ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລົງມະຕິຢຸດຍິງໃນເຂດກາຊາ ຂອງ ສະພາຄວາມໝັ້ນຄົງ ສປຊ ປະເຊີນກັບການຍັບຍັ້ງຂອງສະຫະລັດ


ຮູບພາບຈາກເອກະສານແຈກຍາຍ ທີ່ເຜີຍແຜ່ໂດຍກອງທັບອິສຣາແອລ ໃນວັນທີ 20 ກຸມພາ 2024 ສະແດງໃຫ້ເຫັນທະຫານຂອງກອງທັບອິສຣາແອລ ປະຕິບັດການພາກພື້ນດິນໃນສະຖານທີ່ທີ່ບໍ່ໄດ້ບອກລາຍລະອຽດ ໃນເຂດກາຊາ ທ່າມກາງການສູ້ລົບທີ່ກຳລັງດຳເນີນຢູ່ ລະຫວ່າງອິສຣາແອລ ແລະ ກຸ່ມຮາມາສຂອງປາແລັສໄຕນ໌.
ຮູບພາບຈາກເອກະສານແຈກຍາຍ ທີ່ເຜີຍແຜ່ໂດຍກອງທັບອິສຣາແອລ ໃນວັນທີ 20 ກຸມພາ 2024 ສະແດງໃຫ້ເຫັນທະຫານຂອງກອງທັບອິສຣາແອລ ປະຕິບັດການພາກພື້ນດິນໃນສະຖານທີ່ທີ່ບໍ່ໄດ້ບອກລາຍລະອຽດ ໃນເຂດກາຊາ ທ່າມກາງການສູ້ລົບທີ່ກຳລັງດຳເນີນຢູ່ ລະຫວ່າງອິສຣາແອລ ແລະ ກຸ່ມຮາມາສຂອງປາແລັສໄຕນ໌.

ກອງທັບອິສຣາແອລ ໃນວັນອັງຄານວານນີ້ ໄດ້ລາຍງານການສູ້ລົບກັນຢ່າງໜັກໜ່ວງ ຢູ່ໃນພື້ນທີ່ເມືອງຄານ ຢູນິສ (Khan Younis) ຂອງເຂດ ກາຊາ ໃນຂະນະທີ່ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ກຽມລົງຄະແນນສຽງຕໍ່ມະຕິສະບັບນຶ່ງ ທີ່ຮ່າງໂດຍອາລຈີເຣຍ ທີ່ຮຽກຮ້ອງໃຫ້ມີການຢຸດຍິງໃນທັນທີ, ເພີ້ມຂະຫຍາຍການເຂົ້າເຖິງການຊ່ວຍເຫຼືອ ແລະປະຕິເສດການບັງຄັບ ໃຫ້ຊາວປາແລສໄຕນ໌ ຍົກຍ້າຍອອກໄປ.

ທ່ານ​ນາງ ລິນດາ ໂທມັສ ກຣີນຟີລດ໌ (Linda Thomas-Greenfield) ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະຈຳ​ສະຫະ​ປະຊາ​ຊາດ ກ່າວ​ວ່າ ສະຫະລັດ​ຈະ​ໃຊ້​ອຳນາດ​ການ​ຍັບ​ຍັ້ງ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ເພື່ອ​ສະກັດ​ກັ້ນ​ມະຕິດັ່ງກ່າວ ຊຶ່ງ​ທ່ານ​ນາງ​ກ່າວ​ວ່າ ອາດ​ຈະ​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ຄວາມ​ພະຍາຍາມ​ໃນການໄກ່​ເກ່ຍ.

ກ່ອນ​ການ​ລົງ​ຄະ​ແນນ​ສຽງ, ສະ​ຫະ​ລັດ​ໄດ້​ເຜີຍ​ແຜ່​ຮ່າງ​ມະ​ຕິ​ຂອງ​ຕົນ​ໃຫ້​ສະ​ມາ​ຊິກ​ສະ​ພາ. ວີ​ໂອ​ເອ ເຫັນ​ວ່າ ຮ່າງມະຕິດັ່ງກ່າວເນັ້ນ​ໜັກ​ເຖິງ​ການ​ປ່ອຍ​ຕົວ​ຕົວ​ປະກັນ​ທີ່ກຸ່ມຮາມາສ ຈັບໄວ້ ​ແລະ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ “ຄວາມ​ຕ້ອງການ​ອັນ​ຮີບ​ດ່ວນ​ສຳລັບ​ແຜນການ​ທີ່​ເປັນ​ໄປ​ໄດ້” ​ເພື່ອ​ປົກ​ປ້ອງ​ພົນລະ​ເຮືອນ​ຈາກ​ການ​ບຸກ​ໂຈມ​ຕີ​ຂອງ​ອິສຣາ​ແອ​ລ​ໃນ​ເມືອງ ຣາຟາ.

ຂໍ້​ສະ​ເໜີ​ຂອງ​ສະຫະລັດ “​ໄດ້​ເນັ້ນ​ຍໍ້າ​ວ່າ ການ​ບຸກ​ໂຈມ​ຕີ​ທາງ​ພາກ​ພື້ນ​ຄັ້ງ​ໃຫຍ່​ດັ່ງກ່າວ​ບໍ່​ຄວນ​ດຳ​ເນີນ​ໄປ​ໃນ​ສະພາບ​ການ​ໃນ​ປະຈຸ​ບັນ” ​ແລະ “ປະຕິ​ເສດ​ບັນດາ​ຄວາມ​ພະຍາຍາມ​ອື່ນ​ທີ່​ບັງຄັບ​ໃຫ້ມີການຍົກຍ້າຍ​ພົນລະ​ເຮືອນ ​ຢູ່​ເຂດ ກາຊາ.”

ສະຫະລັດ​ບໍ່​ມີ​ກຳນົດ​ເວລາໃນການຍື່ນຂໍ​ມະຕິ​ຕໍ່ໜ້າ​ສະພາ. ເຈົ້າ​ໜ້າ​ທີ່​ບໍລິຫານ​ຂັ້ນ​ສູງທ່ານ​ນຶ່ງ​ກ່າວ​ວ່າ ສະຫະລັດ​ຈະ​ໃຫ້​ເວລາ​ສະພາ ​ໃນການເຈລະຈາ​ກ່ຽວ​ກັບ​ຂໍ້​ຄວາມ​ດັ່ງກ່າວ ​ແລະ​ບໍ່​ມີ​ແຜນການ​ທີ່​ຈະ​ຮຽກຮ້ອງ​ໃຫ້​ມີ​ການ​ລົງ​ຄະ​ແນນ​ສຽງໃນໄວໆນີ້.

ການເຈລະຈາເຮັດຂໍ້ຕົກລົງຫຼາຍອາທິດ ​ທີ່ລວມມີສະຫະລັດ, ອີຈິບ ​ແລະ ກາ​ຕາ ເພື່ອ​ຢຸດຕິ​ການ​ສູ້ລົບໃນ​ເຂດ​ກາຊາ ​ແລະ ຮັບປະກັນ​ການ​ປ່ອຍ​ຕົວ​ຕົວ​ປະກັນ ລົ້ມ​ແຫຼວ​.

ອິສຣາແອລ ໄດ້ເຕືອນວ່າ ຕົນມີແຜນທີ່ຈະດຳເນີນການໂຈມຕີ ໃນເມືອງ ຣາຟາ ເຊິ່ງເປັນພື້ນທີ່ທາງພາກໃຕ້ຂອງເຂດກາຊາ ທີ່ລຽບຕາມຊາຍ ແດນອີຈິບ ບ່ອນທີ່ ພົນລະເຮືອນ ປາແລັສໄຕນ໌ 1.5 ລ້ານຄົນ ໄດ້ຊອກຫາ ຄວາມປອດໄພຢູ່ທີ່ນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG