ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄ​ະ​ນະສັງ​ເກດ​ການ​ຢຸດ​ຍິງ ສ​ປ​ຊ ໄປ​ເຖິງ ປະ​ເທດ​ເຢ​ເມນ ແລ້ວ


ສະ​ພາ​ຄວາມ​ໝັ້ນ​ຄົງ ລົງ​ຄະ​ແນນ​ສຽງ ຮັບ​ຜ່ານ​ມະ​ຕ​ິ ວ່າ​ດ້ວຍ​ຄວາມ​ປອດ​ໄພ ຂອງ​ເຢ​ເມນ ທີ່​ສຳ​ນັກ​ງານ​ໃຫຍ່ ສ​ປ​ຊ. (21 ທັນ​ວາ 2018)
ສະ​ພາ​ຄວາມ​ໝັ້ນ​ຄົງ ລົງ​ຄະ​ແນນ​ສຽງ ຮັບ​ຜ່ານ​ມະ​ຕ​ິ ວ່າ​ດ້ວຍ​ຄວາມ​ປອດ​ໄພ ຂອງ​ເຢ​ເມນ ທີ່​ສຳ​ນັກ​ງານ​ໃຫຍ່ ສ​ປ​ຊ. (21 ທັນ​ວາ 2018)

ລາຍ​ງານ​ຂ່າວ​ຫຼ້າ​ສຸດ​ແຈ້ງວ່າ ຄະ​ນະ​ສັງ​ເກດ​ການ​ຂອງ​ສະ​ຫະ​ປະ​ຊ​າ​ຊາດ ໄດ້ເດີນ​ທາງ​ໄປ​ເຖິງ​ປະ​ເທດ​ເຢ​ເມນ​ແລ້ວ ເພື່ອ​ຕິດ​ຕາມ​ເບິ່ງ​ການ​ຢຸດ​ຍິງ ທີ່​ບອບບາງ ຢູ່​ໃນ​ບໍ​ລິ​ເວນ​ອ້ອມແອ້ມ​ເມືອງ​ທ່າ​ໂຮ​ໄດ​ດາ.

ຄະ​ນະ​ສັງ​ເກດ​ການ​ດັ່ງ​ກ່າວ ແມ່ນ​ນຳ​ພາ​ໂດຍ​ພົນເບ້ຍ​ບຳ​ນານແພັດ​ຕ​ຣິກ ແຄມ ​ເມີດ (Patrick Cammaert) ຈາກ​ເນ​ເທີ​ແລນ ທີ່ເຄີຍ​ເປັນ​ຜູ້​ບັນ​ຊາ​ການ ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ​ ສະ​ຫະ​ປະ​ຊາ​ຊາດ​ມາ​ກ່ອນ. ທ່​ນາ​ໄດ້​ພົບ​ປະ​ກັບ​ພວກ​ເຈົ້າໜ້າ​ທີ່​ລັດ​ຖະ​ບານ ທີ່​ເມືອງ​ທ່າ​ເອ​ເດັນ ໃນ​ວັນ​ເສົາ​ມື້ນີ້.

ບ່ອນ​ຢຸດ​ແວ່​ຕໍ່​ໄປ​ຂອງ​ຄະ​ນະ​ສັງ​ເກດ​ການ ແມ່ນ​ນະ​ຄອນ​ຊາ​ນາ​ອາ ກ່ອນ​ທີ່​ຈະ ເດີນ​ທາງ​ໄປ​ຍັງ​ເມືອງ​ທ່າ​ໂຮ​ໄດ​ດາ ທີ່​ຕັ້ງ​ຢູ່​ແຄມ​ທະ​ເລ​ແດງ.

ສະ​ພາ​ຄວາມ​ໝັ້ນ​ຄົງ​ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ລົງ​ຄະ​ແນນ​ສຽງ​ຢ່າງ​ເປັນ​ເອກ​ກະ​ສັນ ເພື່ອ​ໃຫ້​ການ​ສະ​ໜັບ​ສະ​ໜຸນ ​ຕໍ່​ຂໍ້​ຕົກ​ລົງ​ຢຸດ​ຍິງ ໃນ​ບໍ​ລິ​ເວນ​ອ້ອມແອ້ມ​ເມືອງ​ທ່າ​ໂຮ​ໄດ​ດາ ທີ່​ມີ​ຄວາມ​ສຳ​ຄັນ​ຂອງ​ເຢ​ເມນ. ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ ໄດ້ບັນ​ລຸ​ກັນ​ໃນ​ອາ​ທິດ​ແລ້ວລະ​ຫວ່າງ​ການ​ເຈ​ລະ​ຈາ​ຂອງ​ພັກ​ຝ່າຍ​ຕ່າງໆ​ໃນ​ເຢ​ເມນພາຍ​ໃຕ້​ການ​ນຳ​ພາ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ຢູ່ນອກ​ນະ​ຄອນ​ຫຼວງ​ຂອງສະ​ວີເດັນ.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ແຄ​ເຣັນ ພຽກ​ສ໌ ຂອງ​ອັງ​ກິດ ຊຶ່ງ​ຄະ​ນະ​ຜູ້​ແທນ​ຂອງ​ທ່ານນາງ​ເປັນ​ຜູ້​ຮ່າງ​ເອກ​ກະ​ສານນັ້ນ ກ່າ​ວ​ວ່າ “ມະ​ຕິນີ້​ໄດ້​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່ທຸກ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໂດຍ​ພັກ​ຝ່າຍ​ຕ່າງໆຢູ່​ທີ່​ນະ​ຄອນ​ສະ​ຕັອກ​ໂຮມ. ສິ່ງ​ສຳ​ຄັນເຫຼົ່າ​ນີ້​ແມ່ນ​ຮວມ​ທັງ​ການ​ຢຸດ​ຍິງ ການ​ເຄື່ອນ​ຍ້າຍ​ກຳ​ລັງ​ ແຕ່​ເມືອງ​ໂຮ​ໄດ​ດາ​ໄປຫາ​ທ່າ​ກຳ​ປັ່ນ ຊຶ່ງ​ໄດ້​ເລີ້ມ​ມີ​ຜົນ​ບັງ​ຄັບ​ໃຊ້​ເມື່ອ​ວັນ​ທີ 18 ທັນ​ວາ. ແລະ​ຂໍ້​ຕົກ​ລົງນີ້ ອະ​ນຸ​ມັດ​ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ສົ່ງ​ກຳ​ລັງ​ໄປ​ສະ​ໜັບ​ສະ​ໜຸນ​ການ​ຈັດຕັ້ງ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ເຫຼົ່າ​ນັ້ນ ຮວມ​ທັງ​ທຳ​ການ​ສັງ​ເກດ​ການ​ນຳ​ດ້ວຍ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG