ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ສປຊ ຊອກຫາທຶນ ເກືອບ 1 ພັນລ້ານ ໂດລາ ເພື່ອຊ່ອຍເຫຼືອ ພວກຂາດບ່ອນຢູ່ ໃນໄນ​ຈີເຣຍ


ພວກຜູ້ຄົນກຳລັງຢືນເບິ່ງຄວາມເສຍຫາຍ ຢູ່ໃນສູນຂອງຜູ້ຄົນ
ທີ່ຂາດບ່ອນຢູ່ອາໄສ ພາຍຫຼັງການໂຈມຕີ ທີ່ສົງໄສວ່າ ເປັນ
ນໍ້າມືຂອງພວກໂບໂກຮາຣາມ ໃນ ດາລອງ ໄນຈິເຣຍ
ທີ 1 ພະຈິກ 2018.
ພວກຜູ້ຄົນກຳລັງຢືນເບິ່ງຄວາມເສຍຫາຍ ຢູ່ໃນສູນຂອງຜູ້ຄົນ ທີ່ຂາດບ່ອນຢູ່ອາໄສ ພາຍຫຼັງການໂຈມຕີ ທີ່ສົງໄສວ່າ ເປັນ ນໍ້າມືຂອງພວກໂບໂກຮາຣາມ ໃນ ດາລອງ ໄນຈິເຣຍ ທີ 1 ພະຈິກ 2018.

ອົງການສະຫະປະຊາຊາດພວມເລີ້ມແຜນການຍຸດທະສາດຕອບສະ ໜອງ ດ້ານມະ​
ນຸດ​ສະ​ທຳໄລຍະສາມປີ ຮ່ວມກັບແຜນການຊ່ອຍເຫຼືອອົບພະຍົບ ໃນທ້ອງຖິ່ນທີ່ປະ
ເທດໄນຈີເຣຍ. ເງິນຈຳນວນ 983 ລ້ານໂດລາຈະນຳໄປຊ່ອຍ ເຫຼືອ ພວກທີ່ໄດ້ຮັບ
ເຄາະຫຼາຍໆລ້ານຄົນ ຈາກການໂຈມຕີຂອງພວກໂບໂກຮາ ຣາມ ຢູ່ທາງພາກຕາເວັນ
ອອກສຽງເໜືອ ຂອງໄນຈິເຣຍ ແລະພວກອົບພະຍົບ ຫຼາຍຮ້ອຍພັນຄົນທີ່ໄດ້ຫຼົບໜີ
ໄປຈາກປະເທດຕ່າງໆທີ່ຢູ່ໃກ້ຄຽງ. Lisa Schein ລາຍງານມາໃຫ້ວີໂອເອ ຈາກນະ
ຄອນເຈນິວາ ໃນເວລາທີ່ກຳລັງຍື່ນຄຳຂໍຮ້ອງ ເອົາທຶນດັ່ງກ່າວຢູ່ ດັ່ງສາລີ ຈະນຳລາຍ
ລະອຽດມາສະເໜີທ່ານ.

ເງິນທຶນຈຳນວນນຶ່ງທີ່ຮ້ອງຂໍໄປ 848 ລ້ານໂດລາ ຈະໄປຊ່ອຍຄົນ 6 ລ້ານ 2 ແສນຄົນ ທີ່ພວມໄດ້ຮັບເຄາະ ຢູ່ໃນລັດ ບອກໂນ ອາດາມາວາ ແລະໂຢເບ ທາງພາກຕາເວັນ
ອອກສຽງເໜືອຂອງໄນຈິເຣຍ. ພວກເຂົາເຈົ້າ ໄດ້ຮັບເຄາະໜັກທີ່ສຸດ ຍ້ອນວິກິດການ
ດົນນານເປັນທົດສະວັດ ລະຫວ່າງກຸ່ມໂບໂກຮາຣາມກັບກຳລັງຂອງລັດຖະບານ ໄນຈິ
ເຣຍ.

ພວກໂບໂກຮາຣາມ ທີ່ຢາກຈັດຕັ້ງ ລັດອິສລາມຂຶ້ນມາ ໂດຍອີງໃສ່ກົດໝາຍ Shariah ມີລາຍງານວ່າ ໄດ້ສັງຫານຜູ້ຄົນໄປຫຼາຍກວ່າ 20,000 ຄົນແລ້ວ ທັງໄດ້ບັງຄັບໃຫ້ຜູ້ຄົນ ຫຼົບໜີຈາກບ້ານເຮືອນໄປ ຫຼາຍກວ່າ ສອງລ້ານຄົນ ນັບຕັ້ງແຕ່ໄດ້ເລີ້ມການກໍ່ການຮ້າຍ
ຂຶ້ນ ໃນປີ 2009 ເປັນຕົ້ນມາ. ທ່ານ Jens Laerke ໂຄສົກ ຂອງອົງການສະຫະປະຊາ
ຊາດ ດ້ານການປະສານງານ ເລື້ອງກິດຈະການມະນຸດສະທຳ ກ່າວວ່າ ຄວາມຮຸນແຮງ
ທີ່ຫາກໍມີຂຶ້ນໃໝ່ໆ ໄດ້ເຮັດໃຫ້ພົນລະເຮືອນພັດພາກຈາກບ້ານເຮືອນໄປຫຼາຍກວ່າ
80,000 ຄົນ ທີ່ໄດ້ໄປຂໍຊົ້ນ ຢູ່ໃນສູນຄັບຄັ່ງ ຢູ່ໃນເມືອງຕ່າງໆ ໃນລັດບອກໂນ. ທ່ານ
Laerke ກ່າວວ່າ

“ພວກທັງໝົດ 1 ລ້ານ 8 ແສນຄົນ ແມ່ນພວກພັດຖິ່ນພາຍໃນ ຢູ່ທາງພາກຕາເວັນອອກ
ສຽງເໜືອຍ້ອນວິກິດການດັ່ງກ່າວ ທີ່ຖືກຄະໜານນາມວ່າ ການ ປະຕິບັດຜິດຕໍ່ພົນລະ
ເຮືອນ ລວມມີການຂ້າຟັນລັນແທງ ການກະທຳຊຳເລົາ ການລັກພາໂຕໄປ ການເກນ
ເອົາເດັກນ້ອຍໄປເປັນທະຫານ ການຈູດເຜົາປຸ້ນຈີ້ ບ້ານເຮືອນ ແລະທັງໝູ່ບ້ານ.

ການຊ່ອຍເຫຼືອດ້ານອາຫານການກິນ ຈະຕົກເປັນເງິນເກືອບນຶ່ງສ່ວນສາມທຶນ ທີ່ຂໍໄປ. ນອກຈາກນັ້ນແລ້ວ ກໍຈະມີການໃຊ້ຈ່າຍເງິນ ເພື່ອຊ່ອຍເຫຼືອພິເສດ ແກ່ພວກເດັກນ້ອຍ
ປະມານ 370,000 ພັນຄົນ ທີ່ເປັນໂຣກຂາດອາຫານຢ່າງ ຮ້າຍແຮງແລະເຈັບປ່ວຍໜັກ ສຸຂະພາບຊຸດໂຊມຫຼາຍ ທັງຂາດນໍ້າດື່ມນໍ້າໃຊ້ ແລະຊ່ອຍເຫຼືອສຳລັບໂຄງການອະນາ
ໄມແລະຄວາມສະອາດລວມທັງສິ່ງອື່ນໆ ນຳ.

ອົງການອົບພະຍົບຂອງ ສະຫະປະຊາຊາດ ແລະໂຄງການພັດທະນາຂອງສະ ຫະປະຊາ
ຊາດ ພວມລົງມືແຜນການຕອບສະໜອງຊາວອົບພະຍົບໄນຈິເຣຍຢູ່. ອົງການຕ່າງໆດັ່ງ
ກ່າວ ກຳລັງຮ້ອງຂໍເອົາເງິນ 135 ລ້ານໂດລາ ໄປຊ່ອຍພວກ ອົບພະຍົບໄນຈິເຣຍ ຫຼາຍ
ກວ່າ 125 ພັນຄົນ ຜູ້ທີ່ຂາດທີ່ຢູ່ອາໄສ ຍ້ອນນໍ້າມື ອັນຮ້າຍກາດ ຂອງພວກໂບໂກຮາ
ຣາມ ໃນເຂດທະເລສາບ Chad.

ຄຳຂໍຮ້ອງດັ່ງກ່າວຈະໄປຊ່ອຍພວກອົບພະຍົບໄນຈິເຣຍໃນກາເມຣູນ Chad ແລະໄນເຈີ. ນອກເໜືອໄປຈາກການໄປຊ່ອຍພວກ ທີ່ຖືກບັງຄັບ ໃຫ້ໄດ້ຮັບ ອິດສະລະພາບແລ້ວ ເງິນ
ດັ່ງກ່າວກໍຍັງຈະໄປຊ່ອຍປະຊາຄົມຕ່າງໆ ທີ່ເປັນ ເຈົ້າພາບໃຫ້ແກ່ພວກອົບພະຍົບນຳ
ເພາະເຂົາເຈົ້າເອງ ກໍມີຊີວິດການເປັນຢູ່ ດ້ວຍຄວາມທຸກຈົນຢູ່ແລ້ວ ຈຶ່ງມີຄວາມຕ້ອງການ
ການຊ່ອຍເຫຼືອຢ່າງສຸດຂີດນຳ.

ເຊີນອ່ານເລື້ອງນີ້ຕ່ື່ມເປັນພາສາອັງກິດ

XS
SM
MD
LG