ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຄວາມໝັ້ນຄົງສະຫະປະຊາຊາດ ຈະລົງຄະແນນສຽງ ກ່ຽວກັບ ການສະໜັບສະໜຸນ ຕໍ່ຕໍາຫຼວດຂອງເຮຕີ


ແຟ້ມຮູບ-ປະຊາຊົນທີ່ຫຼົບໜີຈາກການແກັ່ງທີ່ກໍຄວາມຮຸນແຮງ ໄປຫຼົບໄພຢູ່ທີ່ສະໜາມກິລາ, ໃນນະຄອນຫຼວງປອກໂອແປຣັງ, ເຮຕີ, ວັນທີ 1 ກັນຍາ 2023.
ແຟ້ມຮູບ-ປະຊາຊົນທີ່ຫຼົບໜີຈາກການແກັ່ງທີ່ກໍຄວາມຮຸນແຮງ ໄປຫຼົບໄພຢູ່ທີ່ສະໜາມກິລາ, ໃນນະຄອນຫຼວງປອກໂອແປຣັງ, ເຮຕີ, ວັນທີ 1 ກັນຍາ 2023.

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ມີ​ກຳນົດ​ທີ່​ຈະ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ​ຈະ​ອະນຸຍາດ​ໃຫ້ກອງ​ກຳລັງ​ສາກົນ ​ດໍາເນີນການ​ສະໜັບສະໜຸນ​ຕຳຫຼວດ​ຂອງ​ເຮ​ຕີ​ ​ທ່າມກາງ​ວິ​ກິດ​ການ​ດ້ານ​ຄວາມ​ໝັ້ນຄົງ​ທີ່​ເພີ້ມຂຶ້ນ​ຈາກ​ແກັ່ງ ຫຼືບໍ່.

ເ​ຄັນຢາ​ໄດ້​ອາສາ​ສະໝັກ​ນຳພາກອງ​ກຳລັງປະສົມຕໍາຫຼວດລະຫວ່າງ​ປະ​ເທດ​ 1,000 ຄົນ. ບາຮາມັສ, ຈາໄມກາ, ພ້ອມດ້ວຍ ອັງຕີກົວແລະບາບູດາ ໄດ້ໃຫ້ຄໍາຫມັ້ນທີ່ຈະສະໜັບສະໜຸນດ້ານບຸກຄະລາກອນ.

ສະຫະລັດ​ໄດ້​ກ່າວ​ວ່າ ຕົນ​ຈະ​ໃຫ້ການ​ສະໜັບສະໜຸນ​ທາງ​ດ້ານ​ການ​ເງິນ ​ແລະ​ດ້ານ Logistic ​ຕໍ່​ຄວາມ​ພະຍາຍາມ​ດັ່ງກ່າວ.

ນາຍົກລັດຖະມົນຕີເຮຕີ ທ່ານອາຣີລ ເຮັນຣີ (Ariel Henry) ໄດ້ຮ້ອງຂໍໃຫ້ສະພາຄວາມຫມັ້ນຄົງປະຕິບັດການຢ່າງຮີບດ່ວນ ໃນຂະນະທີ່ທ່ານກ່າວຕໍ່ກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດໃນເດືອນແລ້ວນີ້, ໂດຍກ່າວວ່າ ສະຖາ ນະການຄວາມໝັ້ນຄົງທີ່ກໍາລົງຊຸດໂຊມລົງໄດ້ສ້າງວິກິດການດ້ານມະນຸດສະທໍາ.

ທ່ານເຮັນຣີ ກ່າວ​ວ່າ ການສົມທົບກັນຂອງກອງກໍາລັງບຸກຄະລາກອນຕຳຫຼວດ ​ແລະ ທະຫານ ​ຈະ​ເປັນ​ບາດກ້າວ​ສໍາຄັນ​ໃນ​ການ​ສ້າງ​ສະພາບ​ແວດ​ລ້ອມ​ໃຫ້​ລັດຖະບານ​ດຳ​ເນີນ​ງານອີກຄັ້ງ.

ທ່ານ​ກ່າວ​ວ່າ ​ແກັ້ງດັ່ງກ່າວ​ໄດ້​ທຳ​ການ​ສັງຫານ​ໝູ່, ການ​ລັກ​ພາ​ຕົວ, ການ​ຄ້າ​ມະນຸດ ​ແລະ ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG