ຄາດກັນວ່າ ສະມັດຊາໃຫຍ່ສະຫະປະຊາຊາດ ຈະຮັບຜ່ານ
ມະຕິສະບັບນຶ່ງໃນວັນພຸດມື້ນີ້ ປະນາມການກໍ່ຄວາມຮຸນແຮງ
ສືບຕໍ່ມາຢູ່ໃນຊີເຣຍ ແລະຮຽກຮ້ອງໃຫ້ລັດຖະບານຊີເຣຍ
ອະນຸຍາດໃຫ້ຄະນະສືບສວນຂອງສະຫະປະຊາຊາດ ເຂົ້າໄປ
ເກັບກໍາເອົາຂໍ້ມູນ.
ມະຕິດັ່ງກ່າວທີ່ບໍ່ມີຂໍ້ຜູກມັດໃດໆແລະຮ່າງຂຶ້ນໂດຍປະເທດ
Qatarນັ້ນ ສະແດງຄວາມຍິນດີນໍາກຸ່ມປະສົມຂອງຝ່າຍຄ້ານ
ທີ່ສໍາຄັນ ໃນຖານະເປັນຜູ້ປະກອບສ່ວນທີ່ “ໄດ້ຜົນ” ໃນການ
ສົນທະນາຫາລື ທີ່ຈໍາເປັນສໍາລັບການຫັນປ່ຽນທາງການເມືອງ
ໃນຊີເຣຍນັ້ນ.
ມະຕິດັ່ງກ່າວຍັງໃຫ້ຂໍ້ສັງເກດເຖິງການຍອມຮັບກຸ່ມດັ່ງກ່າວຢ່າງກ້ວາງຂວາງໂດຍນາໆຊາດ
ວ່າເປັນຕົວແທນທີ່ຖືກ ຕ້ອງຊອບທໍາ ຂອງຊາວຊີເຣຍ.
ມະຕິດັ່ງກ່າວຍັງຮຽກຮ້ອງໃຫ້ຊີເຣຍອະນຸຍາດ ໃຫ້ທີມງານຂອງສະຫະປະຊາຊາດເຂົ້າໄປ
ສືບສວນໄດ້ຢ່າງເສລີ ກ່ຽວກັບການນໍາໃຊ້ອາວຸດເຄມີຕາມທີ່ມີການກ່າວຫານັ້ນ. ທີມງານ
ດັ່ງກ່າວຊຶ່ງໄດ້ຮັບການອະນຸມັດ ຈາກເລຂາທິການໃຫຍ່ອົງການສະຫະປະຊາຊາດ ທ່ານ
Ban Ki-moon ແມ່ນພ້ອມແລ້ວທີ່ຈະໄປປະຕິບັດງານ ແຕ່ທາງຊີເຣຍກໍຍັງບໍ່ອະນຸຍາດ
ໃຫ້ເຂົ້າໄປເທື່ອ.
ຣັດເຊຍຄ້ານຕໍ່ຮ່າງມະຕິດັ່ງກ່າວ ແລະບັນດານັກການທູດກ່າວວ່າ ເອກກະສານສະບັບນີ້ ຄາດວ່າຈະໄດ້ຮັບການສະໜັບສະໜູນນ້ອຍກ່ວາ ມະຕິສະບັບທີ່ທາງສະມັດຊາໃຫຍ່ໄດ້
ຮັບຜ່ານເອົາ ໃນເດືອນສິງຫາແລ້ວນີ້.
ການລົງຄະແນນສຽງຄັ້ງນີ້ ແມ່ນມີຂຶ້ນ ໃນຂະນະທີ່ມີການສືບຕໍ່ດໍາເນີນຄວາມພະຍາຍາມ
ເພື່ອຈັດກອງປະຊຸມສັນຕິພາບຊີເຣຍຂຶ້ນ.
ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານ John Kerry ໄດ້ກ່າວໃນວັນອັງຄານວານ
ນີ້ວ່າ ທ່ານຄາດໝາຍວ່າ ລັດຖະບານຂອງຊີເຣຍ ແລະກຸ່ມຝ່າຍຄ້ານຫຼັກນັ້ນ ຈະເຂົ້າຮ່ວມ
ກອງປະຊຸມດັ່ງກ່າວໃນຕົ້ນເດືອນມິຖຸນາ ຄືເດືອນໜ້ານີ້.
ວີດິໂອ: ທ່ານແຄຣີຖະແຫລງ ກ່ຽວກັບກອງປະຊຸມຊີເຣຍ ຂະນະຢ້ຽມຢາມ ສະຕອ໊ກໂຮມ ໃນວັນອັງຄານວານນີ້: