ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະພາຄວາມໝັ້ນຄົງ ຂອງອົງການສະຫະປະຊາຊາດ ຈະລົງຄະແນນສຽງ ເພື່ອຮຽກຮ້ອງໃຫ້ມີການຢຸດຍິງຊົ່ວຄາວດ້ານມະນຸດສະທຳ ໃນກາຊາ


ຊາວປາເລັສໄຕນ໌ ຮວມໂຕກັນຢູ່ບໍລິເວນທີ່ອິສຣາແອລ ໂຈມຕີ ໃສ່ບ້ານຫຼັງນຶ່ງ ໃນເມືອງ ຣາຟາ, ທາງພາກໃຕ້ຂອງເຂດກາຊາ,​ ວັນທີ 19 ທັນວາ 2023.
ຊາວປາເລັສໄຕນ໌ ຮວມໂຕກັນຢູ່ບໍລິເວນທີ່ອິສຣາແອລ ໂຈມຕີ ໃສ່ບ້ານຫຼັງນຶ່ງ ໃນເມືອງ ຣາຟາ, ທາງພາກໃຕ້ຂອງເຂດກາຊາ,​ ວັນທີ 19 ທັນວາ 2023.

ກອງກຳລັງອິສຣາແອລ ແລະກຸ່ມຫົວຮຸນແຮງຮາມາສ ໄດ້ສູ້ລົບກັນຢ່າງດຸເດືອດໃນວັນອັງຄານມື້ນີ້ ທີ່ເມືອງຄານ ຢູນິສ, ເມືອງທີ່ໃຫຍ່ອັນດັບສອງຂອງເຂດກາຊາ, ໃນຂະນະທີ່ເຈົ້າໜ້າທີ່ສາທາລະນະສຸກເຂດກາຊາ ລາຍງານການໂຈມຕີທາງອາກາດທີ່ຮ້າຍແຮງ ຂອງອິສຣາແອລ ໃກ້ໆຊາຍແດນອີຈິບ.

ກະ​ຊວງ​ສາ​ທາ​ລະ​ນະ​ສຸກທີ່ບໍລິຫານງານໂດຍ ກຸ່ມ ຮາມາສ ໃນ​ເຂດ ກາຊາ ກ່າວ​ວ່າ ການ​ໂຈມ​ຕີ​ຂອງ​ອິ​ສ​ຣາ​ແອ​ລ ໄດ້​ສັງຫານ​ຢ່າງນ້ອຍ 20 ຄົນ​ໃນ​ເມືອງ ຣາຟາ (Rafah).

ການຕໍ່ສູ້ກັນ​ຄັ້ງ​ຫລ້າ​ສຸດ ​ໄດ້​ມີ​ຂຶ້ນ​ໃນ​ຂະນະ​ທີ່​ສະພາ​ຄວາມ​ໝັ້ນຄົງຂອງ​ອົງການ​ສະຫະ​ປະຊາ​ຊາດ​ ມີ​ກຳນົດ​ຈະ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ອັງຄານ​ມື້​ນີ້ ກ່ຽວ​ກັບ​ມະຕິ​ທີ່​ຮຽກຮ້ອງ​ໃຫ້​ຢຸດຕິຊົ່ວຄາວ​ ການ​ສູ້​ລົບ​ຢູ່​ເຂດ ກາຊາ ​ເພື່ອ​ອຳນວຍ​ຄວາມ​ສະ ດວກ​ໃຫ້ການ​ຊ່ວຍ​ເຫຼືອ​ດ້ານ​ມະນຸດສະທຳ ​ໃຫ້​ແກ່​ພົນລະ​ເຮືອນ​ປາ​ແລັ​ສໄຕ​ນ໌ ທີ່​ຕ້ອງການ​ອາຫານ, ນ້ຳ ​ແລະ​ຢາ.

ການ​ລົງ​ຄະ​ແນນ​ສຽງ ​ຄາດ​ກັນ​ວ່າ​ຈະ​ມີ​ຂຶ້ນ​ໃນ​ວັນ​ຈັນ​ ແຕ່​ໄດ້​ຖືກໂຈະໄວ້ ທ່າມ ກາງ​ການ​ເຈ​ລະ​ຈາ​ທີ່​ກຳລັງດຳເນີນຢູ່ ​ກ່ຽວ​ກັບເນື້ອໄນ​ຂອງ​ມະ​ຕິ​ດັ່ງ​ກ່າວ ເນື່ອງຈາກບັນດາຜູ້​ສະ​ໜັບ​ສະ​ໜຸນ​ຕ້ອງການການ​ສະ​ໜັບ​ສະ​ໜຸນທີ່ພຽງ​ພໍ​ສໍາ​ລັບ​ການ​ຮັບຜ່ານມະຕິດັ່ງກ່າວນັ້ນ.

ມະຕິຂອງສະພາຄວາມໝັ້ນຄົງ ທີ່ຮຽກຮ້ອງໃຫ້ມີການຢຸດຍິງ ດ້ານມະນຸດສະທຳ ໄດ້ປະສົບຄວາມລົ້ມແຫຼວໃນຕົ້ນເດືອນນີ້ ໂດຍສະຫະລັດໄດ້ໃຊ້ອຳນາດຂອງຕົນ ໃນຖານະທີ່ເປັນນຶ່ງໃນສະມາຊິກ ຂອງສະພາທີ່ມີສິດວີໂຕ້ ຫຼືຢັບຢັ້ງ.

ສະ​ມັດ​ຊາ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຮັບ​ຮອງ​ເອົາ​ມະ​ຕິ ​ທີ່​ຄ້າຍ​ຄື​ກັນ ​ໃນ​ອາ​ທິດ​ແລ້ວ​ນີ້ຢ່າງຖ້ວມລົ້ນ, ແຕ່​ມາດ​ຕະ​ການ​ເຫຼົ່າ​ນັ້ນ​ບໍ່​ມີ​ຜົນ​ບັງ​ຄັບ​ໃຊ້.

ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ທ່ານລອຍ ອັອສຕິນ ໃນວັນຈັນວານນີ້ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງອິສຣາແອລ ໃນການສະກັດກັ້ນການບາດເຈັບ ຫຼືເສຍຊີວິດຂອງພົນລະເຮືອນຢູ່ໃນເຂດກາຊາ ທີ່ມີປະຊາກອນໜາແໜ້ນ ແລະກ່າວຢ້ຳຄືນຄຳໝັ້ນສັນຍາຂອງສະຫະລັດ ທີ່ “ບໍ່ສັ່ນຄອນ” ໃນການສະໜັບສະໜູນອິສຣາແອລ ໃນສົງຄາມຕໍ່ຕ້ານກຸ່ມຮາມາສ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG