ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ຄາດວ່າຈະລົງ
ຄະແນນສຽງໃນວັນອັງຄານມື້ນີ້ ໃນຍັດຕິສະບັບນຶ່ງ ທີ່ຈະລົງ
ໂທດຄັ້ງໃໝ່ຕໍ່ເກົາຫຼີເໜືອ ເພື່ອເປັນການຕອບໂຕ້ຕໍ່ການທົດ
ລອງອາວຸດນິວເຄລຍແລະລູກສອນໄຟຂີປະນາວຸດ ຄັ້ງຫຼ້າສຸດ
ຂອງເກົາຫຼີເໜືອ.
ຍັດຕິທີ່ວ່ານີ້ ໄດ້ຮ່າງຂຶ້ນໂດຍສະຫະລັດ ແລະນຳສະເໜີໃນ
ວັນພະຫັດຜ່ານມາ ແມ່ນຮຽກ ຮ້ອງໃຫ້ມີການຫ້າມການຂາຍ
ອາວຸດໃດໆແກ່ພຽງຢາງ ໃຫ້ມີການກວດສອບການຂົນສົ່ງ
ສິນຄ້າທຸກໆຢ່າງ ທັງເຂົ້າແລະອອກ ໃນເກົາຫຼີເໜືອ ບໍ່ວ່າຈະ
ເປັນທາງບົກ ທາງນ້ຳແລະທາງອາກາດ ແລະໃຫ້ຍຸດຕິການ
ນຳເຂົ້າທຸກຜະລິດຕະພັນ ທີ່ອາດສາມາດນຳໄປໃຊ້ເພື່ອຈຸດປະສົງທາງທະຫານ. ການລົງຄະແນນສຽງໄດ້ມີການຊັກຊ້າລົງສອງສາມມື້ ເວລາຣັດເຊຍ ໄດ້ປະກາດວ່າ ຕົນຕ້ອງການຢາກສຶກສາເບິ່ງເອກະສານຕ່າງໆກ່ອນ.
ອົງການຜູ້ຕາງໜ້າຂອງສະຫະລັດປະຈຳສະຫະປະຊາຊາດ ກ່າວວ່າ ຕົນໄດ້ຮຽກຮ້ອງໃຫ້ມີການລົງຄະແນນໃນວັນຈັນວານນີ້ ຕໍ່ Angola ຊຶ່ງໃນປະຈຸບັນນີ້ ດຳລົງຕຳແໜ່ງເປັນປະທານຂອງສະພາຄວາມໝັ້ນຄົງ ທີ່ມີສະມາຊິກທັງໝົດ 15 ປະເທດນັ້ນ.
ທ່ານນາງ Samantha Power ເອກອັກຄະລັດຖະທູດສະຫະລັດປະຈຳອົງການສະຫະປະຊາຊາດ ໄດ້ກ່າວວ່າ ຍັດຕິທີ່ວ່ານີ້ “ຈະເປັນການເລີ້ມຕົ້ນອັນໃໝ່ແລະເປັນການລົງໂທດທີ່ເຂັ້ມງວດໂດຍສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໃນຮອບ 2 ທົດສະວັດ.” ອົງການສະຫະປະຊາຊາດ ໄດ້ທຳການລົງໂທດຕໍ່ເກົາຫຼີເໜືອມາແລ້ວຈຳນວນນຶ່ງ ເພື່ອເປັນ ການຕອບໂຕ້ຕໍ່ການທົດລອງອາວຸດນິວເຄລຍແລະລູກສອນໄຟຂີປະນາວຸດ.
ສະຫະລັດໄດ້ຍື່ນຍັດຕິ ດັ່ງກ່າວ ຫຼັງຈາກທີ່ໄດ້ມີການເຈລະຈາເປັນເວລາຫຼາຍໆສັບປະດາ ກັບຈີນ ຊຶ່ງເປັນພັນທະມິດທີ່ໃກ້ຊິດສຸດ ແລະຄູ່ການຄ້າທີ່ໃຫຍ່ສຸດກັບເກົາຫຼີເໜືອ. ປັກກິ່ງ
ແມ່ນໂກດແຄ້ນຕໍ່ການທົດລອງອາວຸດນິວເຄລຍຂອງເກົາຫຼີເໜືອໃນເດືອນມັງກອນແລະການ
ທົດລອງລູກສອນໄຟຂີປະນາວຸດ ເມື່ອວັນທີ 7 ກຸມພາ ຜ່ານມານີ້ ແຕ່ວ່າຍັງລັງເລໃຈ ທີ່ຈະໃຫ້ການໜັບສະໜຸນໃນການລົງໂທດຢ່າງໜັກຂອງນາໆປະເທດຕໍ່ພຽງຢາງ ຍ້ອນມີຄວາມ
ຢ້ານກົວວ່າ ຈະເກີດຄວາມວຸ້ນວາຍຢູ່ໃນປະເທດດັ່ງກ່າວ ແລະພາໃຫ້ເກີດມີການອົບພະຍົບ
ຂ້າມຊາຍແດນ ຫຼັ່ງໄຫຼເຂົ້າໄປໃນຈີນ ນັ້ນ.