທດກາຕ້າ ຈະປຶກສາຫາລື ໃນການເອົາ “ທ່າທີຮ່ວມທົ່ວໄປ” ກ່ຽວກັບວ່າຈະພົວພັນແບບໃດ ກັບກຸ່ມຕາລີບານ ຫຼັງຈາກການອອກຄຳສັ່ງເທື່ອຫຼ້າສຸດຂອງພວກເຂົາ ທີ່ຫ້າມບໍ່ໃຫ້ແມ່ຍິງອັຟການິສຖານ ເຮັດວຽກກັບສະຫະປະຊາຊາດແລະອົງການໃຫ້ຄວາມຊ່ວຍເຫຼືອອື່ນໆ.
ທ່ານກູເຕເຣັສໄດ້ຂຽນລົງໃນທວີດເຕີ້ເມື່ອຕອນແລງວັນເສົາຜ່ານມານີ້ວ່າ “ໃຫ້ຕ່າວປີ້ນທຸກມາດຕະການທີ່ຈຳກັດຮັດແຄບສິດທິຂອງພວກແມ່ຍິງບໍ່ໃຫ້ເຮັດວຽກແມ່ນກະແຈເພື່ອຈະບັນລຸໃຫ້ປະຊາຊົນຫຼາຍລ້ານຄົນໃນອັຟການິສຖານທີ່ຈຳເປັນຕ້ອງໄດ້ຮັບການຊ່ວຍເຫຼືອທາງດ້ານມະນຸດສະທຳ.”
ທ່ານກ່າວວ່າ “ຊາວອັຟການິສຖານ ຈຳເປັນຕ້ອງໄດ້ຮັບການຊ່ວຍເຫຼືອສຸກເສີນ. ແມ່ຍິງແມ່ນມີຄວາມຈຳເປັນທີ່ໃຫ້ການຄ້ຳປະກັນຕໍ່ການຈັດສົ່ງນີ້.” ທ່ານກ່າວຢ້ຳວ່າພະນັກງານດ້ານມະນຸດສະທຳແມ່ຍິງແມ່ນນຳເອົາການບໍລິການສຳລັບຊ່ວຍຊີວິດໄປໃຫ້ພວກແມ່ຍິງແລະເດັກຍິງອັຟການິສຖານ.