ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະພາຄວາມໝັ້ນຄົງ ສ​ປ​ຊ ລົງຄະແນນສຽງໃຫ້ເປີດປະຊຸມ ສະມັດຊາໃຫຍ່ ​ນັດ​ພິ​ເສດກ່ຽວກັບ ຢູເຄຣນ


ທ່ານເຊີກີ ຄິສລິດທ໌ເຊຍ (Sergiy Kyslytsya), ເອກອັກຄະລັດຖະທູດຂອງ ຢູເຄຣນ ປະຈໍາອົງການສະຫະປະຊາຊາດ ກ່າວຄໍາປາໄສຢູ່ທີ່ກອງປະຊຸມສະພາຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດ ກ່ຽວກັບ ຣັດເຊຍ ຮຸກຮານ ຢູເຄຣນ, ວັນທີ 25 ກຸມພາ 2022, ຢູ່ທີ່ສໍານັກງານໃຫຍ່ຂອງອົງການສະຫະປະຊາຊາດ.
ທ່ານເຊີກີ ຄິສລິດທ໌ເຊຍ (Sergiy Kyslytsya), ເອກອັກຄະລັດຖະທູດຂອງ ຢູເຄຣນ ປະຈໍາອົງການສະຫະປະຊາຊາດ ກ່າວຄໍາປາໄສຢູ່ທີ່ກອງປະຊຸມສະພາຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດ ກ່ຽວກັບ ຣັດເຊຍ ຮຸກຮານ ຢູເຄຣນ, ວັນທີ 25 ກຸມພາ 2022, ຢູ່ທີ່ສໍານັກງານໃຫຍ່ຂອງອົງການສະຫະປະຊາຊາດ.

ສະພາຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດ ໄດ້ລົງມະຕິໃນມື້ວັນອາທິດວານນີ້ ທີ່ຈະຈັດການປະຊຸມສຸກເສີນຂອງສະມາຊິກໂດຍລວມໃນສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດພາຍໃນອາທິດນີ້ ກ່ຽວກັບການບຸກລຸກ ຢູເຄຣນ ຂອງຣັດເຊຍ, ລຸນຫຼັງທີ່ມົສກູ ຂັດຂວາງຮ່າງ​ຍັດ​ຕິໃນສະພາ​ຄວາມ​ໝັ້ນ​ຄົງ ເຊິ່ງໄດ້ສະແດງຄວາມບໍ່ພໍໃຈ ຕໍ່ການຮຸກຮານດັ່ງກ່າວຂອງ ຣັດເຊຍ.

“ຣັດເຊຍ ໄດ້ໃຊ້​ສິດ​ຢັບ​ຢັ້ງ​ຕໍ່​ຍັດ​ຕິ​ດັ່ງ​ກ່າວ​ໃນມື້ວັນສຸກແລ້ວນີ້,” ທ່ານນາງລິນດາ ໂທມາສ ກຣີນຟີລ ໄດ້ເຕືອນ​ຕໍ່​ສະ​ມາ​ຊິກ​ຂອງສະພາ. “ແຕ່ວ່າ ດັ່ງທີ່ຂ້າພະເຈົ້າໄດ້ກ່າວໄປກ່ອນໜ້ານັ້ນ, ຣັດເຊຍບໍ່ສາມາດຍັບຢັ້ງຂັດຂວາງສຽງຂອງພວກເຮົາ, ຣັດເຊຍບໍ່ສາມາດຍັບຢັ້ງປະຊາຊົນຊາວ ຢູເຄຣນ ແລະ ຣັດເຊຍ ບໍ່ສາມາດຍັບຢັ້ງຂັດຂວາງຕໍ່ກົດບັດສະຫະປະຊາຊາດ. ຣັດເຊຍບໍ່ສາມາດ ແລະຈະບໍ່ຍັບຢັ້ງຄວາມຮັບຜິດຊອບນັ້ນໄດ້.”

ຣັດເຊຍຍັງໄດ້ລົງຄະແນນສຽງເພື່ອຕໍ່ຕ້ານການດໍາເນີນງານເຖິງສະມັດຊາໃຫຍ່, ແຕ່ວ່າ ເນື່ອງຈາກເປັນການລົງຄະແນນສຽງ ທີ່ເປັນໄປຕາມຂັ້ນຕອນ ຈຶ່ງບໍ່ມີການໃຊ້​ສິດ​ຢັບ​ຢັ້ງໃດໆເຂົ້າມາ. ການລົງຄະແນນສຽງແມ່ນບໍ່ປະສົບຜົນສໍາເລັດ ເຊັ່ນດຽວກັນກັບຮ່າງມະຕິ ທີ່ບໍ່ປະສົບຜົນສໍາເລັດໃນມື້ວັນສຸກແລ້ວນີ້, ດ້ວຍຈໍານວນ 11 ຕໍ່ 15 ສຽງຂອງສະມາຊິກສະພາຄວາມໝັ້ນຄົງທີ່ສະໜັບສະໜຸນພວກເຂົາ ແລະຈີນ, ອິນເດຍ ແລະສະຫະລັດອາຫຼັບເອມີເຣດ (UAE) ແມ່ນປະຕິເສດຕໍ່ການອອກສຽງ.

ທູດຂອງ ຣັດເຊຍ ທ່ານວາສຊີລລີ ເນເບັນເຊຍ (Vassily Nebenzia) ກ່າວຢູ່ໃນສະພາວ່າ “ໃນຄວາມພະຍາຍາມຕ່າງໆທີ່ຈະຫຼີກລ້ຽງ ຕໍ່ສະຖານະຂອງສະ ຫະພັນຣັດເຊຍ, ໃນຄວາມພະຍາຍາມຕ່າງໆ ທີ່ຈະບໍ່ສົນໃຈຕໍ່ເຫດການດັ່ງກ່າວ ແມ່ນເປັນການທໍາລາຍຕໍ່ພື້ນຖານທີ່ສໍາຄັນ ຂອງກົດບັດສະຫະປະຊາຊາດ.”

ການປະຊຸມໃນມື້ວັນຈັນນີ້ ແມ່ນຈະຈັດຂຶ້ນພາຍໃຕ້ມະຕິຂອງສະມັດຊາໃຫຍ່ສະ ຫະປະຊາຊາດ ໂດຍຮ້ອງວ່າ “ການສາ​ມັກ​ຄີກັນເພື່ອສັນຕິພາບ,” ໂດຍໄດ້ອະນຸ ຍາດໃຫ້ມີການປະຊຸມພິເສດສໍາລັບສະມາຊິກທັງໝົດ ເມື່ອສະພາຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດຫາກປະສົບກັບບັນຫາ ແລະບໍ່ສາມາດນໍາໃຊ້ກົດຂໍ້ບັງຄັບຂອງສະພາໃນການຮັກສາຫຼືຟື້ນຟູສັນຕິພາບ ແລະຄວາມໝັ້ນຄົງ ລະ ຫວ່າງປະເທດໄດ້. ໃນກໍລະນີນີ້, ຍ້ອນການຍັບຢັ້ງຂັດຂວາງຂອງຣັດເຊຍ.

ເຖິງແມ່ນວ່າ ສະພາຄວາມໝັ້ນຄົງໄດ້ມີການແບ່ງແຍກ​ກັນ​ໃນຫຼາຍໆບັນຫາ ແຕ່ມີການຮຽກຮ້ອງໃຫ້​ສາ​ມັກ​ຄີ​ກັນ​ເພື່ອສັນຕິພາບ ແມ່ນມີໜ້ອຍກວ່າ 10 ເທື່ອນັບຕັ້ງແຕ່ປີ 1950 ເປັນຕົ້ນມາ, ອີງຕາມລາຍງານຂອງສະພາຄວາມໝັ້ນຄົງທີ່ຕິດ ຕາມການປະຊຸມ ໃນແຕ່ລະຄັ້ງຂອງສະຫະປະຊາຊາດ. ຄັ້ງຫຼ້າສຸດແມ່ນ 40 ປີກ່ອນ ກ່ຽວກັບບັນຫາຂອງອິສຣາແອລ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG