ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຕຽມພ້ອມທີ່ຈະລົງຄະແນນສຽງ ຕໍ່ຮ່າງຍັດຕິ
ທີ່ຈະເຫັນພ້ອມກັບ ຂໍ້ຕົກລົງຢຸດຍິງ ໃນຊີເຣຍ ທີ່ໄກ່ເກ່ຍໂດຍ ຣັດເຊຍ ແລະເທີກີ.
ຮ່າງຍັດຕິໄດ້ສະແດງໃຫ້ເຫັນເຖິງ ການສະໜັບສະໜູນ ຫົນທາງໄປສູ່ສັນຕິພາບ ເລີ້ມຕົ້ນດ້ວຍກການມີລັດຖະບານໄລຍະຂ້າມຜ່ານ ແລະ ຮຽກຮ້ອງໃຫ້ ການນຳສົ່ງການຊ່ວຍເຫລືອດ້ານມະນຸດສະທຳ ໃນທົ່ວຊີເຣຍ ເຂົ້າໄປເຖິງໄດ້ ຢ່າງ “ວອງໄວ ປອດໄພ ແລະ ປາດສະຈາກການກີດຂວາງ.”
ລາຍງານກ່າວວ່າ ກອງປະຊຸມມີກຳນົດ ຈະຈັດຂຶ້ນ ໃນທ້າຍເດືອນມັງກອນ ຈະມາເຖິງນີ້ ລະຫວ່າງ ລັດຖະບານຊີເຣຍ ແລະ ຝ່າຍຕໍ່ຕ້ານລັດຖະບານ ຢູ່ນະຄອນຫລວງ Astana ຂອງປະເທດ Kazakhstan ທີ່ຈະເປັນພາກສ່ວນ ສຳຄັນຂອງຂະບວນການດ້ານ ການເມືອງ ທີ່ນຳພາໂດຍຊີເຣຍ ທີ່ໄດ້ຮັບການຊ່ວຍເຫລືອຈາກສະຫະປະຊາດ.
ຂໍ້ຕົກລົງຢຸດຍິງ ຖ້າຫາກປະຕິບັດຕາມຈະເປັນຂີດໝາຍໂອກາດໃນຜົນສຳເລັດຂອງ ການຂັດແຍ້ງ ທີ່ໄດ້ເລີ້ມຂຶ້ນໃນປີ 2011 ໂດຍການລຸກຮືຂຶ້ນຕໍ່ຕ້ານການປົກຄອງ ຂອງ ຄອບຄົວ ປະທານາທິບໍດີ Basha al-Assad ທີ່ແກ່ຍາວມາໄດ້ເປັນເວລາ ຫລາຍ
ທົດສະວັດ. ຫລາຍກວ່າ 250,000 ຄົນ ໄດ້ເສຍຊີວິດຈາກການຂັດແຍ້ງ ແລະ ຫລາຍ
ກວ່າ 13 ລ້ານຄົນ ກຳລັງຕ້ອງການຄວາມຊ່ວຍເຫລືອ ຢ່າງກະທັນຫັນ. ການສູ້ລົບຍັງ
ໄດ້ເຮັດໃຫ້ເກີດວິກິດການອົບພະຍົບ ຢູ່ທົ່ວຢູໂຣບ ນຳດ້ວຍ.
ຮັດເຊຍ ແລະເທີກີ ຢູ່ຝ່າຍກົງກັນຂ້າມ ຂອງການຂັດແຍ້ງ. ມົສກູ ພ້ອມດ້ວຍອີຣ່ານ
ໄດ້ໃຫ້ການສະໜັບສະໜູນ ທີ່ສຳຄັນດ້ານທະຫານ ແກ່ປະທານາທິບໍດີ Assad ໃນ
ຂະນະທີ່ເທີກີ ໄດ້ຮັບໃຊ້ມາເປັນເວລານານ ຢູ່ເບື້ອງຫລັງ ແລະເປັນແຫລ່ງບໍລິການ
ແກ່ພວກຕໍ່ຕ້ານລັດຖະບານ ທີ່ຊອກຫາການໂຄນລົ້ມຜູ້ນຳຊີເຣຍ.