ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໂຈມຕີທາງອາກາດດຳເນີນຕໍ່ ເຖິງແມ່ນ UN ຮອງຮັບຂໍ້ຕົກລົງຢຸດຍິງກໍຕາມ


ເອກອັກຄະລັດຖະທູດ ນິວຊີແລນ ປະຈຳອົງການສະຫະ
ປະຊາຊາດ ທ່ານ Gerard van Bohemen, ຊ້າຍ, ແລະ ເອກອັກຄະລັດຖະທູດ ຣັດເຊຍ ປະຈຳອົງການ ສະຫະ
ປະຊາຊາດ ທ່ານ Vitaly Churkin, ຍົກມືຂອງຕົນຂຶ້ນ ໃນຂະນະທີ່ພວກເພິ່ນເຂົ້າຮ່ວມກັບ ສະມາຊິກສະພາ
ຄວາມໝັ້ນຄົງຄົນອື່ນໆ ໃນການຮັບຮອງ ມະຕິຄວາມ
ພະຍາຍາມສະໜັບສະໜູນສະບັບໜຶ່ງໂດຍ ຣັດເຊຍ ແລະ ເທີກີ ເພື່ອຢຸດຄວາມຮຸນແຮງໃນ ຊີເຣຍ ແລະ ເລີ່ມການ
ເຈລະຈາສັນຕິພາບ. 31 ທັນວາ, 2016.
ເອກອັກຄະລັດຖະທູດ ນິວຊີແລນ ປະຈຳອົງການສະຫະ ປະຊາຊາດ ທ່ານ Gerard van Bohemen, ຊ້າຍ, ແລະ ເອກອັກຄະລັດຖະທູດ ຣັດເຊຍ ປະຈຳອົງການ ສະຫະ ປະຊາຊາດ ທ່ານ Vitaly Churkin, ຍົກມືຂອງຕົນຂຶ້ນ ໃນຂະນະທີ່ພວກເພິ່ນເຂົ້າຮ່ວມກັບ ສະມາຊິກສະພາ ຄວາມໝັ້ນຄົງຄົນອື່ນໆ ໃນການຮັບຮອງ ມະຕິຄວາມ ພະຍາຍາມສະໜັບສະໜູນສະບັບໜຶ່ງໂດຍ ຣັດເຊຍ ແລະ ເທີກີ ເພື່ອຢຸດຄວາມຮຸນແຮງໃນ ຊີເຣຍ ແລະ ເລີ່ມການ ເຈລະຈາສັນຕິພາບ. 31 ທັນວາ, 2016.

ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໄດ້ຮັບຮອງເອົາການຢຸດຍິງໃນ ຊີເຣຍ ເຊິ່ງຖືກເຈລະຈາໂດຍ ຣັດເຊຍ ກັບ ເທີກີ ຢ່າງເປັນ ເອກະສັນ, ແຕ່ລາຍງານຫຼາຍສະບັບ ຈາກເຂດສົງຄາມໄດ້ກ່າວໃນວັນເສົາວານນີ້ວ່າ ສັນຍາຢຸດຍິງນີ້ແມ່ນມີຄວາມສ່ຽງ.

ພວກກະບົດ ຊີເຣຍ ກ່າວວ່າ ການໂຈມຕີທາງອາກາດຊ້ຳໄປຊ້ຳມາ ຫຼາຍຄັ້ງໂດຍລັດຖະ ບານ ຊີເຣຍ ແລະ ພັນທະມິດ ຣັດເຊຍ ຂອງ ພວກເຂົາເຈົ້າອາດຈະທຳລາຍສັນຍາຢຸດຍິງ ທີ່ມີອາຍຸສອງປີນັ້ນ. ພວກ ນັກສິ້ງຊອມຄວາມຂັດແຍ້ງໄດ້ກ່່າວວ່າ ເຮືອບິນຮົບຫຼາຍລຳໄດ້ ຍິງຖະຫຼົ່ມໂຈມຕີໝູ່ບ້ານທີ່ຖືກຄວບຄຸມໂດຍພວກກະບົດ ແລະ ເມືອງຕ່າງໆຂອງນະຄອນ ຫຼວງ ດາມາສກັສ, ໃນຫ່ອມພູ ບາຣາດາ ທີ່ມີ ຄວາມສຳຄັນທາງຍຸດທະສາດ.

ອົງການສິ້ງຊອມສິດທິມະນຸດ ຊີເຣຍ ທີ່ມີຫ້ອງການຕັ້ງຢູ່ປະເທດ ອັງກິດ, ເຊິ່ງເປັນຜູ້ຕິດ ຕາມສົງຄາມກາງເມືອງຢ່າງໃກ້ຊິດກ່າວວ່າ ບໍ່ມີລາຍງານໃນທັນທີທັນໃດ ກ່ຽວກັບ ຜູ້ບາດ ເຈັບ ແລະ ເສຍຊີ ວິດໃນຫ່ອມພູ ບາຣາດາ, ແຕ່ບໍລິເວນດັ່ງກ່າວໄດ້ຖືກໂຈມຕີຫຼາຍຄັ້ງ ນັບຕັ້ງແຕ່ວັນສຸກທີ່ຜ່ານມາ, ດ້ວຍການໂຈມຕີທາງອາກາດ 10 ຄັ້ງຂັ້ນກັນໃນລະຫວ່າງ ຕອນເຊົ້າຂອງວັນເສົາມື້ດຽວ. ກອງທັບຂອງ ຊີເຣຍ ໄດ້ປະຕິເສດວ່າ ພວກເຂົາເຈົ້າບໍ່ໄດ້ ດຳເນີນການໂຈມຕີດັ່ງກ່າວ ໃນວັນສຸກທີ່ຜ່ານມາ.

ລາຍງານຈາກພາກເໜືອຂອງ ຊີເຣຍ ກ່າວວ່າ ປະຊາຊົນຢ່າງໜ້ອຍ 9 ຄົນ, ລວມທັງເດັກ ນ້ອຍ 4 ຄົນ ຖືກຂ້າຕາຍໃນພາກເໜືອ ຂອງເມືອງ ອາເລັບໂປ, ໃກ້ໆກັບເມືອງ al-Bab. ຜູ້ເຫັນເຫດການ ກ່າວວ່າ ມັນບໍ່ຊັດເຈນວ່າ ການໂຈມຕີໂດຍເຮືອບິນຮົບແມ່ນຂອງ ຊີເຣຍ ຫຼື ຂອງຣັດເຊຍ.

ສຳລັບທຸກໆການລາຍງານ ກ່ຽວກັບ ຄວາມຮຸນແຮງທີ່ກຳລັງດຳເນີນຢູ່ນັ້ນ, ຄວາມພະຍາ ຍາມຢຸດຍິງຄັ້ງຫຼ້າສຸດ ອາດເປັນຂີດໝາຍຂອງ ຄວາມກ້າວໜ້າໃນຄວາມຂັດແຍ້ງ ຊີເຣຍ, ເຊິ່ງໄດ້ເລີ່ມຂຶ້ນໃນຕົ້ນປີ 2011 ດ້ວຍການລຸກຮືຂຶ້ຶ້ນ ຕໍ່ຕ້ານການປົກຄອງຜະເດັດການ ໂດຍຄອບຄົວ Assad ໃນຫຼາຍທົດສະວັດ, ນັບຕັ້ງແຕ່ທ່ານ Hafez al-Assad ທີ່ໄດ້ມໍ ລະນະກຳແລ້ວ, ເຊິ່ງເປັນພໍ່ຂອງປະທານາທິບໍດີຄົນປະຈຸບັນຍຶດອຳນາດໃນປີິ 1970 ເປັນ ຕົ້ນມາ.

ນັບຕັ້ງແຕ່ປີ 2011 ເປັນຕົ້ນມາ ສົງຄາມ ຊີເຣຍ ໄດ້ສັງຫານປະຊາ ຊົນເກືອບ 400,000 ຄົນ, ອີງຕາມອົງການສະຫະປະຊາຊາດ. ນອກນັ້ນ ມັນຍັງໄດ້ສ້າງຄວາມລຳບາກໃຫ້ແກ່ ປະຊາຊົນຫຼາຍກວ່າ 13 ລ້ານຄົນ, ກະຕຸ້ນໃຫ້ເກີດວິກິດການອົບພະຍົບທີ່ໄດ້ກ່ຽວພັນຫຼາຍ ປະເທດໃນ ຢູໂຣບ, ແລະ ໄດ້ກໍ່ໃຫ້ເກີດກຸ່ມກໍ່ການຮ້າຍ ທີ່ໄດ້ທຳການໂຈມຕີ ຢູ່ໄກຈາກປະ ເທດ ຊີເຣຍ ເອງອີກດ້ວຍ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG