ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊ​າ​ຊາດ ຈະ​ປະ​ຊຸມ​ກັນ​ໃນ​ວັນ​ສຸກມື້ນີ້ ກ່ຽວ​ກັບ​ ອາ​ວຸດ​ຊີ​ວະ​ພາບ ຕາມ​ການ​ຮ້ອງ​ຂໍ​ຂອງ​ ມົ​ສ​ກູ


ສະພາຄວາມໝັ້ນຄົງຈັດກອງປະຊຸມສຸກເສີນ ກ່ຽວກັບ ຢູເຄຣນ, 21 ກຸມພາ, 2022, ຢູ່ສຳນັກງານໃຫຍ່ ສະຫະປະຊາຊາດ. (Evan Schneider/United Nations via AP)
ສະພາຄວາມໝັ້ນຄົງຈັດກອງປະຊຸມສຸກເສີນ ກ່ຽວກັບ ຢູເຄຣນ, 21 ກຸມພາ, 2022, ຢູ່ສຳນັກງານໃຫຍ່ ສະຫະປະຊາຊາດ. (Evan Schneider/United Nations via AP)

ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຈະຈັດກອງປະຊຸມສຸກເສີນໃນວັນສຸກມື້ນີ້ ກ່ຽວກັບ ການກ່າວຫາຜະລິດອາວຸດຊີວະພາບໃນ ຢູເຄຣນ ຕາມການຮຽກຮ້ອງຂອງ ມົສກູ, ເຊິ່ງຄວາມໜ້າເຊື່ອຖືຂອງເຂົາເຈົ້າ ກ່ຽວກັບ ອາວຸດເຄມີແມ່ນໄດ້ເປັນທີ່ສົງໄສ ໃນລະຫວ່າງການໂຈມຕີໃນ ຊີເຣຍ.

ຣັດເຊຍ ໃນວັນພະຫັດວານນີ້ໄດ້ກ່າວຫາ ສະຫະລັດ ກ່ຽວກັບ ການໃຫ້ທຶນຄົ້ນຄວ້າໃນການພັດທະນາອາວຸດຊີວະພາບໃນ ຢູເຄຣນ, ເຊິ່ງໄດ້ປະເຊີນກັບການໂຈມຕີໂດຍກອງທະຫານ ຣັດເຊຍ ຫຼາຍສິບພັນຄົນນັບຕັ້ງແຕ່ວັນທີ 24 ກຸມພາ ເປັນຕົ້ນມາ.

ທັງ ວໍຊິງຕັນ ແລະ ກີຢິບ ໄດ້ປະຕິເສດຕໍ່ການກ່າວຫາດັ່ງກ່າວ, ໂດຍ​ທີ່ ສະ ຫະລັດ ເວົ້າວ່າ ມັນມີສັນຍານທີ່ ມົສກູ ຈະໃຊ້ອາວຸດດັ່ງກ່າວດ້ວຍຕົນເອງ.

ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດີເມຍ ເຊເລັນສກີ ໄດ້ປະຕິເສດການກ່າວຫາຂອງ ຣັດເຊຍ ໃນວິດີໂອຕອນນຶ່ງ ທີ່ໄດ້ກ່າວໃນວັນພະຫັດວານນີ້ວ່າ, “ບໍ່ມີໃຜພັດທະນາອາວຸດຫຍັງ ຫຼື ອາວຸດທຳລາຍລ້າງອື່ນໆໃດໆ” ໃນ ຢູເຄຣນ.

ບັນດາປະເທດຕາເວັນຕົກໄດ້ກ່າວວ່າ ຣັດເຊຍ ແມ່ນກຳລັງໃຊ້ເລ້ຫຼ່ຽມໂດຍກ່າວຫາຄູ່ປໍ​ລະ​ປັກຂອງເຂົາເຈົ້າ ແລະ ສະຫະລັດ ກ່ຽວກັບ ການພັດທະນາອາວຸດຊີວະພາບ ແລະ ເຄມີ ເພື່ອປູທາງສຳລັບຄວາມເປັນໄປໄດ້ໃນການນຳໃຊ້ຂອງເຂົາເຈົ້າໃນ ຢູເຄຣນ, ເຊິ່ງແມ່ນບາງສິ່ງທີ່ ມົສກູ ໄດ້ຖືກກ່າວຫາວ່າໃຊ້ມັນໃນ ຊີເຣຍ.

ຢູ່ກອງປະຊຸມສະພາຄວາມໝັ້ນຄົງປະຈຳເດືອນ ກ່ຽວກັບ ການໃຊ້ອາວຸດເຄມີໃນ ຊີເຣຍ, ເຊິ່ງແມ່ນກໍລະນີທີ່ຍັງຄົງບໍ່ໄດ້ຖືກແກ້ໄຂ ແລະ ສືບຕໍ່ທີ່ຈະປະສົບຄວາມຫຍຸ້ງຍາກຈາກການຂາດຂໍ້ມູນຈາກລັດຖະບານ ດາມາສກັສ ທີ່ຖືກກ່າວປະນາມໂດຍສະຫະປະຊາຊາດນັ້ນ, ທັງ ວໍຊິງຕັນ ແລະ ລອນດອນ ໄດ້ຍົກ​ເອົາ​ບັນ​ຫາ ຢູເຄຣນ ຂຶ້ນມາ.

ຮອງທູດພິເສດ ສະຫະລັດ ປະຈຳອົງການສະຫະປະຊາຊາດ, ທ່ານ ຣິເຈີດ ມິລສ໌ ໄດ້ກ່າວວ່າ “ສະຫະພັນ ຣັດເຊຍ ໄດ້ເຜີຍແຜ່ຂໍ້ມູນທີ່ຜິດຢ່າງຊໍ້າແລ້ວຊໍ້າອີກ ກ່ຽວກັບ ການໃຊ້ອາວຸດເຄມີຫຼາຍຄັ້ງຂອງ ຊີເຣຍ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG