ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສປຊ ຈະ​​ເປີດ ​ການ​ເຈລະຈາ ​ສຸກ​ເສີນ ກ່ຽວກັບ ການທົດລອງ ລູກສອນໄຟ ຂອງອີຣ່ານ


ຮູບພາບຈາກອົງການຂ່າວ Fars ຂອງອີຣ່ານ ສະແດງໃຫ້ເຫັນ ການທົດລອງ ລູກສອນໄຟຂີປະນາວຸດ Qadr H ໄລຍະໄກ ທີ່ຍິງຈາກໜ້າດິນ ຫາໜ້າດິນ.
ຮູບພາບຈາກອົງການຂ່າວ Fars ຂອງອີຣ່ານ ສະແດງໃຫ້ເຫັນ ການທົດລອງ ລູກສອນໄຟຂີປະນາວຸດ Qadr H ໄລຍະໄກ ທີ່ຍິງຈາກໜ້າດິນ ຫາໜ້າດິນ.

ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຈະເປີດ​ການ​ເຈລະ​ຈາສຸກ​ເສີນ​ໃນ​ວັນ​ອັງຄານ​ມື້​ນີ້ ເພື່ອ​ເປັນ​ການຕອບ​ໂຕ້​ຕໍ່​ການ​ທົດ​ລອງລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດໂດຍ​ອີຣ່ານ.

ສະຫະລັດຮ້ອງ​ຂໍ​ໃຫ້ເປີດປະຊຸມດັ່ງກ່າວ ຫລັງ​ຈາກ ໄດ້​ມີການ​ທົດ​ລອງ​ລູກ​ສອນ​ໄຟ​ໄລຍະ​ກາງ ໃນ​ວັນ​ອາທິດ​ທີ່​ຜ່ານ​ມາ​. ຊະນິດ​ທີ່​ແທ້​ຈິງ​ຂອງລູກ​ສອນ​ໄຟ ​ແລະ​ຄວາມ​ສາມາດ​ນັ້ນ ຍັບ​ບໍ່​ທັນ​ເປັນ​ທີ່ຈະ​ແຈ້ງເທື່ອ.

ມະຕິສະບັບ​ປີ 2015 ຂອງ​ສະພາ​ຄວາມ​ໝັ້ນຄົງ ​ໄດ້ຫ້າມ​ບໍ່​ໃຫ້​ອີຣ່ານ ຈາກກິດ ຈະການ​ໃດໆ ທີ່​ພົວພັນ​ກັບ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ທີ່​ອອກ​ແບບ​ເພື່ອ​ບັນທຸກ​ຫົວ​ລະ​ເບີດນິວ​ເຄລຍ.

ການ​ຫ້າມ​ເປັນ​ເວລາແປດ​ປີ ຕິດຕາມ​ດ້ວຍ​ການ​ຮັບເອົາ​ຂໍ້​ຕົກລົງ​ທີ່​ອີຣ່ານ ​ໄດ້​ບັນ ລຸ​ກັບ​ຫົກ​ປະ​ເທດ​ມະຫາ​ອຳນາດ ​ເພື່ອ​ຈຳກັດ​ໂຄງການ​ນິວ​ເຄລຍຂອງ​ຕົນ​ ​ແລະ​ຈະ​ໄດ້​ຮັບ​ການ​ບັນ​ເທົາ​ຕໍ່​ການ​ລົງ​ໂທດ​ເປັນ​ການ​ຕອບ​ແທນ.

ຂໍ້​ຕົກລົງ​ທີ່​ບັນລຸກັບ​ສະຫະລັດ ອັງກິດ ຝຣັ່ງ ຣັດ​ເຊຍ ຈີນ ​ແລະ​ເຢຍຣະມັນໄດ້ ມີ​ຂຶ້ນເພື່ອ​ການ​ຕອບໂຕ້​ຕໍ່​ຂໍ້​ກ່າວ​ຫາ​ວ່າ ອີຣ່ານ​ພວມພັດທະນາ​ອາວຸດ​ນິວ​ເຄລຍ ຊຶ່ງ​ອີຣ່ານ​ໄດ້​ປະຕິ​ເສດ​ຊໍ້າ​ແລ້ວ​ຊໍ້າ​ອີກ.

ປະທານາທິບໍດີ Donald Trump ​ໄດ້​ຕິຕຽນ​ຢ່າງ​ແຮງ​ຕໍ່​ຂໍ້​ຕົກລົງ​ນິວ​ເຄລຍກັບ​ອີຣ່ານ ​ໂດຍກ່າວ​ວ່າ ​ປະ​ເທດ​ມະຫາ​ອຳນາດ​ໂລກ ​ໄດ້​ຍອ​ມ​ຜ່ອນ​ຜັນ​ຫລາຍ​ເກີນ ​ໄປ​ໃນການ​ແລກປ່ຽນ​ພຽງ​ເລັກໜ້ອຍ​. ຢູ່​ໃນ​ການ​ໂອ້​ລົມ​ທາງ​ໂ​ທລະ​ສັບ​ກັບ ກະ ສັດ​ຊາ​ອຸ​ດີ ພະ​ເຈົ້າ Salman ນັ້ນທ່ານ Trump ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່ປະຕິ​ບັດ​ຂໍ້​ຕົກລົງ​ດັ່ງກ່າວ “ຢ່າງເຄັ່ງ​ຄັດ.”

ສະມາຊິກ​ສະພາ​ສູງ Bob Coker ທີ່​ຄັດ​ຄ້ານຕໍ່​ຂໍ້​ຕົກລົງ ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ອີຣ່ານຈະ​ບໍ່​ໄດ້ຮັບ​ອະນຸຍາດ “ໃຫ້​ລະ​ເມີດ​ຊ້ຳແລ້ວຊ້ຳ​ອີກ​ໃນ​ເລື່ອງ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ.”

ທ່ານ​ກ່າວ​ຢູ່​ໃນ​ຖະ​ແຫລ​ງການ​ວ່າ “ຂ້າພະ​ເຈົ້າ​ຫວັງ​ວ່າ ​ຈະ​ໄດ້​ເຮັດ​ວຽກ​ກັບ​ບັນ ດາເພື່ອນ​ຮ່ວມ​ງານ ​ແລະ​ລັດຖະບານ ​ເພື່ອ​ໃຫ້​ອີຣ່ານ ຮັບ​ຜິດ​ຊອບໃນ​ເລື້ອງ​ນີ້ ​ແລະ​ການ​ລະ​ເມີດ​ອື່ນໆ ​ໃນ​ຂະນະ​ທີ່​ໃຫ້ການ​ຄໍ້າປະກັນຕໍ່​ການ​ບັງ​ຄັບ​ຢ່າງ​ເຂັ້ມ ງວດໃນ​ການ​ຈຳກັດ​ຮັດ​ແຄບ​ທີ່​ມີ​ຢູ່່​ແລ້ວ​ນັ້ນ ກ່ຽວ​ກັບ​ໂຄ​ງການ​ນິວ​ເຄລຍຂອງ​ອີ
ຣ່ານ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG