ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ຊອກຫາ ທຶນ 50.5 ລ້ານໂດລາ ເພື່ອຊ່ອຍເຫຼືອ ອິນໂດເນເຊຍ ທີ່ເກີດໄພພິບັດ


ພາບເບື້ອງເທິງອາກາດ ສະແດງໃຫ້ເຫັນວ່າ ຂັ້ນຕອນການຂຸດຄົ້ນ ໃກ້ກັບບ່ອນທີ່ໂບດ ໄດ້ພັງລົງ ຫຼັງຈາກ ເກີດແຜ່ນດິນໄຫວ ໃນເຂດ ສີກີ ຢູ່ທາງພາກໃຕ້ຂອງ ເມືອງປາລູ ໃນເກາະສຸລາເວສີ ທາງ​ພາກ​ກາງຂອງອິນໂດເນເຊຍ, ວັນທີ 4 ຕຸລາ 2018 ພາບຖ່າຍ ໂດຍ ອານຕາຣາ ໂຟໂຕ (Antara Foto).
ພາບເບື້ອງເທິງອາກາດ ສະແດງໃຫ້ເຫັນວ່າ ຂັ້ນຕອນການຂຸດຄົ້ນ ໃກ້ກັບບ່ອນທີ່ໂບດ ໄດ້ພັງລົງ ຫຼັງຈາກ ເກີດແຜ່ນດິນໄຫວ ໃນເຂດ ສີກີ ຢູ່ທາງພາກໃຕ້ຂອງ ເມືອງປາລູ ໃນເກາະສຸລາເວສີ ທາງ​ພາກ​ກາງຂອງອິນໂດເນເຊຍ, ວັນທີ 4 ຕຸລາ 2018 ພາບຖ່າຍ ໂດຍ ອານຕາຣາ ໂຟໂຕ (Antara Foto).

ອົງການສະຫະປະຊາຊາດ ກ່າວວ່າ ຕົນກຳລັງສະແຫວງຫາທຶນ 50 ລ້ານ 5 ແສນ
ໂດລາ ຈາກປະຊາຄົມນານາຊາດ ເພື່ອສະໜອງການບັນເທົາທຸກ ໃຫ້ແກ່ ຊາວອິນໂດ-
ເນເຊຍ 191,000 ຄົນ ທີ່ໄດ້ຮັບຜົນກະທົບ ຍ້ອນແຜ່ນດິນໄຫວ ແລະຟອງຍັກສຸນາມິ
ຢູ່ໃນພາກກາງຂອງເກາະສຸລາເວສີ ເມື່ອສັບປະດາແລ້ວນີ້.

ອົງການດັ່ງກ່າວໄດ້ປະກາດແຜນການຂອງຕົນ ໃນວັນສຸກວານນີ້ ໂດຍກ່າວວ່າ ຕົນໄດ້
ຕັ້ງໂຄງການປຶກສາຂຶ້ນມາ ຮ່ວມກັບຄູ່ຮ່ວມງານ ຢູ່ໃນລັດຖະບານຂອງ ອິນໂດເນເຊຍ.
ໂຄງການດັ່ງກາວແມ່ນເວົ້າ​ເຖິງການສະໜັບສະໜູນທີ່ຕ້ອງການ ຈາກປະຊາຄົມນານາ
ຊາດ ສຳລັບໄລຍະ 3 ເດືອນຂ້າງໜ້າ.

ຈຳນວນຂອງຜູ້ເສຍຊີວິດ ຈາກເຫດການແຜ່ນດິນໄຫວ ແລະ ຟອງຍັກຊູນາມິ ເມື່ອວັນ
ທີ 28 ກັນຍາ ຢູ່​ທີ່ເກາະສຸລາເວສີທາງ​ພາກ​ກາງ​ຂອງ​ປະ​ເທດ ໄດ້ກາຍ ຈຳນວນ 1,600
ເປັນ 1,649 ຄົນ ແລະປະມານ 2,500 ຄົນ ມີລາຍງານວ່າ ໄດ້ຮັບບາດເຈັບສາຫັດ.
ອົງການສະຫະປະຊາຊາດ ໄດ້ກ່າວໃນຖະແຫລງການ ວ່າ 113 ຄົນຍັງຄົງຫາຍສາບສູນ.
ປະມານ 70,000 ຄົນໄດ້ຖືກຍົກຍ້າຍອອກ ຈາກພື້ນທີ່.

ທ່ານນາງ ອານິຕາ ນີໂຣດີ ຜູ້ປະສານງານຂອງອົງການສະຫະປະຊາຊາດປະ ຈຳອິນໂດ-
ເນເຊຍ ໄດ້ກ່າວວ່າ ຜົນກະທົບຈາກໄພພິບັດ ຢ່າງຄົບຖ້ວນ ແລະ ຄວາມຕ້ອງການ ໃນ
ການຟື້ນຟູ ແມ່ນເປັນທີ່ຈະແຈ້ງແລ້ວນະບັດນີ້ ຫຼັງຈາກນຶ່ງ ສັບປະດາໄດ້ຜ່ານໄປ. ທ່ານ
ນາງໄດ້ກ່າວຕື່ມວ່າ ແຜນການດັ່ງກ່າວ ບໍ່ພຽງແຕ່ ປະກອບດ້ວຍ ການບັນເທົາທຸກ ໃນ
ທັນທີ ເທົ່ານັ້ນ ແຕ່ຍັງມີການສະໜັບສະໜູນ ທາງດ້ານການວາງແຜນ ຈັດແຈງສິ່ງຂອງ
ທີ່ຕ້ອງການ ເພື່ອນຳສົ່ງການຊ່ອຍເຫຼືອ ໄປໃຫ້ພວກຄົນຜູ້ທີ່ຕ້ອງການ.

ນອກນັ້ນ​ແລ້ວ ໃນວັນສຸກວານນີ້ ຮອງປະທານາທິບໍດີຂອງອິນໂດເນເຊຍ ທ່ານ ຈູສັຟ
ຄາລລາ ໄດ້ເດີນທາງໄປຢ້ຽມຢາມເມືອງປາລູ ຊຶ່ງໄດ້ຖືກກະທົບຢ່າງໜັກ ໂດຍຟອງຍັກ
ຊູນາມິ.

ຄາດກັນວ່າ ທ່ານ ຄາລລາ ຈະເດີນທາງໄປຢ້ຽມຢາມພວກຜູ້ເຄາະຮ້າຍ ທີ່ໄດ້ຮັບການ
ປິ່ນປົວ ຢູ່ທີ່ໂຮງໝໍໃນທ້ອງຖິ່ນ ແລ້ວເຂົ້າຮ່ວມໃນພິທີສູດ​ມົນພາວະນາ ແລະ ສັງເກດ
ການ​ເບິ່ງ​ການແຈກຍາຍເຄື່ອງບັນເທົາທຸກໄພພິບັດ ຢູ່ທີ່ທ່າເຮືອ ໃນທ້ອງຖິ່ນນຳດ້ວຍ.

ທ່ານໄດ້ກ່າວສັ້ນໆ ຢູ່ທີ່ກອງປະຊຸມຖະແຫລງຂ່າວ ເຊິ່ງທ່ານໄດ້ໃຫ້ກຳລັງໃຈ ຕໍ່​ປະ​ຊາ
​ຊົນທຸກຄົນ ​ທີ່ໃຫ້ຮ່ວມມືກັບລັດຖະບານ ແລະ ບັນດາເຈົ້າໜ້າທີ່ທ້ອງຖິ່ນ ເພື່ອບູລະນະ
ສ້າງສາເມືອງດັ່ງ​ກ່າວຄືນໃໝ່.

ໃນຕອນເຊົ້າວັນສຸກວານນີ້ ​ທີ່ເມືອງປາລູ ພວກຜູ້ລອດຊີວິດ ໄດ້ພາກັນ ເຕົ້າໂຮມກັນ
ເພື່ອຈັດພິທີສູດ​ມົນ​ພາ​ວະ​ນາຕາມປະເພນີ ທຸກໆສັບປະດາ.

ອ່ານຂ່າວນີ້ຕືມ ເປັນພາສາອັງກິດ

XS
SM
MD
LG