ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ເຕືອນວ່າ ກຸ່ມລັດ​​ອິສລາມ ​ຕ້ອງ​​ຮັບຜິດຊອບ ຕໍ່ການ​ກໍ່ ອາ​ຊະ​ຍາ​ກຳ ​ຕ້ານ​ມວນ​ມະນຸດ (ວີດີໂອ)


ພວກກໍ່ການຮ້າຍລັດອິສລາມ ທີ່ໄດ້ຮັບແຮງບັນດານໃຈ ຈາກກຸ່ມ al-Qaidaແລະເຄີຍຮູ້ຈັກໃນຊື່ Islamic State in Iraq and the Levant ຫຼື (ISIL) ກຳລັງຊັກທຸງຂອງພວກເຂົາຂຶ້ນ ຢູ່ຄ້າຍທະຫານ ໃນແຂວງ Ninevah ປະເທດອີຣັກ.
ພວກກໍ່ການຮ້າຍລັດອິສລາມ ທີ່ໄດ້ຮັບແຮງບັນດານໃຈ ຈາກກຸ່ມ al-Qaidaແລະເຄີຍຮູ້ຈັກໃນຊື່ Islamic State in Iraq and the Levant ຫຼື (ISIL) ກຳລັງຊັກທຸງຂອງພວກເຂົາຂຶ້ນ ຢູ່ຄ້າຍທະຫານ ໃນແຂວງ Ninevah ປະເທດອີຣັກ.

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ເຕືອນ ກຸ່ມ​ຫົວ
​ຮຸນ​ແຮງ​ລັດ​ອິສລາມ ວ່າ​ພວກ​ເຂົາອາດ​ຕ້ອງໄດ້ຮັບຜິດຊອບ
​ ຕໍ່ການ​ກໍ່ອາ​ຊະ​ຍາ​ກຳ​ຕ້ານ​ມວນ​ມະນຸດ ຍ້ອນການ​ປະ​ຫັດ
​ປະຫານ​ຊົນ​ເຜົ່ານ້ອຍ​ຢູ່ໃນ​ອີຣັກນັ້ນ.

ກຸ່ມ​ມຸສລິ​ມນິກາຍ​ຊຸນ​ນີດັ່ງກ່າວ ​ໄດ້​ຢຶດ​ເອົາ​ເນື້ອ​ທີ່​ອັນ​ກວ້າງ
ຂວາງ​ຢູ່ໃນ ພາກ​ເໜືອ ​ແລະພາກ​ຕາ​ເວັນ​ຕົກ​ຂອງ​ອີຣັກ ​ໃນ
​ເດືອນ​ມິຖຸນາ​ປີ​ນີ້ ​ແລະ​ໄດ້​ປະກາດຕົນເອງເປັນ “ຫົວໜ້າ​
ສາສະໜາ​ອິສລາມ”
​ແລະ​ໄດ້ເຂັ່ນຂ້າ ຫຼືບໍ່​ກໍກົດ​ດັນໃຫ້ພວກ
​ຊົນ​ເຜົ່ານ້ອຍ ອອກ​ໄປ​ຈາກ​ຂົງ​ເຂດ​ ທີ່​ພວກ​ເຂົາ​ຄວບ​ຄຸມນັ້ນ.

ຢູ່​ໃນ​ຄຳ​ຖະ​ແຫລ​ງສະບັບ​ນຶ່ງ ທີ່​ອອກໃນຄືນ​ວັນ​ອັງຄານ​ວານ​ນີ້​ ສະພາ​ຄວາມ​ໝັ້ນຄົງ
ກ່າວ​ວ່າ ກຸ່ມ​ລັດ​ອິສລາມ ບໍ່​ພຽງ​ແຕ່ເປັນ​ໄພຂົ່ມຂູ່ຕໍ່ອີຣັກເທົ່າ​ນັ້ນ ​ແຕ່​ເປັນ​ໄພ​ຂົ່ມຂູ່​ຕໍ່
ຊີ​ເຣຍນຳ ​ບ່ອນທີ່​ພວກເຂົາ​ໄດ້​ເຂົ້າ​ໄປ​ສູ້​ລົບ​ ແລະ​ຂົ່ມຂູ່ຕໍ່ “ສັນຕິ​ພາບ​ ຄວາມ​ໝັ້ນຄົງ
​ແລະ ສະຖຽນລະ​ພາບໃນ​ຂົງ​ເຂດ​.”

ຄຳຖະ​ແຫລ​ງດັ່ງ​ກ່າວຍັງເວົ້າອີກ​ວ່າ “ການ​ໂຈມ​ຕີຢ່າງ​ເປັນ​ລະ​ບົບ ຫຼື ​ຢ່າງ​ແຜ່​ຫລາຍ
​ຕໍ່ປະຊາຊົນພົນລະ​ເຮືອນຢູ່​ບ່ອນ​ໃດ​ກໍ​ຕາມ ຍ້ອນ​ພື້ນ ຖານ​ດ້ານ​ຊົນ​ຊາດ​ຊົນ​ເຜົ່າ
ສາສະໜາ ຫຼືຄວາມ​ເຊື່ອ​ຖື ຂອງ​ເຂົາ​ເຈົ້າ ​ ອາດ​ຖື​ໄດ້ວ່າ ເປັນອາຊະ​ຍາ​ກຳ​ຕໍ່ຕ້ານ​
ມວນ​ມະນຸດ ຊຶ່ງພວກ​ທີ່ໄດ້​ກະ​ທຳ​ຄວາມ​ຜິດ​ດັ່ງກ່າວນັ້ນ ​ຕ້ອງຖືກ​ນຳ​ມາ ຮັບຜິດຊອບ.”

ວີດີໂອ: ອີຣັກຮ້ອງຂໍຄວາມຊ່ວຍເຫລືອຈາກນາໆຊາດ ຫລັງຈາກກຸ່ມ ISIL ລັກເອົາ ວັດຖຸກຳມັນຕະພາບລັງສີ ໄປຈາກມະຫາວິດທະນາໄລແຫ່ງນຶ່ງ:

CN-Islamist Militants Seize Radioactive Material In Iraq
please wait

No media source currently available

0:00 0:02:49 0:00

XS
SM
MD
LG